Monday, April 21, 2025

ນ້ຳຕົກຕາດ ຫ້ວຍປາຕີນ ຄວາມອຸດົມສົມບູນທີ່ຫາເບິ່ງໄດ້ຍາກ

ແຂວງ ໄຊສົມບຸູນ ກໍເປັນອີກແຂວງໜຶ່ງທີ່ ມີທ່າແຮງຫຼາຍ ດ້ານ ບໍ່ວ່າຈະເປັນ ທ່າແຮງທາງດ້ານກະສິກຳ, ການທ່ອງທ່ຽວ ແລະ ອື່ນໆ ເຊິ່ງເລີ່ມມີບົດບາດຫຼາຍຂຶ້ນໃນໄລຍະຫຼັງໆ ມານີ້. ເມື່ອເວົ້າເຖິງການທ່ອງທ່ຽວຂອງແຂວງ ໄຊສົມບູນ ແລ້ວ ກໍມີສະຖານທີ່ທ່ອງທ່ຽວທີ່ໜ້າສົນໃຈຫຼາຍແຫ່ງທີ່ໜ້າສົນໃຈ ແຕ່ສະຖານທີ່ ທີ່ເພິ່ນຄົ້ນພົບຂຶ້ນມາໃໝ່ ແມ່ນນ້ຳຕົກຕາດ ຫ້ວຍປາຕີນ ທີ່ຕັ້ງຢູ່ບ້ານ ຜາສະຫງົບ, ເມືອງ ອະນຸວົງ.

ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມສວຍງາມ ແລະ ໜ້າທ່ຽວຊົມ, ມີ 3 ຊັ້ນລຽນຕິດກັນເປັນພະນັກ, ໃນແຕ່ລະຊັ້ນມີຄວາມສູງປະມານ 30 ແມັດ ແລະ ມີອ່າງຢູ່ບໍລິເວນນ້ຳຕົກຂອງແຕ່ລະຊັ້ນ ເຊິ່ງເປັນບ່ອນທີ່ມີຄວາມເໝາະສົມໃນການຫຼິ້ນນ້ຳ.

ອີງຕາມຂໍ້ມູນຈາກ ທ່ານ ປ່າຊົ່ງ ວ່າງ, ນາຍບ້ານ ຜາສະຫງົບ, ເມືອງ ອະນຸວົງ ໃຫ້ຮູ້ວ່າ: ນ້ຳຕົກຕາດແຫ່ງນີ້ເປັນນ້ຳຕົກທີ່ມີຄວາມອຸດົມສົມບູນໄປດ້ວຍຊັບພະຍາກອນປ່າໄມ້ນ້ອຍ-ໃຫຍ່, ມີສັດນ້ອຍ-ສັດໃຫຍ່ອາໄສຢູ່ບໍລິເວນດັ້ງກ່າວເປັນຈຳນວນຫຼວງຫຼາຍ ເປັນຕົ້ນແມ່ນ: ຟານ, ໝູປ່າ, ລີງ, ຄ່າງ, ທະນີ, ນົກ, ໜູ ແລະ ສັດປະເພດອື່ນໆອີກ; ນອກນຈາກນັ້ນ, ຍັງມີປູ, ປາ, ກຸ້ງ, ຫອຍ ແລະ ມີປາຕີນ (ປາມີຕີນ) ທີ່ອາໄສຢູ່ຕາມຫ້ວຍນ້ຳແຫ່ງນີ້ໂດຍຈະປະກົດໃຫ້ເຫັນເປັນຈຳນວນຫຼາຍ ເວົ້າເຖິງ “ປາຕີນ” ແມ່ນເປັນສັດເຄິ່ງບົກເຄິ່ງນ້ຳທີ່ຫາເບິ່ງໄດ້ຍາກ; ດັ່ງນັ້ນ, ອຳນາດການປົກຄອງບ້ານຈຶ່ງເອີ້ນຊື່ ນ້ຳຕົກ ຕາດແຫ່ງນີ້ວ່າ “ນ້ຳຕົກຕາດ ຫ້ວຍປາຕີນ”.

