Wednesday, March 26, 2025

SAMSUNG ສົ່ງເສີມການທ່ອງທ່ຽວລາວ ເປີດໂປໂມຊັ່ນຮັບປີ້ຍົນຟຣີ ບິນໄປໃສກໍໄດ້

ຊໍາຊຸງລາວ ຕອບຮັບນະໂຍບາຍລັດຖະບານເປີດປະເທດຕ້ອນຮັບນັກທ່ອງທ່ຽວຈາກທົ່ວໂລກ ຂໍເປັນສ່ວນໜຶ່ງໃນການສົ່ງເສີມການທ່ອງທ່ຽວພາຍໃນປະເທດດ້ວຍໂປໂມຊັ່ນພິເສດຕັ້ງແຕ່ມື້ນີ້ຈົນຮອດວັນທີ 15 ກໍລະກົດ 2022 ນີ້.

ໃນຂະນະທີ່ສະຖານະການການລະບາດຂອງ ໂຄວິດ-19 ທົ່ວໂລກ ເລີ່ມເຫັນແນວທາງການຜ່ອນຜັນ ປະເທດລາວ ກໍປະກາດນະໂຍບາຍອະນຸຍາດໃຫ້ນັກທ່ອງທ່ຽວສາມາດເດີນທາງເຂົ້າລາວໄດ້ໂດຍບໍ່ຕ້ອງກັກໂຕ ເຊິ່ງສົ່ງຜົນໃຫ້ເກີດການໝູນວຽນເມັດເງິນຈາກຕ່າງປະເທດເຂົ້າໃນລາວໄດ້ຫຼາຍຂຶ້ນ.

ຊໍາຊຸງລາວຈຶ່ງຂໍເປັນສ່ວນໜຶ່ງໃນນະໂຍບາຍສົ່ງເສີມການທ່ອງທ່ຽວພາຍໃນປະເທດຄັ້ງນີ້ ດ້ວຍໂປໂມຊັ່ນພິເສດສໍາລັບຜູ້ທີ່ຊື້ໂທລະສັບມືຖື SAMSUNG S22 Series 5G ພ້ອມຮັບຟຮີປີ້ຍົນໄປໃສກໍໄດ້ໃນລາວ.

“SAMSUNG Galaxy S22 Series 5G “ ໂທລະສັບຕະກູນລຸ້ນເຮືອທົງໂຕລ່າສຸດຂອງຊໍາຊຸງ ເຊິ່ງໄດ້ສ້າງປະກົດການໃໝ່ມາແລ້ວໃນການສັ່ງຈອງລ່ວງໜ້າຈາກທົ່ວໂລກສູງກວ່າ Galaxy S21 Series ເຖິງ 2 ເທົ່າ ແລະ ຍັງທໍາລາຍທຸກສະຖິຕິການຈໍາໜ່າຍມືຖືຕະກູນ S Series ທຸກໂຕຂອງຊໍາຊຸງ ດ້ວຍຍອດທະລຸ 1 ລ້ານເຄື່ອງໃນໄລຍະເວລາພຽງ 8 ວັນເທົ່ານັ້ນ.

ເຮົາຈຶ່ງເຊື່ອວ່າ: “ໂທລະສັບມືຖືໃນຕະກູນ Galaxy S22 Series 5G ທຸກລຸ້ນ ຈະສາມາດຕອບໂຈດນັກເດີນທາງໄດ້ທຸກຮູບແບບ ທັ້ງໃນດ້ານປະສິດທິພາບ,ຄວາມທົນທານ ແລະ ບໍລິການອື່ນໆ ທີ່ຈະໄດ້ຮັບຈາກຊໍາຊຸງ ລວມເຖິງ Samsung Members ທີ່ຈະໃຫ້ສ່ວນຫຼຸດ ແລະ ໂປໂມຊັ່ນເພີ່ມພິເສດຈາກຮ້ານຄ້າທີ່ເຂົ້າຮ່ວມລາຍການເຊິ່ງມີໃຫ້ສະເພາະລູກຄ້າຊໍາຊຸງຂອງເຮົາທົ່ວປະເທດເທົ່ານັ້ນ ອີກດ້ວຍ” ທ່ານນາງ ວໍລະວັນ ຕັງກະມົນສະຖາພອນ, ຫົວໜ້າພະແນກມືຖື ບໍລິສັດ ລາວຊໍາຊຸງ ອີເລັກໂທຣນິກກ່າວ

