Tuesday, March 18, 2025

ປີ 2022 ເມືອງ ພູວົງ ມີ 10 ເປົ້າໝາຍ ການລົງທຶນຂອງລັດ.

ໃນປີ 2022 ນີ້ເມືອງ ພູວົງ, ແຂວງ ອັດຕະປື ໄດ້ກໍານົດເປົ້າໝາຍໃນການລົງທຶນຂອງລັດ 10 ໂຄງການ, ໃນນີ້ ເປັນໂຄງການສືບຕໍ່ມີ 8 ໂຄງການ ແລະ ໂຄງການສະເໜີໃໝ່ມີ 2 ໂຄງການ. 

ທ່ານ ທິດສະຫວັນ ໄຊຍະແສງ, ຮອງເຈົ້າເມືອງ ພູວົງ ໄດ້ລາຍງານແຜນພັດທະນາ ເສດຖະກິດ-ສັງຄົມ ປີ 2022 ຕໍ່ກອງປະຊຸມຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ 5 ໃນເມື່ອບໍ່ດົນຜ່ານມາ ນີ້ວ່າ: ໃນປີ 2022 ເມືອງ ພູວົງ ຈະສຸມໃສ່ບັນດາໂຄງການສົມທົບທຶນ,ໂຄງການຊ່ວຍເຫຼືອຈາກຕ່າງປະເທດ, ໂຄງການສືບຕໍ່ທີ່ບໍ່ທັນສຳເລັດ ໃຫ້ສຳເລັດ ແລະ ນຳໃຊ້ໄດ້ໄວ, ການແກ້ໄຂໜີ້ສິນຜ່ານມາ, ສຳລັບໂຄງການໃໝ່ຕ້ອງມີການເລືອກເຟັ້ນ ເພື່ອກຳຈັດໂຄງການໃໝ່ບໍ່ໃຫ້ມີຫຼາຍເກີນຄວາມສາມາດຂອງງົບປະມານ ທີ່ຈະພາໃຫ້ເກີດມີໜີ້ສິນໃນອະນາຄົດ. 

ສຳລັບແຜນລົງທຶນຂອງ ລັດ ປະຈຳປີ 2022 ໃນ 3 ບ້ວງ ມີທັງໝົດ 10 ໂຄງການ, ໃນນີ້ ໄດ້ມີການຈັດສັນທຶນໃສ່ ຄື: ບ້ວງທຶນປົກກະຕິ ໃນໂຄງການສືບຕໍ່ ມີ 3 ໂຄງການ ມູນຄ່າ 2 ຕື້ກວ່າກີບ ແລະ ໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 3 ຕື້ກວ່າກີບ, ບ້ວງທຶນພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ໃນໂຄງການສຶບຕໍ່ ມີ 1 ໂຄງການ, ທຶນມູນຄ່າ 626 ລ້ານກວ່າກີບ, ບ້ວງທຶນຟື້ນຟູໄພພິບັດ ມີ 6 ໂຄງການ ມູນຄ່າລວມ 1 ຕື້ກວ່າກີບ, ໂຄງການສືບຕໍ່ຊຳລະ ມີ 5 ໂຄງການ ມູນຄ່າ 662 ລ້ານກວ່າກີບ ແລະ ໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 449 ລ້ານກວ່າກີບ. 

ພ້ອມນີ້ ຍັງໄດ້ມີໂຄງການສົ່ງເສີມວິຊາການ ແລະ ໂຄງການກໍ່ສ້າງ ທີ່ທາງເມືອງໄດ້ມີການຈັດສັນບູລິມະສິດ ເພື່ອຈັດຕັ້ງປະຕິບັດ ໂດຍໃຊ້ງົບປະມານຈາກແຂວງ, ງົບປະມານພັດທະນາທ້ອງຖິ່ນ, ງົບປະມານຊ່ວຍເຫຼືອທາງການ ເພື່ອການພັດທະນາ ແລະ ການລົງທຶນພາກເອກະຊົນຈຳນວນ 116 ໂຄງການ ມູນຄ່າ 36 ຕື້ກວ່າກີບ. 

ທ່ານຮອງເຈົ້າເມືອງ ລາຍງານໃຫ້ຮູ້ຕື່ມວ່າ:  ໃນປີ 2021 ຜ່ານມາການລົງທຶນຂອງລັດ ຢູ່ເມືອງ ພູວົງ ໄດ້ສຸມໃສ່ 142 ໂຄງການ ມູນຄ່າອະນຸມັດໃນປີ ມູນຄ່າ ເກືອບ 2 ຕື້ກີບ, ໂດຍມີໂຄງການສືບຕໍໍ່ 14 ໂຄງການ ມູນຄ່າຊຳລະໃນປີ 2021 ມີ 1 ຕື້ກວ່າກີບ, ໂຄງການສະເໜີໃໝ່ 1 ໂຄງການ ມູນຄ່າ 195 ລ້ານກີບ ບ້ວງໄພພິບັດ, ໂຄງການສົ່ງເສີມວິຊາການ 127 ໂຄງການ ມູນຄ່າ 573 ລ້ານກີບ. 

ນອກນີ້ ຍັງມີງົບປະມານບ້ວງພັດທະນາທ້ອງຖິ່ນ ທີ່ແຂວງອະນຸມັດໃຫ້ ພ້ອມລາຍຮັບທີ່ເມືອງຊອກຄົ້ນໄດ້ໃນມູນຄ່າ 1 ຕື້ 566 ລ້ານກີບ ແລະ ໄດ້ໃຊ້ຈ່າຍຂົ້າໃນການພັດທະນາທ້ອງຖິ່ນໃນ ມູນຄ່າ 1 ຕື້ 340 ລ້ານກວ່າກີບ. ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ ໄດ້ສຸມໃສ່ 3 ຂະແໜງການ ຄື: ກະສິກຳ, ສາທາ ແລະ ສຶກສາ ມີ 1 ໂຄງການ ມູນຄ່າ 4 ຕື້ 760 ລ້ານກວ່າກີບ ປັດຈຸບັນ ໃຊ້ງົບປະມານແລ້ວ 867 ລ້ານກວ່າກີບ. ທຶນປ່ອຍກູ້ຂອງທະນະຄານ ໄດ້ສຸມໃສ່ 3ໂຄງການ ມີ 24 ຄອບຄົວ ມູນຄ່າ 1 ຕື້ 115 ລ້ານກວ່າກີບ, ປະຕິບັດໄດ້ 23 ຄອບຄົວ ມູນຄ່າ 965 ລ້ານກີບ. ການລົງທຶນຂອງປະຊາຊົນ ໄດ້ສຸມໃສ່ 10 ບ້ານ ມີສະມາຊິກ 1 ພັນກວ່າຄົນ ລວມຍອດຝາກ 1 ຕື້ 336 ລ້ານກວ່າກີບ ຍອດກູ້ 831 ລ້ານກວ່າກີບ ແລະ ເງິນສົມທົບ 100 ລ້ານກວ່າກີບ. 

ຂ່າວ: ວັດທະນາ 

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.