Friday, March 21, 2025

ພຣະອາຈານ ປອ. ດາວສະເດັດ ເລີດມະນີ, ພຣະ ນັກພັດທະນາ.

“ຈະພັດທະນາຄົນອື່ນໄດ້ ຕ້ອງພັດທະນາໂຕເອງກ່ອນ” ນີ້ແມ່ນຄຳເວົ້າຂອງ ພຣະອາຈານ ປອ. ດາວສະເດັດ ເລີດມະນີ, ເຈົ້າອະທິການ ວັດໃໝ່ໂຊກຄຳ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ. ເພິ່ນເປັນພຣະສົງອົງໜຶ່ງ ທີ່ມີແນວຄວາມຄິດໃນການສ້າງສາ ແລະ ພັດທະນາສັງຄົມໃນຮູບແບບໃໝ່ ໂດຍສະເພາະແມ່ນການພັດທະນາແນວຄວາມຄິດຂອງຄົນ ໃຫ້ເຂົ້າໃຈຫຼັກໃນການໃຊ້ຊີວິດປະຈຳວັນ ໂດຍໃຊ້ສື່ສັງຄົມອອນລາຍສະໄໝໃໝ່ເຂົ້າໃນການເຜີຍແຜ່ຄຳສັ່ງສອນຂອງພຣະພຸດທະເຈົ້າ ເພື່ອເປັນອີກສ່ອງທາງໜຶ່ງທີ່ເຮັດໃຫ້ສັງຄົມຮັບຮູ້ຫຼາຍຂຶ້ນ.

ເວົ້າເຖິງການພັດທະນາແລ້ວ ພຣະອາຈານ ດາວສະເດັດ ໄດ້ມີວິໄສທັດໃນການພັດທະນາ ໂດຍສະເພາະ ຢູ່ໃນວັດໃໝ່ໂຊກຄຳ ແມ່ນເພິ່ນຈະເນັ້ນຢູ່ 4 ຈຸດໃຫຍ່ຄື:

1. ເນັ້ນໃຫ້ວັດເປັນທີ່ໜ້າຢູ່ (ມີຄວາມສະອາດຈົບງາມ ແລະ ມີຄວາມຮົ່ມເຢັນ).

2. ເນັ້ນໃຫ້ວັດມີກິດຈະກຳຕາມພຸດທະພິທີ (ພຣະສົງພາຍໃນວັດຈະມີການສູດມົນ ເຊົ້າ-ແລງ ທຸກໆມື້ ແລະ ຈະຈັດພິທີສູດມົນທຸກໆວັນສິນໃຫຍ່ 15 ຄ່ຳ).

3. ເນັ້ນໃຫ້ວັດມີການຮັກສາສິ່ງແວດລ້ອມ (ຄືການປູກຕົ້ນໄມ້ໃຫ້ຫຼາຍຂຶ້ນ ແລະ ພາຍໃນວັດຈະບໍ່ມີການສ້າງທາດ ຫຼື ເອົາໄຫກະດູກໄວ້ໃນວັດ ຊຶ່ງເວົ້າໄດ້ວ່າ ເປັນວັດດຽວໃນນະຄອນຫຼວງວຽງຈັນ ທີ່ບໍ່ມີທາດ ຫຼື ໄຫກະດູກ).

4. ເນັ້ນການພັດທະນາສັງຄົມ (ເມື່ອຄົນເຂົ້າມາໃນວັດແລ້ວໃຫ້ໄດ້ຄວາມຮູ້ອອກໄປພັດທະນາຕໍ່ ເປັນຕົ້ນແມ່ນການປະຢັດ, ຄວາມພໍພຽງ ແລະ ການໃຊ້ຊີວິດດ້ວຍຄວາມເໝາະສົມ ບໍ່ຟູມເຟືອຍ…).

ນອກຈາກນີ້, ເພິ່ນຍັງບອກອີກວ່າ: ການທີ່ຈະເຮັດໃຫ້ຄົນເຮົາພັດທະນາໄດ້ ກໍຕ້ອງໄດ້ມີການພັດທະນາຢູ່ 4 ຢ່າງ ຄື:

  • ພັດທະນາ ທາງກາຍ.
  • ພັດທະນາ ລະບຽບວິໄນ.
  • ພັດທະນາ ຈິດໃຈ.
  • ພັດທະນາ ປັນຍາ.

ຊຶ່ງທັງ 4 ຢ່າງນີ້ ຈະຊ່ວຍໃຫ້ຄົນຜູ້ນັ້ນມີການດຳເນີນຊີວິດທີ່ດີໄດ້ໃນຊີວິດປະຈຳວັນ.

ສ່ວນການພັດທະນາ ວັດໃໝ່ບ້ານໂຊກຄຳ ແມ່ນເພິ່ນເລີ່ມນຳພາສ້າງມາແຕ່ປີ 2014 ຊຶ່ງເປັນວັດທຳອິດທີ່ ພຣະອາຈານ ດາວສະເດັດ ນຳພາອອກຕົນຍາດໂຍມສ້າງສາ ແລະ ກໍຍັງມີອີກຫຼາຍໆ ບ່ອນທີ່ເພິ່ນໄປຊ່ວຍເຫຼືອ ເຊັ່ນ: ຊ່ວຍສ້າງ ຫ້ອງນ້ຳໂຮງຮຽນປະຖົມບ້ານ ໂຊກຄຳ, ໄປຕັ້ງໂຮງທານເຂົ້າປຽກທີ່ໂຮງໝໍມິດຕະພາບ 150 ຕຽງ (ທຸກໆ ວັນສຸກ) ແລະ ບ່ອນອື່ນໆ ອີກທີ່ມີຄວາມຕ້ອງການຄວາມຊ່ວຍເຫຼືອ.

