Sunday, May 25, 2025
Kbank Laos โอน รับ จ่าย

ອາຫານສຸກ ຄວນເກັບມ້ຽນແນວໃດ ບໍ່ໃຫ້ບູດໄວ.

ໃນຊ່ວງທີ່ອາກາດຮ້ອນອົບເອົ້າແບບນີ້ ນອກຈາກຈະເຮັດໃຫ້ເຮົາບໍ່ສະບາຍຕົວເພາະອຸນຫະພູມທີ່ສູງຂຶ້ນແລ້ວ, ເລື່ອງອາຫານການກິນ ກໍຕ້ອງລະມັດລະວັງເຊັ່ນກັນ, ເພາະໜ້າຮ້ອນ ເຮັດໃຫ້ອາຫານບູດງ່າຍ ເນື່ອງຈາກເຊື່ອພະຍາດສາມາດຈະເລີນເຕີບໂຕໄດ້ຫຼາຍ ແລະ ໄວຂຶ້ນ, ດັ່ງນັ້ນ ມາເບິ່ງນຳກັນວ່າ ມີວິທີຫຍັງແດ່ ທີ່ສາມາອດເກັບຮັກສາອາຫານບໍ່ໃຫ້ບູດງ່າຍໃນໜ້າຮ້ອນ.

ພາບປະກອບ
  • ບໍ່ຄວນວາງອາຫານໄວ້ບ່ອນທີ່ຮ້ອນຈັດ ແຕ່ຖ້າລືມອາຫານໄວ້ໃນລົດດົນ 3-4ຊົ່ວໂມງ ກໍບໍ່ຄວນນຳອາຫານເຫຼົ່ານັ້ນໄປກິນອີກ ເນື່ອງຈາກວ່າມີເຊື່ອພະຍາດແລ້ວ.
  • ເລືອກອາຫານປະເພດຈືນໃສ່ກັບ ແທນອາຫານປະເພດອື່ນໆ ອາຫານຈືນອາດບູດຍາກກວ່າອາຫານປະເພດອື່ນທີ່ມີນ້ຳຫຼາຍ, ເນື່ອງຈາກເປັນອາຫານມີຄວາມຊຸ່ມໜ້ອຍ ດັ່ງນັ້ນ ການເກັບອາຫານຈືນບໍ່ວ່າຈະເປັນໄກ່ຈືນ, ເຕົ້າຮູ້ຈືນ ແລະ ອື່ນໆ ສາມາດໃສ່ກັບໄດ້ ແຕ່ຖ້າຈະປ່ຽນໃສ່ຖົງຢາງ ກໍຄວນໃຫ້ອາຫານເຢັນກ່ອນ.
  • ອາຫານປະເພດຜັກລວກ ຄວນເຮັດໃຫ້ນ້ຳອອກໝົດ ແລ້ວຊັບດ້ວຍເຈ້ຍທິດຊູອີກຄັ້ງ ກ່ອນຈະນຳແຍກໃສ່ກັບ.
  • ກ່ອງ ທີ່ໃສ່ຂອງກິນ ທີ່ເປັນສັດສ່ວນ ເໝາະສຳລັບໃສ່ອາຫານຫຼາຍຊະນິດ ທີ່ຕ້ອງການເກັບໄວ້ລວມກັນ ດັ່ງນັ້ນ, ກ່ອງ ຄວນມີສັດສ່ວນແຍກ ລະວ່າງຜັກ,ອາຫານຈືນ ແລະ ເຂົ້າ.

ນອກຈາກວິທີການເກັບອາຫານ ເພື່ອຫຼຸດຄວາມສ່ຽງ ເລື່ອງອາຫານບູດແລ້ວ ການເລືອກກິນອາຫານທີ່ປຸງສຸກໃໝ່ແທນການກິນອາຫານທີ່ຄ້າງຄືນ ເປັນສິ່ງທີ່ດີກວ່າ, ລວມໄປເຖິງ ການລ້າງມືໃຫ້ສະອາດກ່ອນກິນອາຫານແຕ່ລະຄັ້ງ ຈະເຮັດໃຫ້ເຮົາຫຼຸດຄວາມສ່ຽງອາຫານເປັນພິດໄດ້ອີກດ້ວຍ.

More from author

Related posts

Latest posts

“ຜ້າໄໝລາວ” ການອະນຸລັກ ແລະ ການປ່ຽນແປງ

ການອະນຸລັກ “ຜ້າໄໝລາວ” ມີຄວາມໝາຍວ່າ ລວດລາຍສີໄມ້ລາຍມືໃນຜືນຜ້າໃໝລາວ ຂອງບັນດາຊົນເຜົ່າຊາດລາວຕັ້ງແຕ່ເດີມມາເຖິງປັດຈຸບັນ ແມ່ນໄດ້ກາຍເປັນວັດທະນະທຳລາວມາແຕ່ບູຮານນະການ ຈຶ່ງຕ້ອງໄດ້ ອະນຸລັກ ແລະ ປົກປ້ອງຮັກສາໄວ້ໃຫ້ຄົງຢູ່ຢ່າງເປັນນິລັນດອນ ເຊິ່ງໄດ້ກາຍເປັນເອກະລັກຂອງຜ້າໄໝລາວ.

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.