Friday, April 18, 2025

ຂ່າວເດັ່ນ! ສຳນັກຂ່າວມີເດຍລາວ

ປະຈຳວັນທີ 12 ກຸທພາ 2022 | ສຳນັກຂ່າວມີເດຍລາວ ໄດ້ໃຫ້ຮູ້ວ່າ:

ແຂວງຫຼວງພະບາງ ສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກໄດ້ລື່ນແຜນ 18,47%

อาจเป็นรูปภาพของ 11 คน, ผู้คนกำลังยืน และ กลางแจ้ง

ທ່ານ ບຸນສົມ ຄຸນມະນີ ຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຂຶ້ນຜ່ານບົດລາຍງານສະພາບການຈັດຕັ້ງປະຕິບັດວຽກງານຂອງຂະແໜງ ອຄ ໃນໄລຍະ 1 ປີທີ່ຜ່ານມາ ແລະ ທິດທາງວຽກງານຈຸດສຸມ ໃນຕໍ່ໜ້າ ເຊິ່ງໄດ້ຕີລາຄາສະພາບການຈັດຕັ້ງປະຕິບັດບັນດາຕົວເລກຄາດໝາຍສູ້ຊົນເຮັດໃຫ້ມູນຄ່າການສົ່ງອອກໄດ້ລື່ນແຜນ 18,47%; ໃນນັ້ນ ມີສິນຄ້ານຳເຂົ້າລື່ນແຜນ 23,34%, ວຽກການສົ່ງເສີມ ຈຸລະວິສາຫະກິດ, ວິສາຫະກິດ ຂະໜາດນ້ອຍ ແລະ ກາງ ຂອງແຂວງ.

ມາຮອດປະຈຸບັນ, ຫົວໜ່ວຍ SMEs ຂອງແຂວງ ຫຼວງພະບາງ ສາມາດເຂົ້າເຖິງ ບ້ວງເງີນສິນເຊື່ອຂອງລັດຖະບານ ອັດຕາດອກເບ້ຍ 3% ຕໍ່ປີ ໄດ້ທັງໝົດ 15 ຫົວໜ່ວຍ 17 ສັນຍາ, ໃນນັ້ນ ມີການສົ່ງເສີມ ການຜະລິດດ້ານຫັດຖະກຳ ໂດຍສະເພາະ ການຍົກລະດັບສີມືແຮງງານ, ການຈັດຝຶກອົບຮົມວິຊາຊີບຕ່າງໆ ໃຫ້ແກ່ຜູ້ປະກອບການຫັດຖະກຳ ແລະ ປະຊາຊົນບັນດາເຜົ່າ ເປັນຕົ້ນ ແມ່ນການຕໍ່າຫູກ, ການປັ້ນດິນເຜົາ, ການຈັກສານ…ອ່ານຕໍ່

ໂຄງການສ້ອມແປງຂົວອູ່ຂ້າມນໍ້າແຊງ ເມືອງໂພນທອງ ແຂວງຫຼວງພະບາງ ແມ່ນສໍາເລັດ 100%

อาจเป็นรูปภาพของ 8 คน, ผู้คนกำลังยืน และ กลางแจ้ง

ໂຄງການສ້ອມແປງຂົວອູ່ຂ້າມນໍ້າແຊງ ບ້ານດອນເງີນ ຫາ ບ້ານນາເບິງ ເມືອງໂພນທອງ,ມີຄວາມຍາວ 76 ແມັດ,ກວ້າງ 2,5 ແມັດ,ໂດຍແມ່ນການລົງທຶນຂອງລັດຖະບານລາວ 100% ໃນມູນຄ່າການສ້ອມແປງ 283.640.000 ກີບ

ເຊິ່ງໄດ້ເລີ່ມລົງມື້ສ້ອມແປງ ວັນທີ 1 ພະຈິກ 2021 ສໍາເລັດລົງໃນວັນທີ 31 ທັນວາ 2021 ແມ່ນສໍາເລັດ 100%, ຈາກນັ້ນ ກໍໄດ້ມີພີທີ ເຊັນບົດບັນທຶກມອບ-ຮັບ ໂຄງການສ້ອມແປງຂົວອູ່ ດັ່ງກ່າວ,ແລະໂອກດດຽວກັນນີ້ຕາງໜ້າບໍລີສັດສີນໄຊ ຈະເລີນ ກໍ່ສ້າງສ້ອມແປງຂົວ-ທາງຈຳກັດ ກໍໄດ້ມອບຂົວອູ່ດັ່ງກ່າວໃຫ້ອົງການປົກຄອງເມືອງ ແລະບ້ານອົງການປົກຄອງບ້ານ ປົກປັກຮັກສາຕໍ່ໄປ…ອ່ານຕໍ່

