ປີນີ້! ເມືອງ ພູວົງ ມີແຜນຈະສ້ອມແປງ ແລະ ກໍ່ສ້າງເສັ້ນທາງ ຫຼາຍສາຍ.


ອີງຕາມການລາຍງານຂອງທ່ານ ທິດສະຫັວນ ໄຊຍະແສງ, ຮອງເຈົ້າເມືອງ ພູວົງ, ແຂວງ ອັດຕະປື ໃນກອງປະຊຸມ ຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ V ທີ່ສໍາເລັດຫວ່າງບໍ່ດົນມານີ້ ໃຫ້ຮູ້ວ່າ: ປີ 2022 ນີ້ເມືອງ ພູວົງ, ແຂວງ ອັດຕະປື ມີແຜນການຈະສ້ອມແປງ ແລະ ກໍ່ສ້າງເສັ້ນທາງຫຼາຍສາຍ ໂດຍສະເພາະ ທາງຫຼວງແຫ່ງຊາດ ແລະ ບູລະນະຮັກສາ ດ້ວຍແຮງງານ ເຊິ່ງມີ 2 ສັນຍາ ຄື: ທາງເລກທີ 1J ແຕ່ວົງວຽນບ້ານສາມັກຄີ ຫາ ເມືອງພູວົງ, ສ້ອມແປງທາງປູຢາງເຂົ້າບ້ານ ວັງຍາງ ຍາວ 1.800 ແມັດ, ມູນຄ່າ 726 ລ້ານກວ່າກີບ, ກໍ່ສ້າງທາງປູຢາງ 2 ຊັ້ນ ທາງເລກທີ 9225 ຕັ້ງແຕ່ແຍກ ເຂົ້າພູຫີນອ່ອນ ຫາ ເຮືອວິລະຊົນນາງແຮ່ວ ລວງກ້ວາງ 7 ແມັດ, ລວງຍາວ 1.700 ແມັດ, ມູນຄ່າ 3 ຕື້ກວ່າກີບ, ປູຢາງຊັ້ນ 2 ແຕ່ ຂົວເຕວ ຫາ ສາມແຍກໄປ ເຄື່ອນນໍ້າກົງ.

ກໍ່ສ້າງທາງ ຕາຜ້າ ບ້ານ ວັງແຄນ ໄລຍະທີ 2 ກວ້າງ 5 ແມັດ, ຍາວ 15 ກວ່າກິໂລແມັດ, ມູນຄ່າ 4 ຕື້ 863 ລ້ານກວ່າກີບ ແລະ ຕາຜ້າ ບ້ານ ວົງສົມພູ ກ້ວາງ 5 ແມັດ, ຍາວ 9.570 ແມັດ, ສ້ອມແປງຟື້ນພູທາງເລກທີ 9232 ແຕ່ ເຊຊູ ຫາ ບ້ານ ພູຍາງ, ຍາວ 40 ກວ່າກິໂລແມັດ, ມູນຄ່າ 9 ຕື້ 769 ລ້ານກວ່າກີບ ແລະ ກໍ່ສ້າງທາງປູຢາງ 2 ຊັ້ນຢູ່ ເທດສະບານເມືອງ ມູນຄ່າ 5 ຕື້ 200 ລ້ານກວ່າກີບ, ສຳຫຼວດອອກແບບທາງປູຢາງ 2 ຊັ້ນ ທາງເລກທີ 9225 ບ້ານວັງແຄນ ຫາ ບ້ານຄຳວົງສາ ກ້ວາງ 7 ແມັດ,ຍາວ 10 ກວ່າກິໂລແມັດ,ສ້ອມແປງເສັ້ນທາງ 9225 ຕອນທາງແຕ່ເຮືອນວິລະຊົນນາງແຮ່ວ ຫາ ບ້ານສົມໂຄດ ເມືອງໄຊເສດຖາ ລວງຍາວ 14 ກວ່າກິໂລແມັດ ມູນຄ່າ 4 ຕື້ 714 ລ້ານກວ່າກີບ, ສຳຫຼວດອອກແບບຕາຜ້າ ບ້ານ ວຽງໄຊ ລວງກ້ວາງ 7 ແມັດ, ຍາວ 5.789 ແມັດ.


ທ່ານ ທິດສະຫວັນ ໄຊຍະແສງ ຮອງເຈົ້າເມືອງ ພູວົງ ໃຫ້ຮູ້ຕື່ມວ່າ: ປີ 2021 ທີ່ຜ່ານມາ ຄະນະພັກເມືອງ ພູວົງ ໄດ້ຊີ້ນໍາການຈັດຕັ້ງປະຕິບັດວຽກງານໃນຂົງເຂດ ໂຍທາທິການ ແລະ ຂົນສົ່ງ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ໄດ້ກໍ່ສ້າງທາງປູຢາງ 2 ຊັ້ນ ແຕ່ເທດສະບານເມືອງ ຫາ ພູຫີນອ່ອນ ລວງຍາວ 1.750 ແມັດ, ໄດ້ສ້າງສັນຍາບູລະນະຮັກສາທາງຫຼວງແຫ່ງຊາດເລກທີ 1J ດ້ວຍແຮງງານຄົນ ມີ 2 ສັນຍາ ມູນຄ່າ 47 ລ້ານກວ່າກີບ, ສໍາຫຼວດເກັບກໍາຂໍ້ມູນ ເພື່ອສ້ອມແປງຟຶື້ນຟູທາງເລກທີ 9232 ແຕ່ ເຊຊຸ ຫາ ບ້ານພູຍາງ ລວງຍາວ 40 ກິໂລແມັດ, ສ້ອມແປງຂົວໄມ້ ທາງນໍ້າເບີ 9232 ຕອນທາງວຽງໄຊ ຫາ ບ້ານ ນໍ້າກົງ 6 ແຫ່ງ, ພ້ອມດຽວກັນນັ້ນຍັງໄດ້ອອກໃບອະນຸຍາດຂ້າມບັກ ທ່າເຊຊຸ 1 ລໍາ, ອອກອະນຸຍາຮ້ານສ້ອມແປງລົດຈັກ ແລະ ລົດໃຫຍ່ ໄດ້ 16 ຮ້ານ, ອະນຸຍາດແລ່ນລົດບັນທຸກບໍ່ເກີນ 6 ລໍ້ ມີ 2 ຄັນ ແລະ ສອບເສັງໃບຂັບຂີ່ປະເພດ ລົດຈັກ-ລົດເບົາ ໄດ້ 2 ຄັ້ງ, ມີຈໍານວນ 40 ຄົນ.


ຂ່າວ: ວັດທະນາ

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.