Friday, April 18, 2025

ພາສ່ອງຄວາມໜ້າຮັກ ນ້ອງນ້ຳໃສ ດາວ TIKTOK ລຸ້ນນ້ອຍໄວ 4 ປີ

ນ້ອງນ້ຳໃສ ສາວນ້ອຍໄວ 4 ປີ ກຳລັງສາຍແວວເທິງ TIKTOK ດ້ວຍຄຳເວົ້າທີ່ໜ້າຮັກ ເຮັດໃຫ້ຫຼາຍໆຄົນທີ່ໄດ້ເບິ່ງຄລິບນ້ອງ ຕ່າງກໍມີຮອຍຍິ້ມໄປຕາມໆກັນ. ນ້ອງນ້ຳໃສ ມີຊື່ແທ້ວ່າ ສຸນິດາ ທຸມມະລີ ເປັນລູກຂອງທ້າວ ພັນວຽງໄຊ ຄຳມະວົງ ແລະ ນາງ ລຸນນີ ທຸມມະລີ, ຢູ່ທີ່ບ້ານ ດອນແດງ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

ຈາກການສອບຖາມ ພໍ່ນ້ອງນ້ຳໃສ ໃຫ້ຮູ້ວ່າ ນ້ອງນ້ຳໃສ ເປັນຄົນມັກເຕັ້ນ, ມັກຟ້ອນ ແລະ ມັກເວົ້າ ຕອນທຳອິດ ນ້ອງນ້ຳໃສ ມັກເບິ່ງຕິກຕ໋ອກ ແລະ ເຫັນຫຼາຍຄົນອັບຄລິບລົງແບບມີຄວາມສຸກ ນ້ອງນ້ຳໃສ ກໍຢາກເຮັດນຳ ເພາະຢູ່ໃນຕິກຕ໋ອກກໍມີຫຼາຍອັນໃຫ້ຫຼິ້ນ ມ່ວນດີ, ມີຄວາມສຸກ ແລະ ເອົາໄວ້ເບິ່ງຕອນນໍ້າໃສໃຫຍ່ມາ.

ຫຼັງຈາກນັ້ນ ພໍ່ກໍເລີ່ມອັດຄລິບ ນ້ອງນ້ຳໃສ ລົງ TIKTOK ໂດຍຄລິບທຳອິດທີ່ອັບລົງແມ່ນຄລິບ “ຮ້ອງເພັງໂຄວິດ” ເຊິ່ງບໍ່ຄິດວ່າຈະມີຄົນເຂົາມາເບິ່ງຫຼາຍ ຕັ້ງແຕ່ຄລິບທຳອິດ ຮູ້ສຶກດີໃຈ ແລະ ຂອບໃຈທຸກຄົນ ທີ່ເອັນດູນ້ອງນ້ຳໃສ.

ພໍ່ນ້ອງນ້ຳໃສ ເວົ້າວ່າ ຕອນນ້ຳໃສອາຍຸໄດ້ 1 ປີ ສັງເກດເຫັນວ່າ ນ້ອງເວົ້າແຈ້ງດີ ແລະ ເລົ່າຄໍາສັບຈື່ໄດ້ໄວ ພໍ່ແມ່ກໍເລີຍອັດຄລິບໄວ້ໃຫ້ເພິ່ນເບິ່ງຕອນໃຫຍ່ ແລະ ກໍເຫັນວ່າການອັດຄລິບແມ່ນໄດ້ມີຜົນດີ ເພາະວ່າການອັດຄລິບຈະເຮັດໃຫ້ເຂົາເຈົ້າຈື່ໄດ້ດີ ໃນເມື່ອເປີດຄລິບເກົ່າໃຫ້ລູກເບິ່ງເຂົາຈະຈື່ ແລະ ໄດ້ທົບທວນສິ່ງທີ່ລູກເຮັດຜ່ານມາ.

