Saturday, November 1, 2025
Kbank Laos โอน รับ จ่าย

ປະສົບການລ້ຽງລູກ ຈາກແມ່ມືໃໝ່

ພໍ່ແມ່ ແຕ່ລະຄົນມີວິທີລ້ຽງລູກຂອງຕົນບໍ່ຄືກັນ ແຕ່ມີເປົ້າໝາຍດຽວກັນຄື ຢາກໃຫ້ລູກເປັນຄົນຮູ້ຜູ້ດີ້, ຟັງຄວາມພໍ່ແມ່ ເຊິ່ງມື້ນີ້ ອິນໄຊລາວ ໄດ້ນຳເອົາປະສົບການໃນການລ້ຽງລູກຈາກແມ່ມືໃໝ່ ວ່າພວກເຂົາລ້ຽງລູກແບບໃດ ມາຝາກກັນ.

ນາງແລັກ ແລະ ລູກຊາຍ

ນາງແລັກ ບອກວ່າ ການສອນລູກໃນໄວ 1-2ປີ ແມ່ນຈະຫັດໃຫ້ລູກນອນເປັນເວລາ, ກິນເຂົ້າໃຫ້ເປັນເວລາ ສອນໃຫ້ຮູ້ຈັກ ອົດທົນເຊັ່ນ ເວລາລູກບອກວ່າປວດຍ່ຽວ ເຮົາບໍ່ທັນດຶງໂສ້ງລົງໃຫ້ແມ່ນບອກລູກອົດໄວ້ກ່ອນລູກ ເພື່ອໃຫ້ລູກຮູ້ຈັກອົດກັ້ນ, ບອກໃຫ້ລູກຮູ້ຈັກບອກເວລາປວດຖ່າຍໜັກ, ຖ່າຍເບົາ, ເວລາຫຼິ້ນກັບໝູ່ ເວລາໝູ່ຕີ ບໍ່ໃຫ້ຕີຄືນ (ບໍ່ແມ່ນວ່າສອນໃຫ້ລູກເປັນຄົນອ່ອນແອ ແຕ່ມັນຈະຕິດເປັນນິດໄສ) ໝູ່ຕີເຈັບແລ້ວລູກໄຫ້ ເຮົາຈະປອບລູກເຮົາວ່າ ບໍ່ເປັນຫຍັງເນາະລູກຈັກໜ້ອຍກໍດີ ບໍ່ໄຫ້ເນາະຄົນເກັ່ງ ແລະ ເວລາລູກເຮັດຫຍັງໄດ້ ເຮົາຈະຊົມເຊີຍຍ້ອງຍໍ ແລະຕົບມືໃຫ້ຖ້າເຮົາຢາກໃຫ້ເຂົາເຮັດຕາມແມ່ນຍ້ອງຍໍ ເພາະເດັກນ້ອຍມັກຍ້ອງ ຈັ່ງໄດ້ຕາມທີ່ເຮົາຄິດ.

ນາງເມືອຍ ແລະ ລູກສາວ

ສ່ວນການສອນລູກຂອງນາງເມືອຍ ແມ່ນຈະບໍ່ຕາມໃຈລູກ ລູກຢາກໄດ້ຫຍັງທີ່ບໍ່ເປັນຕາໃຫ້ກະບໍ່ໃຫ້ ບໍ່ໄດ້ຕາມໃຈທີ່ຢາກໄດ້ຫຍັງກະໃຫ້ໝົດ ແລະຄ່ອຍບອກຄ່ອຍສອນ ບອກທຸກມື້ແຕ່ບໍ່ເຄີຍດ່າ ເພາະວ່າເດັກນ້ອຍດຽວນີ້ເຂົາຮຽນຮູ້ຈາກເຮົາໄດ້ໄວ້ ດັ່ງນັ້ນຈຶ່ງຕ້ອງຄ່ອຍບອກຄ່ອຍສອນ ແລະປະຕິບັດໃຫ້ລູກເຫັນຕົວຈິງວ່າອັນໃດຄວນເຮັດ ແລະ ອັນໃດບໍ່ຄວນເຮັດ.