ສໍາລັບຂໍ້ມູນເພີ່ມເຕີມກ່ຽວກັບເຄື່ອງໃນ Series S22 5G ສາມາດເບິ່ງໄດ້ທີ່ Facebook/SamsungLaos ຫຼືສອບຖາມຂໍ້ມູນກ່ຽວກັບໂປໂມຊັນໄດ້ທີ່ເບີຕິດຕໍ່: 021 417 333

More from author

Related posts

Latest posts

5 ວິທີຜ່ອນຄາຍ ຄວາມກົດດັນໃນບ່ອນເຮັດວຽກ

ເມື່ອຜ່ານຄວາມເມື່ອຍ ຄວາມກົດດັນ ຈາກຊ່ວງໄວຮຽນແລ້ວ ກໍຍັງຕ້ອງປະເຊີນໜ້າກັບຄວາມກົດດັນຈາກການເຮັດວຽກ ມື້ໜຶ່ງສະເລ່ຍແລ້ວເຮົາຢູ່ບ່ອນເຮັດວຽກຫຼາຍກວ່າຢູ່ເຮືອນ ບາງຄົນໂຊກດີໄດ້ເຮັດວຽກທີ່ມັກ ບ່ອນເຮັດວຽກສະພາບແວດລ້ອມດີ ກໍຊ່ວຍຫຼຸດຜ່ອນຄວາມຄຽດ ຄວາມກົດດັນ ຄວາມເມື່ອລ້າໄປໄດ້ເລັກນ້ອຍ ແຕ່ກໍຍັງມີຫຼາຍຄົນທີ່ຕ້ອງເຮັດວຽກພາຍໃຕ້ຄວາມກົດດັນ ທັງໜ້າວຽກ ເພື່ອນຮ່ວມງານ ແລະ ສະພາບແວດລ້ອມທີ່ບໍ່ເປັນໃຈ ສິ່ງເຫຼົ່ານີ້ຈະເປັນຕົວອັນຕະລາຍທີ່ກັດກິນເຮົາໄປໃນທຸກມື້.

VietJet ຂະຫຍາຍການເຊື່ອມຕໍ່ທົ່ວໂລກດ້ວຍການບໍລິການໃໝ່ເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ອິນເດຍ ແລະ ຍີ່ປຸ່ນ

(ນະຄອນຫຼວງວຽງຈັນ, 21 ມີນາ 2025) – VietJet ສືບຕໍ່ຂະຫຍາຍການບິນສາກົນ ດ້ວຍການເປີດນຳໃຊ້ 2 ເສັ້ນທາງການບິນໂດຍກົງໃໝ່ທີ່ເຊື່ອມຕໍ່ສູນກາງເສດຖະກິດຫວຽດນາມ ໂຮ່ຈີມິນ ກັບ Hyderabad ແລະ Bengaluru ຂອງອິນເດຍ. ພ້ອມນັ້ນ, ສາຍການບິນຍັງໄດ້ປະກາດ 2 ສາຍການບິນໂດຍກົງໃໝ່ລະຫວ່າງນະຄອນ ໂຮ່ຈີມິນ ກັບ Nagoya ແລະ Fukuoka ຂອງຍີ່ປຸ່ນ. ເສັ້ນທາງໃໝ່ເຫຼົ່ານີ້ນຳເອົາຈຳນວນເສັ້ນທາງສາກົນໃໝ່ທັງໝົດຂອງ VietJet ຂຶ້ນເປັນ 10 ເສັ້ນໃນເວລາພຽງ 2 ເດືອນ ເພື່ອຊຸກຍູ້ການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ຈີນ, ອິນເດຍ, ຍີ່ປຸ່ນ ແລະ ສິງກະໂປ.

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