Sunday, January 26, 2025

ງານຜະລິດຕະພັນລາວ 2022 ເນັ້ນສົ່ງເສີມຄວາມເປັນລາວ ໃຫ້ຫຼາຍຂຶ້ນ 

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດງານຜະລິດຕະພັນລາວ ຄັ້ງທີ 9 ຫຼື Made In Laos 2022 ໃນລະຫວ່າງ ວັນທີ 18-28 ກຸມພາ 2022 ໂດຍຈະເນັ້ນໃສ່ ການສົ່ງເສີມຄວາມເປັນລາວ ແລະ ພັດທະນາ ຜະລິິິິິິດຕະພັນລາວໃຫ້ຫຼາຍຂຶ້ນກວ່າເກົ່າ, ເຊິ່ງປີນີ້ ແມ່ນໄດ້ມີການຕົບແຕ່ງທີ່ເປັນເອກະລັກແບບລາວ ສຳລັບການທ່ອງທ່ຽວຂອງ ເມືອງມໍລະດົກໂລກ ຫຼວງພະບາງ. 

ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ລາຍງານວ່າ: ການຈັດງານຜະລິດຕະພັນລາວ 2022, ແມ່ນເປັນການສ້າງກິດຈະກໍາໃຫ້ພາກທຸລະກິດ ໄດ້ມີເວທີໃນການໂຄສະນາສົ່ງເສີມຜະລິດຕະພັນທີ່ຜະລິດຢູ່ ລາວ, ທັງເປັນການເອື້ອອໍານວຍ, ສົ່ງເສີມໃຫ້ແກ່ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ທີ່ລົງທຶນຢູ່ ລາວ ໂດຍສະເພາະ ການນໍາໃຊ້ກາໝາຍ Made in Laos, ການສ້າງຍີ່ຫໍ້ສິນຄ້າຜະລິດໃນ ລາວ ໃຫ້ມີມາດຕະ ຖານ ແລະ ຄຸນນະພາບຫຼາຍຂຶ້ນ, ສ້າງມູນຄ່າເພີ່ມຂອງສິນຄ້າ, ສົ່ງເສີມການສ້າງວຽກເຮັດງານທໍາ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ນັບດີຂຶ້ນ ແລະ ເປັນກໍາລັງແຮງໜຶ່ງ ຈາກພາກທຸລະກິດ ທີ່ປະກອບສ່ວນ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າຂຶ້ນໄປເລື້ອຍໆ ແລະ ໃນແຜນຍຸດທະສາດ 5 ປີ 2021-2025 ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ຈະສຸມໃສ່ວຽກງານ ສົ່ງເສີມຜະລິດຕະພັນລາວ ເຊິ່ງເປັນໜຶ່ງໃນ 6 ເສົາຄໍ້າຍຸດທະສາດຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ເປັນໜ້າວຽກໜຶ່ງທີ່ມີຄວາມໝາຍຄວາມສໍາຄັນເພື່ອສົ່ງເສີມ, ພັດທະນາຜະລິດຕະພັນລາວ ໃຫ້ໄດ້ທັງປະລິມານ, ມາດຕະຖານ ແລະ ຄຸນນະພາບ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ ແນໃສ່ທົດແທນການນໍາເຂົ້າ.  

ໃນດ້ານຜູ້ປະກອບການ ທ່ານນາງ ສຸໄພວັນ ທ່ຽງຈັນໄຊ, ຮອງຜູ້ອຳນວຍການ ບໍລິສັດ ບົວລະພາ ກ່າວວ່າ: ປີນີ້ ຖືວ່າເປັນງານທຳອິດທີ່ ບໍລິສັດ ໄດ້ເຂົ້າຮ່ວມງານ ພາຍຫຼັງທີມີ່ການແຜ່ລະບາດຂອງພະບາດ ໂຄວິດ-19 ມາເກືອບ 2 ປີກວ່າ, ໂດຍບໍລິສັດເອງ ກໍໄດ້ນຳຜະລິດຕະພັນທີ່ຫຼາກຫຼາຍ ເຂົ້າຮ່ວມງານສະແດງ ແລະ ກໍໄດ້ຮັບຜົນຕອບຮັບຈາກລູກຄ້າໄດ້ດີສົມຄວນ, ສຳລັບ ການຈັດງານໃນຄັ້ງນີ້ ກໍຖືວ່າມີຄວາມຄຶກຄື້ນເປັນພິເສດ ເນື່ອງຈາກຜະລິດຕະພັນແຕ່ລະອັນໄດ້ມີການປັບປຸງຄຸນນະພາບໃຫ້ດີຂຶ້ນ, ໄປຈົນຮອດເລື່ອງອາຫານການກິນ ກໍໄດ້ມີການປັບປຸງການຫຸ້ມຫໍ່ທີ່ດີຂຶ້ນ, ນອກຈາກນີ້ ການຈັດງານດັ່ງກ່າວຂຶ້ນມາ ຍັງເປັນການສົ່ງເສີມການຂາຍ, ການແຈກຢາຍສິນຄ້າມີຄວາມທົ່ວເຖິງ ເຮັດໃຫ້ຜູ້ຜະລິດມີລາຍຮັບ ແລະ ໄດ້ມີການຜະລິດເພີ່ມຂຶ້ນ.

