ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 12 ກຸມພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ລາວເກີນດຸນການຄ້າ! 1.000 ລ້ານໂດລາສະຫະລັດ ໃນປີ 2021

ປີ 2021 ສປປ ລາວ ມີມູນຄ່າການການສົ່ງອອກ ແລະ ນໍາເຂົ້າສິນຄ້າຂອງ ສປປ ລາວບັນລຸໄດ້ປະມານ 13.000 ລ້ານໂດລາສະຫະລັດ, ເຊິ່ງໃນນັ້ນ ມູນຄ່າການສົ່ງອອກ ມີປະມານ 7.000 ລ້ານໂດລາ ແລະ  ມູນຄ່າການນໍາເຂົ້າ ມີປະມານ 6.000 ລ້ານໂດລາ

ສິນຄ້າສົ່ງອອກຫຼັກຂອງລາວປະກອບມີ: ຄຳປະສົມ/ຄຳແທ່ງ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ, ແຮ່ທອງ, ເຍື່ອໄມ້ ແລະ ເສດເຈ້ຍ, ຢາງພາລາ, ມັນຕົ້ນ, ແຮ່ເຫຼັກ, ໝາກກ້ວຍ, ເຄື່ອງນຸ່ງຫົ່ມ, ເຄື່ອງໃຊ້ໄຟຟ້າ…ອ່ານຕໍ່

ການລົງທຶນ 75% ຂອງຕ່າງປະເທດ ໃນແຂວງສາລະວັນ ແມ່ນນັກລົງທຶນ ສປ ຈີນ

ໃນປີ 2021 ການລົງທຶນຂອງຕ່າງປະເທດ ຢູ່ແຂວງສາລະວັນ ສ່ວນໃຫຍ່ແມ່ນນັກລົງທຶນ ສປ ຈີນ ເຊິ່ງມີຈໍານວນ 15 ຫົວໜ່ວຍ ແລະ ມີທຶນຈົດທະບຽນ 141,72 ຕື້ກີບ ກວມເອົາ 75% ຂອງການລົງທຶນຕ່າງປະເທດທັງໝົດໃນແຂວງ

ໂດຍການລົງທຶນ ທີ່ມາລົງທຶນຢູ່ແຂວງສາລະວັນ ເປັນຕົ້ນກໍຈະມ່ນ: ຂະແໜງກະສິກໍາ, ຂະແໜງອຸດສາຫະກໍາປຸງແຕ່ງ, ການກໍ່ສ້າງ, ຂະແໜງການຄ້າ, ຂະແໜງຂຸດຄົ້ນ…ອ່ານຕໍ່

ງານວາງສະແດງຜະລິດຕະພັນລາວ 2022 ຈະກະຕຸ້ນເສດຖະກິດພາຍໃນ ທີ່ຮັບຜົນກະທົບຈາກໂຄວິດ

ງານດັ່ງກ່າວຈະຈັດຂຶ້ນ ໃນລະຫວ່າງວັນທີ 19-28 ກຸມພາ ທີ່ຈະມາເຖິງນີ້  ຢູ່ສູນການຄ້າລາວ-ໄອເຕັກ ນະຄອນຫຼວງວຽງຈັນ ແລະ ມາຮອດປະຈຸບັນ ນີ້ມີຫຼາຍກວ່າ 100 ບໍລິສັດໃນທົ່ວທຸກແຂວງ ເພື່ອວາງຂາຍສິນຄ້າປະເພດຕ່າງໆບໍ່ວ່າຈະເປັນສິນຄ້າຈາກຂະແໜງອຸດສາຫະກຳ, ຂະແໜງອຸດສາຫະກຳປຸງແຕ່ງ, ຂະແໜງ ຫັດຖະກໍາຜ້າໃໝ, ຂະແໜງເຟີນີເຈີ

ເພື່ອເປັນການຊ່ວຍຟື້ນຟູເສດຖະກິດພາຍຫຼັງທີ່ຜູ້ປະກອບການໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19, ພ້ອມທັງ ສົ່ງເສີມເສດຖະກິດໃນຍຸກໃໝ່ໃນຮູບແບບ “ວິຖີຊີວິດໃໝ່” ໃຫ້ເກີດຄວາມຍືນຍົງ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...