ລາວ ປະທະ ໄທ ຮອບຮອງຊະນະເລີດ ບານເຕະ U23 ຊິງແຊ້ມອາຊຽນ 2022 

ພາຍຫຼັງທີ່ ທັບນັກກິລາບານເຕະຊາຍ ທີມຊາດລາວ ລຸ້ນອາຍຸບໍ່ເກີນ 23 ປີ ສ້າງປະຫວັດສາດໃນການເຂົ້າສູ່ຮອບຮອງຊະນະເລີດ ໃນລາຍການ ບານເຕະຊິງແຊ້ມອາຊຽນ AFF U23 CHAMPIONSHIP 2022 ຫຼັງຈາກທີ່ເອົາຊະນະ ທີມຊາດມາເລເຊຍ ມາ 2 ນັດຕິດ 2-1 ແລະ 2-0 ຜ່ານເຂົ້າສູ່ຮອບຮອງຊະນະເລີດມາໄດ້ ໂດຍຈະມາພົບກັບ ທີມຊາດໄທ ທີ່ເອົາຊະນະ ທີມຊາດສິງກະໂປ 3-1 ແລະ ມາເສຍໃຫ້ ຫວຽດນາມ 0-1 ເປັນອັນດັບທີ 2 ຂອງກຸ່ມ. 

ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ສຳລັບການແຂ່ງຂັນໃນຮອບຮອງຊະນະເລີດ ລະຫວ່າງ ທີມຊາດລາວ ແລະ ທີມຊາດໄທ ແມ່ນຈະມີຂຶ້ນ ໃນວັນທີ 24 ກຸມພາ 2022 ເວລາ 16:00 ໂມງ ທີ່ສະໜາມກິລາ Morodoc Techo Stadium ປະເທດ ກຳປູເຈຍ. 

ສ່ວນອີກ 1 ຄູ່ ທີ່ຈະເຕະໃນມື້ດຽວກັນແມ່ນ ທີມຊາດ ຕີມໍ ເຣດເຕ ພົບກັບ ທີມຊາດ ຫວຽດນາມ ໃນເວລາ 19:00 ໂມງ 

ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ
ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ
ພາບຈາກ: ສະຫະພັນບານເຕະແຫ່ງຊາດລາວ

ຢ່າລືມ ເຂົ້າມາໃຫ້ກຳລັງໃຈ ແລະ ເຊຍທີມຊາດລາວ ກ້າວເຂົ້າສູ່ຮອບຊິງຊະນະເລີດໃຫ້ໄດ້ເດີ້! 

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...