ປາຕີນ ມີຊື່ເອີ້ນທາງວິທະຍາສາດວ່າ: ສາລາແມນເດີ (salamander) ເປັນສັດເຄິ່ງບົກເຄິ່ງນ້ຳຊະນິດໜຶ່ງ ທີ່ຫາເບິ່ງໄດ້ຍາກ ແລະ ປະກົດໃຫ່້ຫັນເປັນພຽງບາງເຂດທີ່ມີພູມອາກາດໜາວເຢັນ ເປັນຕົ້ນແມ່ນບັນດາແຂວງພາກກາງ ແລະ ພາກເໜືອ ເຊັ່ນ: ແຂວງ ໄຊສົມບູນ ແລະ ຊຽງຂວາງ.

ສັດປະເພດນີ້ມັກຈະອາໄສຢູ່ໃນນ້ຳຫຼາຍກວ່າຢູ່ເທິງບົກ ເຊິ່ງໃນລະດູໜາວມັກຈະອອກມາຫາອາຫານ ແລະ ຕາກແດດຢູ່ຕາມບໍລິເວນຂອນໄມ້ ແລະ ຕາມກ້ອນຫິນຕ່າງໆ, ມັກກິນປານ້ອຍ, ກຸ້ງ, ແມງໄມ້, ຊີ້ນ ແລະ ຊາກສັດເປັນອາຫານ.

ປາຕີນ ມີຮູບຮ່າງລັກສະນະຄ້າຍຄືກັບຈິໂກະ, ມີລັກສະນະສີດຳເຂັ້ມ, ໂຕມົນກົມ, ມີຄວາມຍາວປະມານ 20 ຊັງຕີແມັດ, ຫາງແປຄ້າຍຄືກັບຫາງປາດຸກ ແລະ ມີຄວາມຍາວປະມານ 7 ຊັງຕີແມັດ, ດ້ານຫຼັງມີລາຍແຊກປົນກັບສີສົ້ມ ແຊກຍາວລົງແຕ່ຫົວລົງຫາກົ້ນ ປັດຈຸບັນ ທາງລັດຖະບານໄດ້ກຳນົດເອົາປາຕີນ ຫຼື ສາລາແມນເດີ ເປັນສັດຫວງຫ້າມເພື່ອສະຫງວນໄວ້ໃຫ້ລຸ້ນລູກລຸ້ນຫຼານໄດ້ເບິ່ງໄດ້ຊົມ ຖ້າບຸກຄົນໃດລັກລອບນຳມາບໍລິໂພກ ຫຼື ນຳໄປຄ້າຂາຍຈະຖືກປັບໄໝຕາມລະບຽບກົດໝາຍທີ່ໄດ້ວາງອອກ.

ປັດຈຸບັນ ນ້ຳຕົກຕາດ ຫ້ວຍປາຕີນ ແມ່ນຍັງບໍ່ທັນໄດ້ຮັບການພັດທະນາເທື່ອ ແລະ ຍັງບໍ່ທັນມີສິ່ງອຳນວຍຄວາມສະດວກໃຫ້ກັບນັກທ່ອງທ່ຽວໃນການເຂົ້າເຖິງແຫຼ່ງທ່ອງທ່ຽວດັ່ງກ່າວ, ເຖິງວ່າ ນ້ຳ ຕົກຕາດຫ້ວຍປາຕີນຈະເປັນຕາດທີ່ມີຄວາມສວຍງາມ ແລະ ມີຄວາມອຸດົົມສົມບູນຂອງທຳມະຊາດພຽງໃດກໍຕາມ ແຕ່ຍັງບໍ່ທັນເປັນທີ່ຮັບຮູ້ຂອງຜູ້ຄົນ ແລະ ນັກທ່ອງທ່ຽວ ເພາະການທີ່ຈະເຂົ້າໄປເຖິງສະຖານທີ່ແຫ່ງນີ້ແມ່ນຕ້ອງໄດ້ຍ່າງເຂົ້າໄປອີກ 2,5 ກິໂລແມັດຈຶ່ງຈະຮອດ.

ພາບ: ທ່ອງທ່ຽວແຂວງ ໄຊສົມບູນ

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.