ຂໍຂອບໃຈນຳຜູ້ສະໜັບສະໜູນ

ຜູ້ທີ່ມັກກິນສົ້ມ ພໍແຕ່ເຫັນໝາກຍົມ ກໍນຳ້ລາຍໄຫຼແລ້ວ! ດ້ວຍຣົດສົ້ມແບບນີ້ ແນ່ນອນວ່າ ມັນມີວິຕາມິນ C ສູງ ທີ່ສາມາດຕ້ານຫວັດໄດ້ດີ ລວມທັງມີລິດ ໃນການສະກັດ ຂີ້ກະເທີ່ ດ້ວຍການກິນໝາກສຸກ ຫຼື ໝາກດິບກໍໄດ້.

ນອກຈາກນີ້ ໃນທາງການແພດ ໝາກຍົມຍັງເປັນຢາອາຍຸວັດທະນະ, ບຳລຸງເລືອດ ດ້ວຍການໃຊ້ໝາກແກ່ມາຕຳ ດອງ ຫຼື ເຊື່ອມຈົນຄົບ 3 ມື້ (ນຳ້ 1 ສ່ວນ, ນຳ້ຕານ 3 ສ່ວນ) ແລ້ວນຳມາກິນມື້ລະ 1 ບ່ວງແກງ).

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ອັນທີ່ໜ້າສົນໃຈ ກໍຄື ໃບໝາກຍົມ ໃຊ້ແກ້ເບົາຫວານ ດ້ວຍການນຳໃບສົດ ແລະ ຮາກໃບເຕີຍ ພໍປະມານ ນຳມາໃສ່ໝໍ້ ຕື່ມນຳ້ແລ້ວຕົ້ມເອົາແຕ່ນຳ້ມາດື່ມ ຈະຊ່ວຍໄປກະຕຸ້ນຕັບອ່ອນໃຫ້ແຂງແຮງ ແລະ ສາມາດຜະລິດນຳ້ຕານໃນພາວະສົມດຸນ ໂດຍບໍ່ຕ້ອງອາໄສ ອິນຊູລິນ ຈາກພາຍນອກ.

ສຳລັບສັບພະຄຸນຊ່ວຍຫຼຸດຄວາມດັນເລືອດ ແມ່ນໃຫ້ໃຊ້ ໃບແກ່ ພ້ອມກ້ານປະມານ 1 ກຳມື ນຳມາໃສ່ໝໍ້ ຕື່ມນຳ້ພໍຖ້ວມ, ໃສ່ນຳ້ຕານເລັກໜ້ອຍ ເພື່ອດັບຣົດຊາດເຝື່ອນ, ຕົ້ມໃຫ້ຟົດປະມານ 5 ນາທີ ແລ້ວນຳມາດື່ມຈົນຄວາມດັນເປັນປົກກະຕິ ແລ້ວຈຶ່ງເຊົາດື່ມ.

Hits: 2

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້