ເຈົ້າແຂວງໆເຊກອງ ລົງຊຸກຍູ້ຕິດຕາມ ການຜະລິດສະບຽງອາຫານ ຢູ່ເມືອງລະມາມ

ທ່ານ ເຫຼັກໄຫຼ ສີວິໄລ ເຈົ້າແຂວງໆເຊກອງ ໄດ້ເຄື່ອນໄຫວຊຸກຍູ້, ຕິດຕາມ, ການຜະລິດລະດູແລ້ງ ແລະວຽກງານປິ່ນອ້ອມຈໍານວນໜຶ່ງ ຢູ່ເມືອງລະມາມ ໂດຍມີທ່ານ ວົງເດືອນ ຈັນທະບຸດຊຽງ ເຈົ້າເມືອງໆລະມາມ ພ້ອມຄະນະນໍາຈາກຂະແໜງການທີ່ກ່ຽວຂ້ອງ

ທ່ານເຈົ້າແຂວງ ໄດ້ລົງຊຸກຍູ້ຕິດຕາມການຜະລິດສະບຽງອາຫານ ຂອງກຸ່ມບໍລິສັດໄຊຊະນະ ຈໍາກັດຜູ້ດຽວ ຢູ່ສະຖານີເພາະພັນລູກປາຫ້ວຍຂຽວ-ໜອງບົງ ທີ່ຈະໄດ້ຈໍາໜ່າຍໃຫ້ 4 ແຂວງພາກໃຕ້, ສໍາລັບແຜນຕໍ່ໜ້າ ແມ່ນຈະສືບຕໍ່ລ້ຽງປາດຸກ ຈໍານວນ 3 ແສນກວ່າໂຕຕໍ່ເດືອນ, ປານິນໝັນ 1 ແສນກວ່າໂຕຕໍ່ເດືອນ, ສືບຕໍ່ຜະລິດລູກປານິນໝັນ, ປາດຸກ, ປາປາກ ແລະປາອື່ນໆ, ສືບຕໍ່ຜະລິດໄຂ່ເປັດ ເພື່ອສົ່ງອອກ 4 ແຂວງພາກໃຕ້ ແລະມີແຜນລ້ຽງໄກ່ລາດ ຈໍານວນ 2 ພັນໂຕຕໍ່ງວດ…ອ່ານຕໍ່

ປະທານສະພາແຫ່ງຊາດ ລົງຢ້ຽມຢາມແຫຼ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ

อาจเป็นรูปภาพของ 5 คน, ผู้คนกำลังยืน, ต้นไม้ และ น้ำตก

ທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດລາວ ພ້ອມດ້ວຍສະມາຊິກສະພາແຫ່ງຊາດ ໄດ້ເດີນທາງໄປຢ້ຽມຊົມ ແຫຼ່ງທ່ອງທ່ຽວທໍາມະຊາດ ຕາດກວາງຊີ ແຂວງຫຼວງພະບາງ ທີ່ໄດ້ຖືກບັນຈຸເຂົ້າໃນແຜນເຂດທ່ອງທ່ຽວສີຂຽວ ເພື່ອການທ່ອງທ່ຽວທີ່ປອດໄພ ຈາກພະຍາດໂຄວິດ-19 ໃນ ສ ປ ປ ລາວ (Green Travel Zone)

ເພື່ອເປັນການປັບປຸງແຫຼ່ງທ່ອງທ່ຽວ ນໍ້າຕົກຕາດກວາງຊີ ໃຫ້ເປັນສະຖານທີ່ຮັບປະກັນທາງດ້ານຄຸນນະພາບ ແລະຮັກສາໄດ້ຄວາມຫຼາກຫຼາຍດ້ານຊີວະນາໆພັນ ທ່ານ ປະທານສະພາແຫ່ງຊາດ ກໍໄດ້ມີທິດຊີ້ນໍາ ເຊິ່ງທ່ານກໍໄດ້ເນັ້ນໃຫ້ ອະນຸລັກຄວາມຫຼາກຫຼາຍດ້ານວັດທະນະທໍາຂອງບັນດາເຜົ່າ,ການຄຸ້ມຄອງ ແລະເສີມຂະຫຍາຍຕົ້ນໄມ້-ປ່າໄມ້,ເຂດແຫຼ່ງຕົ້ນນໍ້າ ລວມທັງບໍລິເວນສາຍນໍ້າຕາດກວາງຊີ ໃຫ້ມີຄວາມຍືນຍົງທາງດ້ານທໍາມະຊາດ…ອ່ານຕໍ່

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.