ງານຜະລິດຕະພັນລາວ ຄັ້ງນີ້ ສຄອຊ ແມ່ນໄດ້ເຊີນ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງ ຫຼວງພະບາງ ເປັນຄູ່ຮ່ວມຫຼັກໃນການວາງສະແດງສິນຄ້າ ແລະ ການທ່ອງທ່ຽວ, ພ້ອມກັບບັນດາສະພາການຄ້າ ແລະ ອຸດສາຫະກໍາແຂວງ ແລະ ກຸ່ມສະມາຄົມທຸລະກິດທີ່ຂຶ້ນກັບ ສຄອຊ, ລວມມີ 127 ບໍລິສັດ ຈາກ 17 ແຂວງ ແລະ 201 ຫ້ອງວາງ ສະແດງ, ພາຍໃນງານ ສຄອ ແຂວງຫຼວງພະບາງ ໄດ້ມີການຕົບແຕ່ງທີ່ເປັນເອກະລັກ ເພື່ອສະແດງຜົນງານທີ່ໂດນເດັ່ນພາຍໃນແຂວງ ເປັນຕົ້ນ ການທ່ອງທ່ຽວ ຂອງເມືອງມໍລະດົກໂລກທີ່ເປັນທີ່ເອກອ້າງຂອງລາວ. 

ເພື່ອເປັນເງື່ອນໄຂໃຫ້ແຕ່ລະແຂວງ ໃນການສົ່ງເສີມຜະລິດຕະພັນທ່າແຮງຂອງແຂວງ ເຂົ້າຮ່ວມງານວາງສະແດງ ໃຫ້ມີການປັບປຸງດີຂຶ້ນເລື້ອຍໆ, ພ້ອມທັງ ເປັນເວທີໃນການນຳສະເຫນີ, ພັດທະນາສີນຄ້າ ໃຫ້ໄດ້ຄຸນນະພາບ ແລະ ເປັນທີ່ຍອມຮັບທັງຕະຫລາດພາຍໃນ ແລະ ສາກົນ, ໂອກາດເປີດງານຄັ້ງນີ້ ສຄອຊ ຍັງໄດ້ຂໍສະເໜີ ໃຫ້ລັດຖະບານ ຊ່ວຍສະ ໜັບສະໜູນ ໂດຍກຳນົດ ແລະ ຈັດງົບປະມານສະເພາະ ໃຫ້ແກ່ງານຜະລິດຕະພັນລາວ ຖ້າເປັນໄປໄດ້. 

ສຳລັບພີທີເປີດງານຢ່າງເປັນທາງການ ແມ່ນໄດ້ຈັດຂຶ້ນ ໃນວັນທີ 23 ກຸມພາ 2022 ຢູ່ທີ່ ສູນການຄ້າ ລາວ-ໄອເຕັກ, ໂດຍການເຂົ້າຮ່ວມຂອງທ່ານ ພັນຄໍາ ວິພາວັນ, ນາຍົກລັດຖະມົນຕີ, ທ່ານ ຄໍາແພງ ໄຊສົມແພງ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ ອຸເດດ ສຸວັນນະວົງ, ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ມີບັນດາການນຳພັກ-ລັດ, ພາກທຸລະກິດເຂົ້າຮ່ວມ. 

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