Wednesday, October 29, 2025
Kbank Laos โอน รับ จ่าย

ຮູ້ບໍ່ວ່າ! ໄວຣັສ ໂຄວິດ-19 ເຂົ້າສູ່ສະໝອງດ້ວຍວິທີ “ເຈາະອຸໂມງ”

ປິດສະໜາເລື່ອງເຊື້ອໄວຣັສໂຄໂລນາ ສາຍພັນໃໝ່ ຫຼື ໄວຣັສ ໂຄວິດ-19 ສາມາດເຂົ້າສູ່ສະໝອງໄດ້ແນວໃດ? ເຖິງແມ່ນວ່າຈຸລັງຂອງສະໝອງເກືອບຈະບໍ່ມີໂຕຮັບ ACE2 ທີ່ ໄວຣັສ ໃຊ້ຜ່ານເຂົ້າສູ່ຈຸລັງຮ່າງກາຍເລີຍນັ້ນ, ເຊິ່ງຂະນະນີ້ ນັກວິທະຍາສາດໄດ້ມີຂໍ້ມູນທີ່ຊ່ວຍໄຂປິດສະໜາແລ້ວ.

ທີມນັກຄົ້ນຄວ້າຈາກສະຖາບັນ Pasteur ຂອງຝຣັ່ງ ໄດ້ພິມເຜີຍແຜ່ຜົນການຄົ້ນພົບຫຼ້າສຸດຂອງພວກເຂົາ ໃນວາລະສານ Science Advances, ເຊິ່ງໄດ້ສະແດງໃຫ້ເຫັນວ່າ ພະຍາດ ໂຄວິດ-19 ສາມາດເຂົ້າໄປໃນເນື້ອເຍື່ອດັງໄດ້ ສາມາດກະຕຸ້ນການສ້າງທໍ່ຂະຫນາດນ້ອຍ ເຊື່ອມຕໍ່ລະຫວ່າງຈຸລັງເນື້ອເຍື່ອດັງ ແລະ ຈຸລັງສະໝອງໄດ້, ໄວຣັດໂຄວິດ ຈະໃຊ້ຊ່ອງທາງນີ້ເປັນ “ອຸໂມງ” ເພື່ອເດີນທາງຜ່ານສະໝອງຕໍ່ໄປ.

ຜົນການວິໄຈດັ່ງກ່າວ ຊ່ວຍອະທິບາຍສາເຫດຂອງພາວະເມື່ອຍລ້າຂອງສະໝອງ (Brain Fog) ເຊິ່ງເປັນຄວາມຜິດປົກກະຕິທາງດ້ານຄວາມຄິດ ແລະ ຄວາມຈຳ ຫຼັງຈາກເຈັບປ່ວຍດ້ວຍ ໄວຣັດ ໂຄວິດ-19 ເຖິງແມ່ນວ່າ ຈຸລັງສະໝອງບໍ່ມີແນວໂນ້ມທີ່ຈະຕິດເຊື້ອໄວຣັດ ໂຄວິດ-19 ຄືກັບອະໄວຍະວະອື່ນໆ ໂດຍສະເພາະແມ່ນອະໄວຍະວະລະບົບທາງຫາຍໃຈເຊັ່ນ: ປາກ, ດັງ ແລະ ປອດ ເຊິ່ງເຕັມໄປດ້ວຍຕົວຮັບ ACE2 ທີ່ໄວຣັດມັກ.

ມີການທົດລອງນໍາເອົາຈຸລັງປະສາດປະເພດໜຶ່ງໄດ້ຖືກທົດສອບ ເພື່ອຢູ່ຮ່ວມກັນກັບຈຸລັງເນື້ອເຍື່ອອະໄວຍະວະອື່ນໃນຈານທົດລອງ ເຊິ່ງຈຸລັງປະເພດສຸດທ້າຍທີ່ນໍາມາທົດລອງໄດ້ຕິດເຊື້ອ ໂຄວິດ-19 ແລ້ວ ຜົນ​ທີ່ໄດ້​ຮັບ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ​ໃນ​ເວ​ລາ​ສັ້ນໆ​ ຈຸ​ລັງ​ປະ​ສາດ​ໄດ້​ຕິດ​ເຊື້ອ​ໄວ​ຣັ​ສ ​ໂຄວິດ-19 ເຊັ່ນ​ດຽວ​ກັນ (ເຊິ່ງສາເຫດນີ້ຈະບໍ່ໄດ້ເກີດຂຶ້ນໃນເວລາທີ່ເຊື້ອໄວຣັສຖືກຈັດໃສ່ໃນຈານທົດລອງທີ່ມີແຕ່ຈຸລັງປະສາດລ້ວນ).

