Thursday, November 13, 2025
Kbank Laos โอน รับ จ่าย

ຈະເຮັດແນວໃດ ໃຫ້ຄົນລາວ ໃຊ້ສິນຄ້າທີ່ລາວຜະລິດ.

ຄ່ານິຍົມຂອງຄົນລາວໃນການນຳໃຊ້ສິນຄ້ານຳເຂົ້າ ບໍ່ໄດ້ມີແຕ່ໃນຍຸກປັດຈຸບັນ ແຕ່ມີມາດົນແລ້ວຍ້ອນໃນເມື່ອກ່ອນສິນຄ້າທີ່ຜະລິດຢູ່ລາວບໍ່ຄ່ອຍມີ ເກີດເປັນຄວາມລຶ້ງເຄີຍໃນການນຳໃຊ້ຜະລິດຕະພັນທີ່ນຳເຂົ້າຈາກຕ່າງປະເທດສ່ວນໃຫຍ່, ເຊິ່ງໃນປັດຈຸບັນ ການທີ່ຈະໃຫ້ຄົນລາວ ຫັນມານຳໃຊ້ສິນຄ້າຂອງລາວນັ້ນ, ຄວນຈະຜະລິດສິນຄ້າທີ່ມີຄຸນນະພາບອອກມາ ໃຊ້ແລ້ວເຫັນຜົນ, ປັບລາຄາໃຫ້ເໝາະສົມ ແລະ ມີຄວາມຄົງທີ່.

ຈາກການສອບຖາມຄວາມຄິດເຫັນຂອງປະຊາຊົນ ແລະ ແມ່ຄ້າສ່ວນໜຶjງ ເພີ່ນໄດ້ໃຫ້ຄຳເຫັນວ່າ:

ແມ່ຕ້າ ແມ່ຄ້າຂາຍເຄື່ອງຢູ່ຕະຫຼາດພະຂາວ ລາວໄດ້ໃຫ້ຄຳເຫັນວ່າ ການທີ່ຈະໃຫ້ຄົນລາວກັບມາໃຊ້ສິນຄ້າລາວຫຼາຍຂຶ້ນ ກໍຄວນຫຼຸດການນຳເຂົ້າຈາກຕ່າງປະເທດ ສົ່ງເສີມການຜະລິດສິນຄ້າໃນສີ່ງທີ່ລາວສາມາດຜະລິດໄດ້ ແລະ ເຮັດໃຫ້ຜະລິດຕະພັນລາວໄດ້ຄຸນນະພາບ ທຽບເທົ່າກັບຂອງຕ່າງປະເທດນຳ, ໃຊ້ໜ້ອຍແຕ່ໄດ້ມາດຕະຖານ ເຊື່ອວ່າຖ້າເຮັດມາດີ ໃຜກະຢາກໃຊ້ຂອງລາວ ຫັ້ນລະ.

ນາງ ນ້ອຍ ປະຊາຊົນບ້ານ ສີວິໄລ ກໍເປັນອີກຄົນທີ່ໃຫ້ທັດສະນະວ່າ ຖ້າຢາກໃຫ້ຄົນລາວໃຊ້ຂອງລາວ ກໍຕ້ອງເພີ່ມການໂຄສະນາເຜີຍແພ່ ໃຫ້ກວ້າງອອກໄປອີກ ບາງຄົນຍັງບໍ່ຮູ້ກໍມີ ວ່າລາວມີຜະລິດຕະພັນຫຍັງແດ່ ທີ່ສາມາດຜະລິດເອງໄດ້ ຄົນສ່ວນຫຼາຍມັກຈະຊື້ແຕ່ສິ່ງທີ່ເຄີຍໃຊ້ຕະຫຼອດມາ ຖ້າຈະປ່ຽນໄປໃຊ້ຍີ່ຫໍ້ອື່ນ ກໍຕໍ່ເມື່ອຍີ່ຫໍ້ເກົ່າມັນບໍ່ດີແລ້ວ ຫຼື ເຫັນວ່າຍີ່ຫໍ້ໃໝ່ດີກວ່າເທົ່ານັ້ນ.

ສ່ວນ ນາງ ຈ່ອຍ ແມ່ຄ້າຂາຍໝູ ຢູ່ຕະຫຼາດພະຂາວ ເວົ້າວ່າ ຄວາມຈິງກໍຢາກໃຊ້ຂອງລາວທຸກອັນຫັ້ນລະ! ແຕ່ເຫັນລາຄາແລ້ວ ກໍພໍໆກັບຂອງນຳເຂົ້າ ຖ້າຫາກຢາກໃຫ້ຄົນລາວໃຊ້ຂອງລາວ ກໍຕ້ອງເຮັດລາຄາໃຫ້ເໝາະສົມ ເຄີຍໄດ້ຍິນລູກຄ້າທີ່ມາຊື້ເຄື່ອງນຳຈົ່ມຢູ່ວ່າ ຂະໜາດບໍ່ແມ່ນເຄື່ອງນຳເຂົ້າເຊັ່ນ ອາຫານການກິນທີ່ລາວເຮັດເອງ ຍັງຂຶ້ນລາຄາຕາມອັດຕາແລກປ່ຽນເງິນ ແລ້ວຢູ່ໃສລະວ່າເປັນຂອງລາວແລ້ວລາຄາຄືຂຶ້ນ ຍັງບໍ່ເຂົ້າໃຈວ່າ ໄດ້ນຳເຂົ້າມາຈາກໃສ ເລື່ອງນີ້ຍັງບໍ່ມີໃຜຕອບໄດ້ ຫຼື ວ່າເປັນຍ້ອນໃສປຸຍທີ່ນຳເຂົ້າມາແພງເບາະກໍຍັງເວົ້າກັນຢູ່.

ແລ້ວທ່ານເດ້ ມີຄວາມຄິດເຫັນແບບໃດ ທີ່ຈະກະຕຸ້ນໃຫ້ຄົນລາວ ກັບມາໃຊ້ສິນຄ້າລາວ ແລະ ຕ້ອງໄດ້ປັງປຸງ ຫຼື ແກ້ໄຂໃຫ້ສິນຄ້າຂອງລາວເປັນແບບໃດ? ແລະ ສາມາດຕອບສະໜອງດ້ານໃດແດ່ໃຫ້ແກ່ປະຊາຊົນລາວຕື່ມ ກໍສາມາດສະແດງຄວາມຄິດເຫັນມາໄດ້.

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.