ແອວກໍຮໍ! ດື່ມຫຼາຍ ອາຍຸສັ້ນ

ຟັງເອົາເດີນັກດື່ມທັງຫຼາຍ! ຜົນການວິໄຈຄັ້ງໃໝ່ເຕືອນວ່າ ການດື່ມສິ່ງມຶນເມົາຫຼາຍ ໄດ້ຂ້າຄົນໄວກວ່າສູູບຢາສູບ ໂດຍສະເພາະໃນກຸ່ມແມ່ຍິງ, ສ່ວນພາບລວມແລ້ວ ຜູ້ທີ່ຕິດສິ່ງມຶນເມົາຈະມີອາຍຸໄຂສັ້ນກວ່າ ຄົນທົ່ວໄປເຖິງ 20 ປີ.

ສະຖາບັນ ວິໄຈໃນປະເທດ ເຢຍລະມັນ ໄດ້ສຶກສາເປັນໄລຍະເວລາກວ່າ 14 ປີ ໃນຜູ້ໃຫຍ່ທີ່ໄດ້ຮັບການວິນິດໄສວ່າ ເປັນຜູ້ຕິດ ແອວກໍຮໍ ຊຶ່ງຜົນການວິໄຈ ພົບວ່າ ອັດຕາການຕາຍໃນກຸ່ມແມ່ຍິງທີ່ຕິດສິ່ງມຶນເມົາສູງເຖິງ  4,6 ເທົ່າ ຂອງຄ່າສະເລ່ຍມາດຕະຖານ. ໃນຂະນະທີ່ອັດຕາການຕາຍຂອງຜູ້ຊາຍ ທີ່ຕິດສິ່ງມຶນເມົາ ກໍສູງກວ່າມາດຕະຖານເກືອບ 2 ເທົ່າຄືກັນ.

More from author

Related posts

Latest posts

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ:

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.