Monday, March 24, 2025

ສິ່ງຈຳເປັນທີ່ຄວນເອົາຕິດລົດ ໃນຊ່ວງໜ້າຝົນ.

ຮອດໜ້າຝົນກັນແລ້ວ ການເດີນທາງໄປລ້າໄປການ ກໍອາດຈະບໍ່ຄ່ອຍສະດວກປານໃດ ໂດຍສະເພາະແມ່ນຜູ້ທີ່ຂັບຂີ່ລົກຈັກ ເຊິ່ງເຮົາບໍ່ຮູ້ວ່າຝົນຈະຕົກລົງມາຕອນໃດ ສະນັ້ນ, ສິ່ງທີ່ຈຳເປັນທີ່ຄວນຈະຕິດລົດໄວ້ໃນຊ່ວງໜ້າຝົນມີດັ່ງນີ້:

  • ຄັນຮົ່ມ: ເປັນສີ່ງທີ່ຄວນເອົາຕິດລົດໄປນຳ ບໍ່ວ່າຈະຍາມຝົນ ຫຼື ຍາມຮ້ອນ ກໍເປັນສິ່ງຈຳເປັນ ໂດຍສະເພາະຄົນທີ່ມີລົດໃຫຍ່ຄວນຈະມີຕິດລົດໄວ້ ຈັກ 1-2 ອັນເພື່ອຄວາມສະດວກ.
  • ເສື້ອກັນຝົນ: ຊື່ມັນກໍບອກແລ້ວວ່າເອົາໄວ້ໃຊ້ກັນຝົນ ສຳລັບໃຜທີ່ບໍ່ມັກເອົາຄັນຮົ່ມໄປນຳ ຫຼື ບໍ່ສະດວກກັ້ງຄັນຮົ່ມຂະນະທີ່ຂັບລົດ ເສື້ອກັນຝົນຊ່ວຍໄດ້ ເປັນຕົ້ນແມ່ນຜູ້ທີ່ຂັບຂີ່ລົດຈັກ ເພາະມັນໃຊ້ງ່າຍ ແລະ ຮັກສາໄວ້ສະດວກ ພຽງແຕ່ພັບໃສ່ກະເປົາເອົາຕິດຕົວໄປນຳທຸກບ່ອນ.
  • ຢາແກ້ໄຂ້: ລະດູຝົນແບບນີ້ຫາກຕ້ອງພົບກັບອາກາດທີ່ປ່ຽນແປງຕະຫຼອດ ແລະ ຖືກຝົນເປັນປະຈຳ ຄວນເອົາຢາແກ້ໄຂ້ຕິດຕົວໄປນຳຈັກແຜງ ຫາກເກີດອາການປ່ວຍກະທັນຫັນ ຈະໄດ້ຊ່ວຍຫຼຸດໄຂ້ໄດ້ທັນ.
  • ຖົງຢາງໃສ່ເຄື່ອງ: ນອກຈາກຄັນຮົ່ມ, ເສື້ອກັນຝົນແລ້ວ ຖົງຢາງກໍມີປະໂຫຍດເມື່ອຝົນຕົກລົງມາ ເພາະສາມາດນຳມາໃຊ້ປະໂຫຍດໄດ້ຫຼາຍຢ່າງເຊັ່ນ ໃສ່ເຄື່ອງຂອງທີ່ຈຳເປັນ ຫຼື ໃສ່ກະເປົາເງິນ ເຊິ່ງຈະຊ່ວຍປ້ອງກັນບໍ່ໃຫ້ຖົງຂອງເຮົາປຽກນ້ຳຝົນໄດ້.
  • ເກີບແຕະ: ຝົນຕົກພື້ນປຽກ ນ້ຳຂັງເປັນເລື່ອງທຳມະດາຂອງລະດູຝົນ ດັ່ງນັ້ນການໃສ່ເກີບບັງຕຸບ, ເກີບຜ້າໃບ ຫຼື ເກີບສົ້ນສູງ ກໍຈະເຮັດໃຫ້ການເດີນທາງຂອງເຮົາລຳບາກຫຼາຍຂຶ້ນ ແຕ່ກໍຄົງຫຼີກລ້ຽງບໍ່ໄດ້ກັບການອອກໄປເຮັດວຽກທຸກມື້ ສະນັ້ນ, ເກີບແຕະ ຈຶ່ງເປັນອີກຢ່າງໜຶ່ງທີ່ເຮົາຄວນຈະມີຕິດລົດໄວ້ ເພື່ອຈຳເປັນຕ້ອງປ່ຽນຈະໄດ້ຈັບມາໃຊ້ທັນທີບໍ່ຈຳເປັນຕ້ອງໃສ່ເກີບທີ່ແຫ້ງຍາກໃນການລຸຍນ້ຳ.

More from author

Related posts

Latest posts

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.