Monday, November 10, 2025
Kbank Laos โอน รับ จ่าย

ຊຳຊຸງ ຈັດສຳມະນາ ການແຕ່ງພາບ-ຕັດຕໍ່ວີດີໂອ ຜ່ານມືຖື ໃຫ້ສື່ມວນຊົນ.

ປັດຈຸບັນ ສັງເກດເຫັນວ່າ ການນຳໃຊ້ມືຖືໄດ້ເຂົ້າມາມີສ່ວນຮ່ວມກັບວຽກງານສື່ມວນຊົນຫຼາຍຂຶ້ນ ບໍ່ວ່າຈະເປັນການຖ່າຍພາບຂ່າວ, ຖ່າຍວີດີໂອຂ່າວ ໄປຈົນເຖິງການແຕ່ງພາບ ແລະ ຕັດຕໍ່ວີດີໂອຜ່ານໂທລະສັບມືຖື ກໍມີໃຫ້ເຫັນກັນຫຼາຍຂຶ້ນ.

ດັ່ງນັ້ນ, ທາງ ບໍລິສັດ ລາວ ຊຳຊຸງ ໄດ້ເຫັນຄວາມສຳຄັນ ແລະ ຢາກແນະນຳປະສົບການດີໆ ໃຫ້ກັບ ສື່ມວນຊົນລາວ ໂດຍການຈັດງານສຳມະນາ ໃນຫົວຂໍ້ “How to use smartphone taking nice photo” ເຊິ່ງພາຍໃນງານແມ່ນໄດ້ມີການບັນຍາຍ ໃຫ້ຄວາມຮູ້ກ່ຽວກັບເຕັກນິກໃນການນຳໃຊ້ ແລະ ໄດ້ສຳພັດກັບປະສົບການຕົວຈິງໃນການນຳໃຊ້ໂທລະສັບ SAMSUNG ຕະກູນ A Series  ເພື່ອຖ່າຍພາບ, ແຕ່ງພາບ ແລະ ຕັດຕໍ່ວີດີໂອ ເພື່ອເອົາໄປນຳໃຊ້ໃນວຽກງານສື່ຕົວຈິງ ໂດຍໄດ້ທ່ານ ພອນສະຫວັນ ແສງພະຈັນ, ຜູ້ກຳກັບ, ຊ່າງຖ່າຍພາບ, ຜູ້ກໍ່ຕັ້ງ ຊິເນ່ອາດຟີມ ມາບັນຍາຍ, ແນະນຳ ແລະ ໃຫ້ຄວາມຮູ້ຕ່າງໆ ໃນງານນີ້.

ສຳລັບໂທລະສັບຊຳຊຸງ ທີ່ໄດ້ນຳມາໃຫ້ສື່ມວນຊົນໄດ້ສຳພັດຕົວຈິງໃນຄັ້ງນີ້ມີລຸ້ນ A33, A53 ແລະ A73 5G.

ງານສຳມະນາດັ່ງກ່າວ ໄດ້ຈັດຂຶ້ນໃນວັນທີ 26 ເມສາ 2022 ຢູ່ທີ່ ຮ້ານ MANCAVE CAFÉ ເຊິ່ງມີທ່ານ ນາງ ອາມິນນາ ມໍລະຄາສຸກ, ພະນັກງານ ສື່ສານການຕະຫຼາດ, ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກ, ພ້ອມດ້ວຍສື່ມວນຊົນ ຈາກພາກສ່ວນຕ່າງໆ ເຂົ້າຮ່ວມ.

More from author

Related posts

Latest posts

ສາຍການບິນ Vietjet ບັນລຸ 97% ຂອງແຜນການປະຈຳປີ ດ້ວຍຜົນງານທີ່ເຂັ້ມແຂງໃນໄຕມາດທີ 3 ປີ 2025

(ນະຄອນຫຼວງວຽງຈັນ, ວັນທີ 5 ພະຈິກ 2025) - ສາຍການບິນ Vietjet ໄດ້ລາຍງານຜົນງານທຸລະກິດທີ່ດີເລີດສຳລັບໄຕມາດທີ 3 ຂອງປີ 2025 (3Q2025), ໂດຍບັນລຸເຖິງ 97% ຂອງແຜນການປະຈຳປີໃນຂະນະທີ່ຍັງສືບຕໍ່ຮັກສາຈັງຫວະການເຕີບໂຕທີ່ໝັ້ນຄົງ. ຜົນງານໃນທາງບວກນີ້ຢືນຢັນເຖິງຖານະຂອງ Vietjet ໃນຖານະສາຍການບິນຊັ້ນນຳໃນພາກພື້ນອາຊີ, ສືບຕໍ່ສະເໜີທາງເລືອກການເດີນທາງທີ່ລາຄາຖືກແລະສະດວກໃຫ້ແກ່ຜູ້ໂດຍສານໃນທົ່ວພາກພື້ນ.

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.