Wednesday, March 26, 2025

ໂຈນງັດຫ້ອງ! ບັນຫາທີ່ຄົນຫ້ອງເຊົ່າຕ້ອງລະວັງ.

ໃຜທີ່ອາໄສຢູ່ໃນຫ້ອງແຖວ ຫຼື ຫ້ອງເຊົ່າ ມັກຈະພົບກັບບັນຫາເລື່ອງເຄື່ອງຂອງເສຍເປັນປະຈຳ ບໍ່ວ່າຈະເປັນເຄື່ອງນຸ່ງ, ເຄື່ອງໃຊ້, ເງິນ, ຄຳ ແລະ ເຄື່ອງຂອງມີຄ່າອື່ນໆ, ບາງຄົນເຄື່ອງເສຍຫຼາຍຈົນຕ້ອງໄດ້ຍ້າຍຫ້ອງແຖວໄປຢູ່ບ່ອນໃໝ່ກໍມີ, ຍ້ອນວ່າເຂດທີ່ຕົນເອງຢູ່ນັ້ນ ບໍ່ມີຄວາມປອດໄພ.

ພາບປະກອບ

ຈາກການໃຫ້ສຳພາດ ຜູ້ທີ່ອາໄສຢູ່ໃນຫ້ອງແຖວທ່ານໜຶ່ງ ໃນເຂດ ບ້ານສີວິໄລ ໃຫ້ຮູ້ວ່າ ໃນຊ່ວງເດືອນ ມີນາ ທີ່ຜ່ານມາ ຕົນເອງໄດ້ອອກໄປວຽກນອກ ຫຼັງຈາກທີ່ກັບມາຫ້ອງ ກໍໄດ້ມີໂຈນມາງັດຫ້ອງຂອງໂຕເອງແລ້ວ, ແຕ່ໂຊກດີທີ່ບໍ່ໄດ້ປະເຄື່ອງມີຄ່າໄວ້ໃນຫ້ອງ ຈຶ່ງບໍ່ມີຫຍັງເສຍຫາຍຫຼາຍ.

ເຖິງວ່າເຄື່ອງຂອງທີ່ຢູ່ໃນຫ້ອງຈະບໍ່ມີຫຍັງເສຍຫາຍ ແຕ່ມັນໄດ້ສະແດງເຖິງຄວາມບໍ່ປອດໄພ ຂອງຄົນເຊົ່າຫ້ອງແຖວ ທີ່ມີໂຈນເຂົ້າມາງັດຫ້ອງ ເຮັດໃຫ້ເກີດມີຄວາມກັງວົນໃຈຈົນບໍ່ຢາກທີ່ຈະປະເຄື່ອງຂອງສຳຄັນໄວ້ໃນຫ້ອງ.

ດັ່ງນັ້ນ,  ທຸກຄົນທີ່ອາໄສຢູ່ຫ້ອງແຖວ ກໍຄວນເປັນຫູເປັນຕາຊ່ວຍກັນ ເພື່ອບໍ່ໃຫ້ພວກຂີ້ລັກງັດແງະ ເຂົ້າມາສ້າງຄວາມບໍ່ສະຫງົບອີກ, ນອກຈາກນີ້ ຜູ້ເຊົ່າຫ້ອງ ຕ້ອງມີສະຕິລະວັງຕົວຢູ່ສະເໝີ ເພື່ອຄວາມປອດໄພ.

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