ນາງນ້ອຍ ແລະ ລູກສາວ

ນາງນ້ອຍ ກໍເປັນແມ່ມືໃໝ່ອີກຜູ້ໜຶ່ງທີ່ມີການລ້ຽງລູກເປັນແບບຂອງຕົນເອງຄື ເຮັດແຕ່ແນວດີໆ ໃຫ້ລູກເຫັນ ເພາະເດັກກຳລັງຢູ່ໃນໄວຮຽນຮູ້ ເວລາຫວ່າງກໍສອນລູກຮ້ອງເພງ, ສອນລູກເຕັ້ນຕິກຕອກ ແລະໃຫ້ເບິ່ງມືຖືເປັນບາງຊ່ວງເວລາເພື່ອໃຫ້ລູກເຫັນວິວັດທະນາການຂອງກະຕຸ້ນ ຫຼືຂອງເດັກນ້ອຍເຕັ້ນຮ້ອງເພງແລ້ວຢາກເຮັດຕາມ ໃຫ້ລູກມີຄວາມຄິດສ້າງສັນໄປໃນຕົວ.

ນອກຈາກນີ້ ຍັງໄດ້ສຳພາດປະສົບການລ້ຽງລູກຂອງຄົນຍຸກໃໝ່ອີກຈຳນວນໜຶ່ງ ເຊິ່ງເຮົາສາມາດສະຫຼຸບຄວາມເຫັນ ແລະ ເຕັກນິກຕ່າງໆ ຈາກບັນດາແມ່ໆ ໄດ້ດັ່ງນີ້:

