Friday, March 21, 2025

ສິນຄ້າປະເພດໃດ ທີ່ເຈົ້າຢາກໃຫ້ຜະລິດໃຊ້ເອງພາຍໃນປະເທດ?

ໃນໄລຍະຜ່ານມາລັດຖະບານ ໄດ້ມີການສົ່ງເສີມໃຫ້ນັກທຸລະກິດ ຜະລິດສິນຄ້າອຸປະໂພກ-ບໍລິໂພກຕ່າງໆ ໄວ້ຊົມໃຊ້ເອງພາຍໃນປະເທດ, ແຕ່ກໍອາດມີຂໍ້ຈຳກັດຫຼາຍຢ່າງທາງດ້ານວັດຖຸດິບທີ່ຈຳເປັນ ເຂົ້າໃນການຜະລິດ ແລະ ມີຕົ້ນທຶນຂ້ອນຂ້າງສູງ ຈຶ່ງເຮັດໃຫ້ບ້ານເຮົາມີຄວາມຈຳເປັນຕ້ອງເພິ່ງການນຳເຂົ້າຈາກຕ່າງປະເທດເປັນສ່ວນຫຼາຍ.

ຕໍ່ໄປນີ້ ແມ່ນຄວາມຄິດເຫັນຈາກປະຊາຊົນສ່ວນໜຶ່ງທີ່ຕ້ອງການຢາກໃຫ້ມີການຜະລິດສິນຄ້າ ທີ່ມີຄວາມຈຳເປັນສຳລັບຊີວິດປະຈຳວັນຂອງພວກເຂົາ.

ນາງ ຈັນສີ

ນາງ ຈັນສີ ເປັນພະນັກງານຜູ້ໜຶ່ງທີ່ຢາກໃຫ້ລາວຜະລິດ ແປ້ງນົວ, ນ້ຳມັນພືດ ໃຊ້ເອງເພາະວ່າການນຳເຂົ້າໃນຍາມເສດຖະກິດແບບນີ້ ເຮັດໃຫ້ສິນຄ້າປະເພດນີ້ກະໂດດຂຶ້ນສູງຫຼາຍ ແລະ ຄົນສ່ວນຫຼາຍຂາດບໍ່ໄດ້ ອີກຢ່າງເຊື່ອວ່າວັດຖຸດີບຈາກທຳມະຊາດບ້ານເຮົາ ກໍສາມາດນຳມາຜະລິດໄດ້. ໃນເວລາປຸງແຕ່ງອາຫານ ແລະ ໃຊ້ຫຼາຍກວ່າໝູ່, ໝົດໄວກວ່າໝູ່ກໍແມ່ນແປ້ງນົວ ແລະ ນ້ຳມັນເກືອບວ່າໄດ້ຊື້ທຸກທິດເລີຍ ຖ້າວ່າເປັນຄອບຄົວໃຫຍ່ ແຕ່ງກິນຕະຫຼອດຍິ່ງເປືອງ ຄິດວ່າຖ້າເຮົາຜະລິດສີ່ງເຫຼົ່ານີ້ໃຊ້ເອງຈະເຮັດໃຫ້ລາຄາສິ່ງຂອງບໍ່ຂຶ້ນຕາມອັດຕາແລກປ່ຽນ ເພາະວ່າທຸກມື້ນີ້ໄປຊື້ຫຍັງເຂົ້າເຈົ້າກະບອກແຕ່ວ່າແພງຍ້ອນອັດຕາແລັກປ່ຽນສູງ, ຫຼຸດບໍ່ໄດ້, ສີນຄ້າທີ່ນໍາເຂົ້າມາຈາກຕ່າງປະເທດທຸກມື້ນີ້ມັນແພງໂພດຊື້ບໍ່ໄຫວແລ້ວ, ແປ້ງນົວ ຈາກລາຄາຖົງ 1 ໂລ 16.000-17.000 ກີບ ກາຍມາເປັນ 29.000-30.000 ກີບ, ນໍ້າມັນພືດ ບາງຍີ່ຫໍ້ເຄີຍຊື້ແຕ່ 10.000-11.000 ພັນ/ຕຸກ ດຽວນີ້ຂຶ້ນມາເປັນ 32.000ກີບ/ຕຸກ.

