ຂ່າວເດັ່ນ! ໜັງສືພິມວຽງຈັນທາຍ

ປະຈຳວັນທີ 19 ກຸມພາ 2022 | ໜັງສືພິມວຽງຈັນທາຍ ໄດ້ໃຫ້ຮູ້ວ່າ:

ປກສ ເມືອງ ຫາດຊາຍຟອງ ຈັບຕົວຜູ້ກະທຳຜິດໄດ້ ໃນຂໍ້ຫາໄປເລາະງັດວັດ

ປກສ ເມືອງ ຫາດຊາຍຟອງ ນະຄອນຫຼວງວຽງຈັນ ຈັບຕົວຜູ້ກະທຳຜິດ ເມື່ອມໍ່ໆມານີ້ໃນຂໍ້ຫາລັກຊັບໂດຍການໄປເລາະງັດວັດ ຫຼື ຕູ້ບໍລິຈາກຢູ່ໃນວັດຊຶ່ງໃຊ້ລົດຈັກເປັນພາຫະນະໃນການເລາະກໍ່ເຫດ ແລະ ພວກກຽ່ວໄດ້ພາກັນກໍ່ເຫດດັ່ງກ່າວມາແລ້ວລວມ 4 ຄັ້ງໄດ້ເງິນຫຼາຍກວ່າ 23 ລ້ານກີບ

ຜ່ານການສືບສວນ-ສອບສວນ ຂອງເຈົ້າໜ້າທີ່, ທັງ 2 ຄົນໄດ້ໃຫ້ການຮັບສາລະພາບວ່າ: ພວກຕົນໄດ້ກໍ່ເຫດລັກຊັບຢູ່ຕາມວັດຕ່າງໆມາແລ້ວລວມ 4 ຄັ້ງ…ອ່ານຕໍ່

ລາວ ຈະສົ່ງນັກກິລາດອກປີກໄກ່ ຮ່ວມແຂ່ງຂັນ 4 ລາຍການໃຫຍ່ທີ່ຕ່າງປະເທດ

ສະຫະພັນກິລາດອກປີກໄກ່ແຫ່ງຊາດລາວ ຈະສົ່ງນັກກິລາທີມຊາດດອກປີກໄກ່ ຈຳນວນ 26 ຄົນ ປະກອບມີ ຮຸ່ນທົ່ວໄປ 13 ຄົນ (ຍິງ 2 ຄົນ) ແລະ ຮຸ່ນເຍົາວະຊົນຊາຍ 13 ຄົນ ເຂົ້າຮ່ວມແຂ່ງຂັນ 4 ລາຍການໃຫຍ່ ທີ່ຕ່າງປະເທດ

ໂດຍໃນເບື້ອງຕົ້ນກໍຈະມີ ງານມະຫະກຳກິລາຊີເກມຄັ້ງທີ 31 ທີ່ສສ ຫວຽດນາມ ຈະຈັດຂຶ້ນໃນເດືອນພຶດສະພາ 2022, ງານມະຫະກຳກິລາມະຫາວິທະຍາໄລອາຊຽນທີ່ປະເທດໄທ ຈະຈັດຂຶ້ນໃນເດືອນກໍລະກົດ 2022, ງານມະຫະກຳກິລາເອຊຽນເກມ ທີ່ ສປ ຈີນ ຈະຈັດຂຶ້ນໃນເດືອນກັນຍາ 2022 ແລະ ງານແຂ່ງຂັນກິລາດອກປີກໄກ່ ຮຸ່ນເຍົາວະຊົນອາຊີ ທີ່ ສປ ຈີນ ຈະຈັດຂຶ້ນໃນເດືອນທັນວາ 2022…ອ່ານຕໍ່

ລັດຖະບານ ລາວ ແລະ ອົງການ UNFPA ລົງນາມແຜນດຳເນີນງານ ສຸມໃສ່ 4 ຂົງເຂດບູລິມະສິດ

ລັດຖະບານ ສປປ ລາວ ແລະ ອົງການສະຫະປະຊາຊາດກອງທຶນສຳລັບປະຊາກອນ (UNFPA) ໄດ້ລົງນາມແຜນວຽກ (CPAP) ສໍາລັບແຜນດຳເນີນງານຮອບວຽນໃໝ່ (2022-2026) ສຸມໃສ່ 4 ຂົງເຂດບູລິມະສິດ ເພື່ອເນັ້ນໃສ່ປະກອບສ່ວນເຂົ້າໃນການບັນລຸເປົ້າໝາຍການເຂົ້າເຖິງສຸຂະພາບທາງເພດ ແລະ ສຸຂະພາບຈະເລີນພັນ ແລະ ສິດທິດ້ານຈະເລີນພັນ

ເຊິ່ງໃນນັ້ນປະກອບມິ ແຜນວຽກສຸຂະພາບທາງເພດ, ສຸຂະພາບຈະເລີນພັນ ແລະ ສິດທິ, ໄວໜຸ່ມ ແລະ ເຍົາວະຊົນ, ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ການສ້າງຄວາມອາດສາມາດໃຫ້ແມ່ຍິງ, ຂໍ້ມູນ ແລະ ການປ່ຽນແປງດ້ານປະຊາກອນ…ອ່ານຕໍ່

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...