ເມື່ອພວກເຂົານໍາໃຊ້ກ້ອງຈຸລະທັດເອເລັກໂຕຣນິກ ສ່ອງເບິ່ງໃນຈານທົດລອງທີ່ມີຈຸລັງທັງສອງປະເພດຕິດເຊື້ອ, ນັກຄົ້ນຄວ້າໄດ້ພົບວ່າ ຈຸລັງເນື້ອເຍື່ອອະໄວຍະວະ ໄດ້ເກີດສ້າງເປັນທໍ່ຂະໜາດນ້ອຍຈໍານວນຫຼາຍທີ່ເຊື່ອມຕໍ່ກັບຈຸລັງຂອງປະສາດ ເຊິ່ງໄວຣັສ ໂຄວິດ-19 ໃຊ້ທໍ່ເຫຼົ່ານີ້ເປັນອຸໂມງທີ່ຜ່ານຈຸລັງເສັ້ນປະສາດໄດ້ຢ່າງງ່າຍດາຍ ໂດຍບໍ່ມີການອີງໃສ່ຕົວຮັບ ACE2 ເຊັ່ນດຽວກັນກັບກໍລະນີທີ່ມີການຕິດເຊື້ອທົ່ວໄປ.

ເຖິງຢ່າງໃດກໍຕາມ, ຂະບວນການຕ້ອງໄດ້ຮັບການທົດສອບໃໝ່ໃນຮ່າງກາຍຂອງມະນຸດອີກຄັ້ງ ເພື່ອໃຫ້ແນ່ໃຈວ່າການຕິດເຊື້ອໄວຣັສ ໂຄວິດ-19 ໃນສະໝອງຕົວຈິງແມ່ນມາຈາກຂະບວນການນີ້ແທ້ ຫຼື ບໍ່, ເຊິ່ງຖ້າຢືນຢັນແລ້ວ ນັກວິທະຍາສາດຈະສາມາດສ້າງຢາ ຫຼື ໂມເລກຸນ ທີ່ສະກັດກັ້ນການເຈາະຂອງຈຸລັງເຫຼົ່ານີ້ ເພື່ອປ້ອງກັນການເຂົ້າສູ່ສະໝອງຂອງໄວຣັສ ໂຄວິດ-19 ຕື່ມອີກ.

ຂໍ້ມູນຈາກ: BBC

More from author

Related posts

Latest posts

ສາຍການບິນ Vietjet ໄດ້ສ່ອງແສງໃນຖານະທີເປັນສາຍການບິນຊັ້ນນໍາຂອງອາຊີດ້ານປະສົບການລູກຄ້າ ໃນງານ World Travel Awards 2025

(ນະຄອນຫຼວງວຽງຈັນ, ວັນທີ 15 ຕຸລາ 2025) – Vietjet ໄດ້ຢືນຢັນຕໍາແໜ່ງຂອງຕົນອີກເທື່ອໜຶ່ງ ໃນຖານະສາຍການບິນຄື້ນລູກໃໝ່ຊັ້ນນຳຂອງອາຊີ, ຄວ້າລາງວັນອັນຊົງກຽດ “ສາຍການບິນຊັ້ນນຳຂອງອາຊີ - ປະສົບການລູກຄ້າ 2025” ທີ່ພິທີມອບລາງວັນ World Travel Awards (WTA) ອັນມີຊື່ສຽງ ຈັດຂຶ້ນທີ່ຮ່ອງກົງ.

Vietjet ມອບສ່ວນຫຼຸດ 50%ຖ້ຽວບິນ, ຟຣີຄ່າກະເປົາ ແລະ ອື່ນໆ ສຳລັບນັກທ່ອງທ່ຽວຈາກ ສປປ ລາວ

(ນະຄອນຫຼວງວຽງຈັນ, ວັນທີ 9 ຕຸລາ 2025) – ສາຍການບິນ Vietjet ໄດ້ເລີ່ມຕົ້ນແຄມເປນໂປຣໂມຊັ່ນຄັ້ງໃຫຍ່ທີ່ສຸດຂອງປີ, ໂດຍສະເໜີສ່ວນຫຼຸດຖ້ຽວບິນສູງສຸດ 50%, ຟຣີຄ່າກະເປົ໋າ, ຂໍ້ສະເໜີພິເສດສຳລັບໂຮງແຮມ ແລະ ອື່ນໆ ອີກຫຼາຍຢ່າງໃນຊ່ວງໄລຍະ Super Sale 10 ວັນ ທີ່ມີຈໍາກັດ. ໂປຣໂມຊັ່ນທີ່ໃຫຍ່ທີ່ສຸດຂອງສາຍການບິນໃນປີນີ້ ເຮັດໃຫ້ນັກທ່ອງທ່ຽວຊາວລາວສາມາດເຂົ້າເຖິງການເດີນທາງໃນທ້າຍປີໄປປະເທດຫວຽດນາມ ແລະ ຕ່າງປະເທດໄດ້ງ່າຍຂຶ້ນກວ່າທີ່ເຄີຍ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.