ພຣະອາຈານ ປອ. ດາວສະເດັດ ເລີດມະນີ ເກີດທີ່ບ້ານ ຕາດຂາແດງ, ເມືອງ ອຸທຸມພອນ, ແຂວງ ສະຫວັນນະເຂດ, ເພິ່ນເລີ່ມບວດໃນປີ 1992 ຕອນອາຍຸໄດ້ 11 ປີ, ຫຼັງຈາກບວດໄດ້ 2 ປີ ເພິ່ນກໍໄດ້ຢ້າຍໄປຢູ່ວັດບ້ານ ດົງເຫງັນ, ເມືອງ ອາດສະພັງທອງ 3 ປີ ຈຶ່ງໄດ້ຍ້າຍໄປຮຽນຕໍ່ຢູ່ໂຮງຮຽນອຸດົມສົງວັດໄຊຍະພູມ, ນະຄອນ ໄກສອນພົມວິຫານ, ເພິ່ນເປັນຄົນທີ່ມັກຮຽນຮູ້ ແລະ ພັດທະນາໂຕເອງຢູ່ສະເໝີ ພຣະອາຈານ ດາວສະເດັດ ຈົບການສຶກສາ ລະດັບປະລິນຍາຕີ ດ້ານພາສາອັງກິດ ທີ່ມະຫາວິທະຍາໄລ ມະຫາຈຸລາລົງກອນ, ແຂວງ ໜອງຄາຍ, ປະເທດໄທ ໃນປີ 2007, ຫຼັງຈາກສຶກສາຈົບກໍໄດ້ໄປເປັນຄູອາສາສອນພາສາອັງກິດຢູ່ຊຽງໃໝ່, ປະເທດໄທ 2 ປີ 2007-2008, ຈາກນັ້ນ ກໍກັບມາສອນຢູ່ທີ່ ວິທະຍາໄລສົງ ອົງຕື້ ໃນປີ 2008-2010.

ຈາກນັ້ນ ເພິ່ນກໍເສັງໄດ້ທຶນໄປຮຽນຕໍ່ປະລິນຍາໂທຢູ່ ປະເທດອິນເດຍ ແລະ ໄດ້ຈົບປະລິນຍາໂທ 2 ວິຊາ ຄື: ວິຊາ ພຸດທະສາສະໜາ, ຂະແໜງ ປັດຊະຍາ ທີ່ວິທະຍາໄລ DELIHI UNIVERSITY (DU) ປີ 2012 ດ້ວຍທຶນລັດຖະບານ ແລະ ວິຊາ Public Administration ທີ່ ວິທະ ຍາໄລ CMJ University ປີ 2012 ດ້ວຍທຶນສ່ວນຕົວ ແລ້ວກັບມາສອນອີກ 1 ປີ ແຕ່ 2012-2013, ຈາກນັ້ນ ໃນປີ 2014 ເພິ່ນກໍໄດ້ນຳພາອອກຕົນຍາດໂຍມສ້າງວັດໃໝ່ໂຊກຄຳຂຶ້ນ ແລະ ມີການພັດທະນາຂຶ້ນຢູ່ເລື້ອຍໆ. ຕໍ່ມາ ເພິ່ນກໍໄດ້ຮັບ ປະລິນຍາເອກ ໃນການຂຽນໂຄງການ ຮູບແບບການພັດທະນາ ວັດໃໝ່ໂຊກຄຳ ໃນທາງພຸດທະສາສະໜາ ປີ 2019 ທາງອອນລາຍ.

ການທີ່ເພິ່ນຈະກ້າວມາເຖິງຈຸດນີ້ໄດ້ແມ່ນ ເພິ່ນຕ້ອງໄດ້ຜ່ານຜ່າອຸປະສັກຫຼາຍຢ່າງທີ່ຕ້ອງໄດ້ໃຊ້ຄວາມອົດທົນພະຍາຍາມສູງ ເພື່ອໃຫ້ຜ່ານຈຸດນັ້ນມາໄດ້ ເຮັດໃຫ້ພໍ່ແມ່ພີ່ນ້ອງຊາວບ້ານໂຊກຄຳ ແລະ ເຂດອື່ນໆ ມີຄວາມສັດທາ ແລະ ເຫຼື້ອມໃສໃນຫຼັກຄຳສອນຂອງເພິ່ນ ເຮັດໃຫ້ເພິ່ນເປັນທີ່ເຄົາລົບນັບຖືຢ່າງກວ້າງຂວາງ. ມາຮອດປັດຈຸບັນ ພຣະອາຈານ ປອ. ດາວສະເດັດ, ອາຍຸ 41 ປີ, ບວດມາໄດ້ 30 ປີ ແລະ ບວດພຣະໄດ້ 21 ປີ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່