  1. ສອນລູກ ໂດຍການເປັນແບບຢ່າງທີ່ດີໃຫ້ລູກເຫັນ: ລູກຈະຮຽນຮູ້ຈາກການກະທຳໄດ້ດີກວ່າຄຳເວົ້າ ດັ່ງນັ້ນ, ພໍ່ແມ່ຕ້ອງເປັນແບບຢ່າງໃຫ້ລູກເຫັນ ຫຼາຍກວ່າອອກຄຳສັ່ງວ່າລູກຄວນເຮັດຫຍັງ? ຫຼື ຫ້າມບໍ່ໃຫ້ເຮັດຫຍັງ?.
  2. ສອນໂດຍການໃຊ້ຄຳເວົ້າ, ນ້ຳສຽງ ແລະ ສາຍຕາແຫ່ງຄວາມຮັກ: ເລີ່ມຈາກດຶງຄວາມສົນໃຈ ໃຊ້ຄຳເວົ້າງ່າຍໆເພື່ອໃຫ້ລູກທົບທວນໃນສີ່ງທີ່ເຮັດຜິດ ແລະໃຊ້ນ້ຳສຽງທີ່ໜັກແໜ້ນແຕ່ບໍ່ຮ້າຍເຊັ່ນ: ຖ້າລູກກຳລັງກິນເຂົ້າໜົມຢູ່ແລ້ວເຂົ້າໜົມຕົກເປື້ອນພື້ນ ແທນທີ່ພໍ່ແມ່ຈະຮ້າຍດ່າ ລອງປ່ຽນເປັນບອກທາງແກ້ໄຂ ແກ້ປັນຫາເຊັ່ນ: ກິນແລ້ວກໍຕ້ອງເກັບ ຫຼືຊອກຫຍັງມາຮອງເພື່ອບໍ່ໃຫ້ເຂົ້າໜົມຕົກລົງພື້ນ ນອກຈາກຄຳເວົ້າ ແລະນ້ຳສຽງແລ້ວພາສາກາຍກໍ່ສຳຄັນໃນການຊ່ວຍໃຫ້ລູກຮັບຟັງຫຼາຍຂຶ້ນ ພໍ່ແມ່ຄວນກົ້ມລົງແລ້ວເບິ່ງລູກດ້ວຍສາຍຕາແຫ່ງຮັກ ແລະຕັ້ງໃຈຟັງສີ່ງທີ່ລູກເວົ້າ.
  3. ສອນໂດຍການມີຂໍ້ຕົກລົງຮ່ວມກັນ:  ສອນໃຫ້ລູກໃຊ້ຄວາມຄິດແກ້ບັນຫາດ້ວຍຕົນເອງ ເດັກນ້ອຍອາຍຸ 2-3ປີ ເປັນໄວແຫ່ງການຕໍ່ຕ້ານ ການໃຫ້ຂໍ້ສະເໜີເພື່ອເປັນຂໍ້ຕົກລົງຮ່ວມກັນ ຫຼຸດການຮ້າຍດ່າໃຫ້ໜ້ອຍລົງເຊັ່ນ ຖ້າລູກຊ່ວຍແມ່ເກັບເຄື່ອງຫຼີ້ນ ເທື່ອໜ້າແມ່ຈະຊື້ໃຫ້ໃໝ່.
  4. ສອນໃຫ້ລູກໃຊ້ຄວາມຄິດແກ້ບັນຫາດ້ວຍຕົນເອງ: ປະໂຫຍກສັ້ນໆບາງຄຳເຮັດໃຫ້ລູກຮູ້ສຶກວ່າເຮັດຫຍັງກໍບໍ່ເປັນເຊັນ: ຢ່າເຮັດ, ຢ່າໄປ, ຫ້າມເຮັດ ແລະອື່ນໆ ສົ່ງຜົນໃຫ້ລູກຂາດຄວາມເຊື່ອໝັ້ນໃນຕົວເອງກາຍເປັນຄົນບໍ່ໝັ້ນໃຈ ຢ້ານຜິດ ແລະບໍ່ກ້າທີ່ຈະຄິດເຮັດຫຍັງໃໝ່ໆ. ນອກຈາກນີ້ແລ້ວຄວນຫາກິດຈະກຳທີ່ມ່ວນໆມາຫຼີ້ນກັບລູກ ຈະໄດ້ສອນລູກໃນການແກ້ບັນຫາໄປນຳ.
  5. ຮັບຟັງສີ່ງທີ່ລູກຕ້ອງການຈະບອກ: ບາງເທື່ອສີ່ງທີ່ພໍ່ແມ່ຄິດກໍອາດຈະເປັນສີ່ງທີບໍ່ຖືກຕ້ອງສະເໝີໄປ ເພາະເດັກນ້ອງແຕ່ລະຄົນມີຄວາມຄິດເປັນຂອງຕົນເອງ ສີ່ງທີຄວນເຮັດຄືຕ້ອງຖາມໃຫ້ຮູ້ວ່າລູກຄິດຫຍັງຢູ່ ເຮັດໄປເພື່ອຫຍັງ? ແລະຕັ້ງໃຈຟັງໃນສີ່ງທີ່ລູກບອກ ເພື່ອຊ່ວຍໃຫ້ລູກຜ່ອນຄາຍຄວາມໃນໃຈ ແລະຄ່ອຍໆປ່ຽນຄວາມຄິດຂອງລູກໃຫ້ໄປໃນທາງທີ່ຖືກຕ້ອງ.
  6. ບໍ່ໃຊ້ອາລົມ ແລະເມີນເສີຍກັບຄວາມຕ້ອງການຂອງລູກ: ຄອຍສັງເກດເບິ່ງລູກວ່າລູກຕ້ອງການສື່ສານຫຍັງກັບເຮົາ ອາດໃຊ້ວິທີຖາມຕະຫຼອດເພື່ອຢືນຢັນໃນສີ່ງທີ່ລູກເຮັດ ລວມເຖິງຕ້ອງການໃຫ້ລູກເຮັດຫຍັງ ພໍ່ແມ່ຄວນເວົ້າກັບລູກໃຫ້ລະອຽດ ສັ້ນໆເຂົ້າໃຈງ່າຍ.
  7. ສອນດ້ວຍວິທີທີ່ເຂົ້າໃຈງ່າຍ: ໃຊ້ເທັກນິກສອນໃຫ້ລູກຈື່ງ່າຍຂຶ້ນ ຍົກຕົວຢ່າງເຊັ່ນ: ມີມືເອົາໄວ້ຊ່ວຍເຫຼືອ ບໍ່ແມ່ນ ເອົາໄວ້ຕີເພີ່ນ ຫຼື ຈະເວົ້າໃຫ້ຕື່ນເຕັ້ນເຊັ່ນ: ມື້ນີ້ເຮັດຫຍັງຢູ່ໂຮງຮຽນແດ່ ປ່ຽນມາເປັນ ເລົ່າໃຫ້ຟັງເບິ່ງມື້ນີ້ຢູ່ໂຮງຮຽນຄູສອນຫຍັງມ່ວນໆແດ່  ຫຼີກລ້ຽງຄຳວ່າ “ຫ້າມ” ເພາະຈະເຮັດໃຫ້ລູກບໍ່ຟັງເຊັນ: ຫ້າມດື້ ປ່ຽນມາເປັນ ແມ່ຮັກລູກຫຼາຍໃນຕອນທີ່ລູກເຊື່ອຟັງ ແບບນີ້ເປັນຕົ້ນ.

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.