5 ວິທີ ຫຼຸດຄວາມຕຶງຄຽດກ່ອນນອນ 

ຄວາມຕຶງຄຽດ ຈາກການເຮັດວຽກມາເໝິດມື້ ຫຼາຍຄົນອາດບໍ່ສາມາດຖິ້ມໄປໄດ້ງ່າຍໆ ເຖິງແມ່ນວ່າ ຈະເໝິດເວລາຂອງການເຮັດວຽກໄປແລ້ວກໍຕາມ, ແຕ່ຫຼາຍຄົນກໍຍັງເອົາມານອນຄິດຢູ່ເຮືອນ ຄິດແລ້ວຄິດອີກ ຈົນເຮັດໃຫ້ນອນບໍ່ຫຼັບ. ສະນັ້ນ ລອງໃຊ້ 5 ວິທີຕໍ່ໄປນີ້ເບິ່ງເດີ. 

  1. ຍ່າງຫຼິ້ນ: ທ່ານບໍ່ຈຳເປັນຕ້ອງອອກກຳລັງກາຍໜັກໆ ກ່ອນເຂົ້ານອນ ຈຶ່ງຈະຢຸດຄວາມຫງຸດຫງິດໄດ້ ພຽງແຕ່ຍ່າງຫຼິ້ນຢູ່ສວນສາທາລະນະ ຫຼື ຍ່າງຫຼິ້ນທຳມະດາຢູ່ເດີ່ນເຮືອນ ເບິ່ງນັ້ນເບິ່ງນີ້ໄປ ກ່ອນເຂົ້ານອນ ກໍຈະຊ່ວຍຫຼຸດຄວາມຕຶງຄຽດທີ່ມີຢູ່ໃນສະໝອງໄດ້. 
  1. ຂຽນເລື່ອງບໍ່ດີ ລົງໃສ່ປຶ້ມ: ກ່ອນເຂົ້ານອນປະມານ 10 ນາທີ ລອງຈັບເອົາບິກ ແລະ ປຶ້ມຂຶ້ນມາຈົດ ຫຼື ຂຽນເຫດການ ແລະ ເລື່ອງລາວທີ່ບໍ່ດີ ທີ່ທ່ານພົບພໍ້ມາໃນມື້ນັ້ນໆ ລອງເບິ່ງ ເຖິງແມ່ນວ່າ ການຂຽນບັນຍາຍຄວາມຮູ້ສຶກທີ່ເກີດຂຶ້ນ ຈະບໍ່ໄດ້ຊ່ວຍແກ້ໄຂບັນຫາຕ່າງໆ ໄດ້ ແຕ່ຢ່າງໜ້ອຍກໍຍັງຊ່ວຍໃຫ້ທ່ານໄດ້ລະບາຍ, ໄດ້ຮຽບຮຽງລຳດັບຄວາມຄິດ, ທົບທວນເຖິງບັນຫາທີ່ເກີດຂຶ້ນ ແລະ ເປັນການບອກວ່າ ເຮົາຈະວາງບັນຫາໄວ້ໃນປຶ້ມຫົວນີ້ , ຕອນນີ້ເຖິງເວລາຕ້ອງປ່ອຍວາງແລ້ວ ເລື່ອງອື່ນໆ ຈຶ່ງຄ່ອຍມາເລີ່ມຕົ້ນກັນໃໝ່ເມື່ອຕື່ນຂຶ້ນມາໃນເຊົ້າມື້ອື່ນ. 
  1. ອາບນ້ຳເພື່ອລ້າງຈິດໃຈ: ນ້ຳເປັນໂຕຊ່ວຍບຳບັດສຸຂະພາບຈິດໄດ້ດີ, ຖ້າພົບເລື່ອງໜັກໆ ມາເໝິດມື້ ລອງໃຫ້ເວລາກັບການອາບນ້ຳໃຫ້ຫຼາຍຂຶ້ນ ໂດຍໃຫ້ນ້ຳໄຫຼຜ່ານໂຕແບບຊ້າໆ, ສາຍນ້ຳທີ່ຄ່ອຍໆ ໄຫຼຜ່ານຮ່າງກາຍ ຈະຊ່ວຍຫຼຸດ ອຸນຫະພູມ ຄວາມຕຶງຄຽດໃນໂຕຂອງທ່ານ ແລະ ຍັງໄດ້ປະໂຫຍດຄູນສອງ ຖ້າຫາກທ່ານອາບນ້ຳອຸ່ນ ເພາະວ່າ ທ່ານຈະຮູ້ສຶກສະບາຍ, ຜ່ອນຄາຍ, ເຮັດໃຫ້ຫຼັບດີ, ບໍ່ຈຳເປັນຕ້ອງນອນກ່າຍໜ້າຜາກຄິດເຖິງເລື່ອງຕ່າງໆ ທີ່ພົບມາໃນໝົດມື້ ຫຼື ຖ້າເຮືອນໃຜຫາກມີອ່າງອາບນ້ຳ ກໍລົງໄປແຊ່ໝົດໂຕ ແລ້ວຢອດນ້ຳມັນຫອມລະເຫີຍລົງໄປໃນອ່າງອາບນ້ຳ ໃຫ້ກິ່ນຫອມໆ ກໍຈະຊ່ວຍໃຫ້ທ່ານຮູ້ສຶກຜ່ອນຄາຍ ຈົນລືມເລື່ອງຄວາມຄຽດໄປໄດ້ເລີຍ. 
  1. ສູດມົນ: ຕອນຍັງນ້ອຍໆ ພໍ່ແມ່ເຄີຍສອນໃຫ້ເຮົາສູດມົນກ່ອນນອນ ຊຶ່ງຕອນນັ້ນກໍເຮັດໄດ້ດີ ໂດຍບໍ່ຄິດເຖິງສິ່ງໃດ, ເມື່ອໃຫຍ່ຂຶ້ນມາກໍເຊົາເຮັດ. ແຕ່ແນະນຳໃຫ້ທ່ານກັບໄປສູດມົນກ່ອນເຂົ້ານອນຄືນອີກ ຫຼື ຈະນັ່ງສະມາທິ ກໍໄດ້. ການສູດມົນ ແລະ ນັ່ງສະມາທິປະມານ 10-15 ນາທີ ຂຶ້ນໄປ ຈະຊ່ວຍຢຸດຄວາມກັງວົນຂອງສະໝອງ, ຮ່າງ ກາຍຈະຫຼັ່ງສານ ເຊໂຣໂທນິນ ອອກມາ ເຮົາຈະຮູ້ສຶກນິ້ງສະຫງົບ, ຜ່ອນຄາຍອາລົມ ແລະ ເຮັດໃຫ້ນອນຫຼັບໄດ້ດີຂຶ້ນ. 
  1. ກອດຄົນຂ້າງກາຍ: ການສຳຜັດດ້ວຍການກອດ ເປັນວິທີຜ່ອນຄາຍຄວາມຄຽດທີ່ເຮັດໄດ້ງ່າຍ ແລະ ໄດ້ຜົນແນ່ນອນ ເພາະການກອດແຕ່ລະຄັ້ງ ຮ່າງກາຍຈະເກີດຂະບວນການຕ່າງໆ ເຊັ່ນ ຫົວໃຈເຕັ້ນໄວຂຶ້ນ, ເລືອດລົມສູບສີດ, ຮູ້ສຶກອາລົມດີ, ເຮັດໃຫ້ສະໝອງຄິດແຕ່ເລື່ອງດີໆ ແລະ ມີພະລັງຂຶ້ນມາ ຈາກການໃຫ້ກຳລັງໃຈຂອງຄົນທີ່ເຮົາຮັກ. ນອກຈາກນີ້ ການກອດຍັງຊ່ວຍກະຕຸ້ນໃຫ້ສະໝອງຫຼັ່ງສານແຫ່ງຄວາມສຸກອອກມາຫຼາຍຂຶ້ນ ລວມທັງ ເອັນໂດຟິນ (Endorphin) ແລະ ເຊໂຣໂທນິນ (Serotonin) ທີ່ເຮັດໃຫ້ເຮົາມີຄວາມສຸກ, ເພິ່ງພໍໃຈ, ຮູ້ສຶກຍິນດີ ຈົນລືມຄວາມທຸກໄປເລີຍ. 

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...