ສຳລັບນ້ອງນ້ຳໃສແມ່ນ ພໍ່ແມ່ໄດ້ແບ່ງເວລາໃຫ້ ເພາະວ່າເຮົາຄິດວ່າເວລາຄືສິ່ງສຳຄັນ ລູກຈະຕ້ອງການຄຳຕອບສິ່ງຕ່າງໆ ໃນສິ່ງທີ່ລູກຕ້ອງການຢາກຮູ້ ພໍ່ແມ່ມີໜ້າທີ່ຕອບຄຳຖາມ ແລະ ອະທິບາຍສິ່ງຕ່າງໆ, ຄວາມຈິງດ້ວຍເຫດ ແລະ ຜົນໃຫ້ລູກ ໃນສິ່ງທີ່ລູກຢາກຮູ້ ສິ່ງສຳຄັນທີ່ສຸດເວລາທີ່ລູກສົນໃຈຢາກຮູ້ສິ່ງໃດສິ່ງໜຶ່ງ ເມື່ອເຮົາອະທິບາຍໃຫ້ລູກແລ້ວ ເຂົາຈະຈື່ຈຳໄດ້ດີໃນສິ່ງນັ້ນ.

ໃນການສ້າງຄຣີບຢູ່ TIKTOK ທຳອິດພໍ່ແມ່ກໍບໍ່ເຄີຍຫຼິ້ນມາກ່ອນ ເມື່ອໂຫຼດແອບມາແລ້ວກໍໄດ້ພາລູກຫຼິ້ນ ແລະ ເຫັນວ່າລູກກໍມີຄວາມສົນໃຈດີເລີຍພາກັນຫຼີ້ນຕັ້ງແຕ່ນັ້ນມາ, ສ່ວນການຫຼິ້ນ TIKTOK ຖ້າເຮົາແບ່ງເວລາໃຫ້ດີ ກໍຈະມີຜົນດີຕໍ່ເຮົາ ເພາະວ່າຈະສ້າງຄວາມມ່ວນຊື່ນ ຄາຍຄຽດ, ເປັນການບັນທຶກກິດຈະກຳການຮຽນຮູ້ໄປນຳ.

ໃນນາມທີ່ເປັນຜູ້ຜົກຄອງ ນ້ອງນ້ຳໃສ ກໍຢາກແລກປ່ຽນບົດຮຽນໃນການລ້ຽງລູກນຳພໍ່ແມ່ທຸກຄົນ ເພາະເຫັນວ່າເວລາເປັນສິ່ງສຳຄັນ ໃນເມື່ອລູກມີສົນໃຈສິ່ງໃດສິ່ງໜຶ່ງເຮົາຄວນຈະຕອບ ແລະ ອະທິບາຍໃຫ້ເຂົາດ້ວຍເຫດ ແລະ ຜົນ, ຄວນສົ່ງເສີມລູກໃນສິ່ງທີ່ລູກມັກ ແລ້ວເຂົາຈະມີຄວາມສຸກ ແລະ ເຮັດສິ່ງນັ້ນອອກມາໄດ້ດີ. ແນວໃດກໍດີກໍຢາກຝາກຕິດຕາມຄວາມໜ້າຮັກຂອງນ້ອງນ້ຳໃສ ເທິງ TIKTOK ແລະ ເຟສບຸກກັນແດ່ເດີ້!!

ຕິດຕາມເພຈ ນ້ອງນ້ຳໃສໄດ້ທີ່ ເຟສບຸກ:

ນ້ອງນ້ຳໃສໃນ TIKTOK :

More from author

Related posts

Latest posts

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.

VietJet ລົງນາມໃນຂໍ້ຕົກລົງ 300 ລ້ານໂດລາສະຫະລັດ ເພື່ອສົ່ງເສີມການຂະຫຍາຍຕົວຂອງກອງທັບເຮືອ, ລວມຍອດມູນຄ່າການຄ້າຂອງອາເມລິກາເຖິງ 64 ຕື້ໂດລາສະຫະລັດ

(ນະຄອນຫຼວງວຽງຈັນ, 11 ເມສາ 2025) – ສາຍການບິນ VietJet ແລະ AV Air Finance ໄດ້ລົງນາມໃນຂໍ້ຕົກລົງດ້ານການເງິນລວມມູນຄ່າ 300 ລ້ານໂດລາສະຫະລັດ. ພິທີລົງນາມຄັ້ງນີ້ໄດ້ມີການພົບປະຂອງທ່ານຮອງນາຍົກລັດຖະມົນຕີຫວຽດນາມ Ho Duc Phuc  ແລະ ບັນດາເຈົ້າໜ້າທີ່ຂັ້ນສູງລັດຖະບານຫວຽດນາມ ເພື່ອແນ່ໃສ່ເພີ່ມທະວີການພົວພັນດ້ານເສດຖະກິດ ແລະ ການຄ້າຂອງ ຫວຽດນາມ - ອາເມລິກາ.