ໂທລະສັບຖືກໃຈ Net Idol ຕ້ອງບາງເບົາ ຈໍແຈ້ງ ຖ່າຍຮູບງາມ!

ຫຼາຍຄົນອາດເບິ່ງວ່າ ວຽກຂອງເນັດໄອດໍຈະຕ້ອງໃຊ້ໂທລະສັບລຸ້ນເຮືອທົງ (Flagship) ແຕ່ສໍາລັບນັກສະແດງ ແລະ ເນັດໄອດໍຄື ອານິຕ້າ ຢາການາກິ ທີ່ມີຜູ້ຕິດຕາມຫຼາຍກວ່າ 50.000 ກວ່າຄົນ, ການເປັນເນັດໄອດໍກໍຄືການນໍາສະເໜີຄວາມເປັນຕົນເອງເທິງຊ່ອງທາງອອນລາຍຜ່ານກ້ອງໂທລະສັບມືຖືໃນຊີວິດປະຈໍາວັນຂອງພວກເຂົາເພື່ອໃຫ້ຜູ້ຕິດຕາມເຫັນເຖິງຄວາມສົດໃສ ແລະ ນໍາສະເໜີຢ່າງຕໍ່ເນື່ອງ.

ຮູບພາບສ່ວນໃຫຍ່ທີ່ອານິຕ້ານໍາມາໂພສລົງສື່ສັງຄົມອອນລາຍຄືພາບທີ່ຖ່າຍດ້ວຍແສງທໍາມະຊາດ ເຊິ່ງບາງຄັ້ງອາດຈະຕ້ອງໃຊ້ຂາຕັ້ງກ້ອງໃນກໍລະນີຕ້ອງໄດ້ຖ່າຍພາບຕົວເອງ ໂດຍສິ່ງສໍາຄັນທີ່ອານິຕ້າແນະນໍາໃຫ້ແຟນເພຈກໍຄື ບໍ່ວ່າຈະຖ່າຍຮູບໃນທ່າໃດ ກໍຕ້ອງມີຄວາມໝັ້ນໃຈເປັນອັນດັບໜຶ່ງ.

ໃນຂະນະດຽວກັນໂທລະສັບມືຖືທີ່ນໍາມາໃຊ້ຖ່າຍຮູບຄືສ່ວນຊ່ວຍສົ່ງເສີມໃຫ້ເກີດຄວາມໝັ້ນໃຈຂຶ້ນໄປອີກ ແຕ່ກໍບໍ່ຈໍາເປັນວ່າຈະຕ້ອງເປັນເຄື່ອງທີ່ແພງທີ່ສຸດແຕ່ຕ້ອງມີຄຸນນະພາບເໝາະສົມກັບການໃຊ້ງານໃນຊີວິດປະຈໍາວັນເຊິ່ງນັບວ່າເປັນສິ່ງສໍາຄັນຫຼາຍກວ່າ.

“ອານິຕ້າຢູ່ກັບ Samsung Galaxy A Series ມາເປັນເວລາ 2 ປີແລ້ວ ຖືວ່າເປັນທີ່ເວລາດົນເລີຍ. ໂດຍຫຼັງຈາກທີ່ໄດ້ໃຊ້ Samsung Galaxy A Series ອານິຕ້າຮູ້ສຶກວ່າປະທັບໃຈ ເພາະວ່າມັນເກີນຄາດອີຫຼີ, ຈຸດໂດດເດັ່ນກໍຄື ຫນ້າຈໍລື່ນໄຫຼໄດ້ຄ່ອງແຄ້ວຫຼາຍ ແລະ ສີຂອງຫນ້າຈໍກໍສົດດີ, ແບັດຂອງ Galaxy A Series ຍັງທົນທານ ຫຼິ້ນໄດ້ໝົດມື້ແບບບໍ່ໄດ້ສາກເລີຍ ດີແຮງ. ໂທລະສັບເພິ່ນລາຄາບໍ່ແຮງ ແຕ່ຄຸນນະພາບເກີນລາຄາແທ້ໆ.”
“ສິ່ງທີ່ປະທັບໃຈໃນໂຕຂອງ Galaxy A Series, ທີ່ອານິຕ້າປະຕິເສດບໍ່ໄດ້ເລີຍ ນັ້ນກໍຄືເລື່ອງຂອງກ້ອງທີ່ມີຫຼາຍ features ໃຫ້ຫຼິ້ນ ບໍ່ວ່າຈະເປັນ wide mode, portrait mode ແລະອີກຫຼາຍໆ features, ເພາະອານິຕ້າມັກຖ່າຍຮູບ ເລີຍຮູ້ສຶກວ່າເໝາະກັບຕົວເອງສຸດໆ” ອານິຕ້າກ່າວ.
ນອກນີ້ ອານິຕ້າຍັງກ່າວຕື່ມອີກວ່າ Samsung Galaxy A Series ເປັນລຸ້ນທີ່ຕອບໂຈດການໃຊ້ຊີວິດປະຈໍາວັນຂອງອານິຕ້າໄດ້ແບບບໍ່ຕ້ອງພົກ power bank ໃຫ້ໜັກກະເປົາ ຍ້ອນແບັດເຕີຣີຂອງ Galaxy A Series ມີຄວາມທົນທານອີຫຼີ ແລະອີກຢ່າງກໍຄື ໂທລະສັບບາງເບົາ ຈັບໄປໃສມາໃສກໍສະດວກສະບາຍ”.

ທັ້ງນີ້ໃນເຄື່ອງ Samsung Galaxy A Series ທຸກລຸ້ນຈະເນັ້ນອອກແບບໃຫ້ເໝາະສົມກັບຊີວິດປະຈໍາວັນຂອງຄົນໄວໜຸ່ມທີ່ມີຄວາມສົດໃສ ແລະ ມີຄວາມເປັນຕົວຂອງຕົວເອງ ໂດຍລຸ້ນທີ່ວາງຈໍາໜ່າຍໃໝ່ລ່າສຸດໃນປີນີ້ ປະກອບໄປດ້ວຍ: Galaxy A33, A53 ແລະ A73 ແລະ ທັງສາມລຸ້ນໄດ້ຮັບການພັດທະນາປະສິດທິພາບໃຫ້ສູງຂຶ້ນທັງໜ່ວຍປະມວນຜົນ, ຄຸນສົມບັດກ້ອງ ແລະ ຄວາມຈຸຂອງແບັດເຕີຣີ.

ສໍາລັບຄຸນສົມບັດທີ່ໂດດເດັ່ນທີ່ສຸດໃນປີນີ້ ຄືສາມາດປ້ອງກັນຝຸ່ນ ແລະ ລະອອງນໍ້າຕາມມາດຕະຖານ IP67 ໄດ້ໃນຂະນະດຽວກັນກໍຍັງຄົງຮູບຊົງ ນໍ້າໜັກ ແລະ ສີສັນຂອງເຄື່ອງທີ່ເໝາະສົມກັບຄົນຮຸ່ນໃໝ່ຕາມຄອນເຊັບAWESOME ເຊິ່ງນັບວ່າເປັນສະເໜ່ໃນການອອກແບບຫຼັກຂອງ Galaxy A Series ໄດ້ເປັນຢ່າງດີ.

ຂໍ້ມູນເພີ່ມເຕີມກ່ຽວກັບ Samsung Galaxy A Series ປີ 2022 ສາມາດເບິ່ງໄດ້ທີ່:Facebook/SamsungLaos ຫຼື ສອບຖາມຂໍ້ມູນໄດ້ທີ່ເບີຕິດຕໍ່: 021 417 333

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...