ນາງ ສັ້ນ ກໍເປັນແມ່ເຮືອນອີກຜູ້ໜຶ່ງ ທີ່ລ້ຽງລູກນ້ອຍ ແລະ ຊື້ນົມໃຫ້ລູກທຸກໆອາທິດ, ແຕ່ການໄປຊື້ນົມທຸກອາທິດລາຄາແມ່ນບໍ່ຄືກັນ ແລະ ອີກຢ່າງມີບາງຮ້ານຖືກບາງຮ້ານແພງ ກໍບໍ່ເຂົ້າໃຈຄືກັນວ່ານົມຊະນິດດຽວກັນແຕ່ລາຄາຕ່າງກັນ ຫຼື ເປັນຍ້ອນຜະລິດຈາກໂຮງງານຕ່າງກັນບໍ່ ສະນັ້ນ, ຖ້າຢູ່ບ້ານເຮົາສາມາດຜະລິດນົມຜົງສຳເລັດຮູບຂອງເດັກນ້ອຍໄດ້ ກໍຄົງດີ ແລະ ລາຄາຄົງຈະຖືກກວ່ານີ້.

ນາງດາ

ສ່ວນນາງດາ ບອກວ່າ ຄວາມຈິງແລ້ວກໍຢາກໃຫ້ສິນຄ້າ ອຸປະໂພກ-ບໍລິໂພກຕ່າງໆ ຜະລິດຂຶ້ນຢູ່ລາວເຮົາເອງທັງໝົດ ເພື່ອຫຼຸດຜ່ອນການນຳເຂົ້າ ແລະ ສົ່ງເສີມສິນຄ້າພາຍໃນປະເທດເຮົາ, ແຕ່ສິນຄ້າທີ່ຜະລິດຂຶ້ນມານັ້ນ ຕ້ອງໄດ້ມາດຕະຖານ, ມີຄຸນະພາບ, ມີລາຄາສົມເຫດສົມຜົນ ຈຶ່ງຈະສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງປະຊາຊົນໄດ້.

ສຳລັບ ປ້າຈັນ ແລ້ວ ເພິ່ນເປັນແມ່ຄ້າຂາຍເຂົ້າໜົມຫວານມາໄດ້ 5-6 ປີແລ້ວ ເຖິງວ່າໃນປີຜ່ານມາລາຄາວັດຖຸດິບທີ່ໃຊ້ເຮັດເຂົ້າໜົມຈະຂຶ້ນທຸກປີ ແຕ່ກໍບໍ່ໄດ້ໂດດຂຶ້ນຄືປີນີ້ ແບບວ່າຂຶ້ນທົບເຄິ່ງເລີຍ ເປັນຕົ້ນແມ່ນກະທິ ເຄີຍຊື້ 5.000-6.000 ກີບ ມາດຽວນີ້ຂຶ້ນເປັນ 11.000-12.000 ກີບຕໍ່ກ່ອງ ຖ້າຈະໃຊ້ແຕ່ໝາກພ້າວມາເຮັດກະທິຢ່າງດຽວ ກໍບໍ່ຫອມມັນຄືເກົ່າ, ໃນເມື່ອເຮົາເຮັດໃຫ້ລູກຄ້າກິນ ເຮົາກໍຢາກເຮັດໃຫ້ແຊບຄືເກົ່າ ເຖິງວ່າລາຄາຈະຂຶ້ນປານໃດກໍຕ້ອງໄດ້ຊື້ມາເຮັດ. ຖ້າເປັນໄປໄດ້ ຖ້າບ້ານເຮົາສາມາດຜະລິດນຳກະທິສຳເລັດຮູບຍີ່ຫໍ້ຂອງລາວເອງ ໜ້າຈະຖືກກວ່າການນຳເຂົ້າຈາກຕ່າງປະເທດ.

More from author

Related posts

Latest posts

ເຮືອນຂອງເຮົາມີຄວາມສຸກລະດັບໃດ?

ຄວາມສຸກໃນເຮືອນຂອງເຈົ້າເປັນຈັ່ງໃດ? ຫລາຍຄົນຄິດວ່າ ຄວາມສຸກຂຶ້ນກັບເງິນທອງ ຫລື ຂອງຂວັນທີ່ມີ ແຕ່ຄວາມສຸກມວນຮວມປະເທດ (Gross National Happiness - GNH) ຂອງພູຖານ ບໍ່ໄດ້ວັດເພີຍແຕ່ຄວາມຮັ່ງມີທາງເສດຖະກິດເທົ່ານັ້ນ! ມັນຍັງວັດເຖິງຄວາມຮູ້ສຶກ ຄວາມຮ່ວມມື ແລະ ບັນຍາກາດຂອງເຮືອນແບບລວມດ້ວຍ

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່