Wednesday, March 19, 2025

ພິທີຫຼໍ່ພຣະພຸດທະຮູບ ທອງເຫຼືອງ 2 ອົງ ຢູ່ແຂວງ ອັດຕະປື

ການນຳແຂວງ ອັດຕະປື ໄດ້ຈັດພິທີ ຫຼໍ່ພຣະພຸດທະຮູບ ທອງເຫຼືອງ ປາງຊະນະມານ 2 ອົງ ຂຶ້ນໃນວັນທີ 25 ມິຖຸນາ 2022 ທີ່ ວັດປ່າລະຍາວໃຕ້, ເມືອງ ສາມັກຄີໄຊ, ແຂວງ ອັດຕະປື, ໂດຍການເຂົ້າຮ່ວມຂອງທ່ານ ເລັດ ໄຊຍະພອນ ເຈົ້າແຂວງອັດຕະປື, ມີຄະນະຝ່າຍສົງ, ອົງການຈັດຕັ້ງທຸກພາກສ່ວນທີ່ກ່ຽວຂ້ອງ ແລະ ພຸດທະສາສະນິກະຊົນຜູ້ມີໃຈບຸນ ໃຈກຸສົນເຂົ້າຮ່ວມ.

ທ່ານ ເລັດ ໄຊຍະພອນ, ເຈົ້າແຂວງອັດຕະປື ໄດ້ມີຄຳເຫັນເປີດພິທີວ່າ: ການຫຼໍ່ພຣະພຸດທະຮູບຄັ້ງນີ້ ແມ່ນບົ່ງບອກເຖິງຄວາມຈະເລີນຮຸ່ງເຮືອງດ້ານຄວາມສັດທາຂອງບັນພະບຸລຸດລາວເຮົາຕໍ່ພຣະພຸດທະສາສະໜາ, ເພາະພຣະພຸດທະຮູບຄື: ຮູບເຄົາລົບທີ່ສູງສຸດ, ສັນຍາລັກເຄື່ອງໝາຍບອກເຖິງຄວາມດີ, ມີຄວາມກ່ຽວຂ້ອງກັບພຣະພຸດທະສາສະໜາ, ພຣະພຸດທະຮູບເຖິງແມ່ນວ່າຈະບໍ່ແມ່ນອົງແທນພຣະພຸດທະເຈົ້າກໍຕາມ, ແຕ່ກໍເປັນການສ້າງວັດຖຸມຸງຄຸນ, ມໍລະດົກທາງໃຈທີ່ແສນປະເສີດ, ມີຄຸນຄ່າຫຼາຍ.

ການຫຼໍ່ພຣະພຸດທະຮູບ ໃນຄັ້ງນີ້; ແມ່ນເພື່ອສືບສານ ພຸດທະສິນລະປະ ອັນຊົງຄຸນຄ່າຂອງບັນພຣະບູລຸດລາວ, ເພື່ອຮັກສາ ແລະ ພັດທະນາສີນລະປະລາວຮ່ວມສະໄໝໃຫ້ຈະ ເລີນຮຸ່ງເຮືອງເໝືອນໃນອະດີດ, ທີ່ສືບຕໍ່ກັນມາຍາວນານຫຼາຍຮ້ອຍປີ,ເພື່ອສ້າງບຸນກຸສົນໃຫ້ກັບຕົນເອງ ແລະ ຄອບຄົວ,ເພື່ອນຶກເຖິງພຣະທັມຄໍາສັ່ງສອນຂອງພຣະພຸດທະອົງ, ຈຶ່ງສ້າງຖວາຍເປັນພຸດທະບູຊາແດ່ອົງສົມເດັດພຣະສັມມາສັມພຸດທະເຈົ້າແລະ ເພື່ອເປັນເຄື່ອງກາບໄຫວ້ສັກກາຣະບູຊາທັງຫຼາຍຂອງພຸດທະສາສະນິກະຊົນ, ເພື່ອສືບທອດອາຍຸຂອງພຣະພຸດທະສາດສະໜາໃນດ້ານສາສະຫນາວັດຖຸໃຫ້ມີຄວາມຮຸ່ງເຮືອງເຫຼືອງເຫຼື້ອມຕໍ່ໄປ, ເພື່ອອຸທິດສ່ວນບຸນກຸສົນໃຫ້ກັບບັນພຣະບຸລຸດ ມີບິດາ-ມານດາ,ຄູອາຈານ,ບູລະພຣະກະສັດ, ຜູ້ນຳພັກລັດ, ແລະ ສັບພະສັດທັງຫຼາຍທີ່ລ່ວງລັບໄປແລ້ວ,
ພຣະພຸດທະຮູບທອງເຫຼືອງ ປາງຊະນະມານ ທັງ 2 ອົງນີ້ ມີນໍ້າໜັກລວມ ອົງລະ 600 ກິໂລ.

ໃນພິທີຄັ້ງນີ້, ຍັງໄດ້ມີການຕັກບາດຖະຫວາຍສັງຄະທານ, ໃຕ້ທຽນບູຊາພະລັດຕະນະໄຕ ລັ່ນຄ້ອງ 9 ບາດ, ໄຫວ້ພຣະຮັບສີນ ຖະຫວາຍທອງວັດຖຸມຸງຄຸນມີຄ່າ ຄະລະວະ ຮັບພອນ, ຢາດນໍ້າ, ປ່ອນວັດຖຸມຸງຄຸນມີຄ່າ ຫຼາບເງີນ, ຫຼາບຄຳ, ຫຼາບທອງ, ພ້ອມຫຼໍ່ເກດພຣະ ແລະ ຫຼໍ່ອົງພຣະພຸດທະຮູບ ຢ່າງເປັນທາງການ.

ໂດຍ: ມະນີວອນ

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.