6 ເດືອນ ອັດຕະປື ມີນັກທ່ອງທ່ຽວເຂົ້າມາພຽງ 24 ພັນກວ່າຄົນ

ໃນໄລຍະ 6 ດືອນຕົ້ນປີ 2022 ນີ້ ຢູ່ແຂວງ ອັດຕະປື ໄດ້ມີນັກທ່ອງທ່ຽວເຂົ້າມາທ່ອງທ່ຽວທັງໝົດ 24.265 ຄົນ, ເຊິ່ງຈໍານວນດັ່ງກ່າວແມ່ນລ້ວນແຕ່ແມ່ນນັກທ່ອງທ່ຽວພາຍໃນປະເທດທັງໝົດ, ເມື່ອທຽບໃສ່ແຜນການປີແລ້ວບັນລຸໄດ້ພຽງ 26,96% ແລະ ສາມາດກະຈາຍລາຍໄດ້ຈາກການທ່ອງທ່ຽວໄດ້ທັງໝົດ 8,57 ຕື້ກີບ, ເມື່ອທຽບໃສ່ແຜນການແລ້ວບັນລຸໄດ້ 26,51% .

ພາບປະກອບຈາກ: ອັດຕະປື-Studio

ອີງຕາມການລາຍງານຂອງ ທ່ານ ອ໋ອງຄໍາ ຄູນສະໄໝ, ຮອງຫົວໜ້າ ພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງ ອັດຕະປື ໃນກອງປະຊຸມສະຫຼຸບ 6 ເດືອນຕົ້ນປີ ຂອງພະແນກ ຖວທ ແຂວງ ເມື່ອບໍ່ດົນຜ່ານມານີ້ ໃຫ້ຮູ້ວ່າ: ໄລຍະ 6 ເດືອນຕົ້ນປີ 2022 ນີ້ ພະແນກ ຖວທ ແຂວງອັດຕະປື ໄດ້ເອົາໃຈໃສ່ປັບປຸງ ແລະ ພັດທະນາ ການທ່ອງທ່ຽວຂອງແຂວງຢ່າງຕໍ່ເນື່ອງ ແລະ ມີຈຸດສຸມ; ໃນນີ້,ໄດ້ສໍາເລັດການຜ່ານແບບເບື້ອງຕົ້ນໂຄງການພັດທະນາພູສະພອງ, ຜ່ານແບບແນວຄວາມຄິດການພັດທະນາແຫຼ່ງທ່ອງທ່ຽວເຂດບ້ານ ຕໍາມໍຢອດ, ເມືອງ ສະໜາມໄຊ, ສໍາເລັດການສ້າງແຜນຟື້ນຟູການທ່ອງທ່ຽວຂອງແຂວງ ຫຼັງການລະບາດຂອງພະຍາດ ໂຄວິດ -19 ໄລຍະແຕ່ປີ 2022-2025 ແລະ ກໍາລັງສະເໜີແຂວງເພື່ອຮັບຮອງ, ສ່ວນໃນ 6 ເດືອນທ້າຍປີນີ້ ຂະແໜງການທ່ອງທ່ຽວ ແຂວງອັດຕະປື ຈະໄດ້ສຸມໃສ່ເງື່ອນໄຂ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ອງທ່ຽວພາຍໃນແຂວງ ໃນໂອກາດລັດຖະບານເປີດປະເທດຮັບນັກທ່ອງ ທ່ຽວ ຫຼັງພະຍາດ ໂຄວິດ-19 ໃຫ້ບັນລຸໄດ້ຕາມແຜນທີ່ວາງໄວ້ໝົດປີໃຫ້ໄດ້ 90 ພັນຄົນ ແລະ ກະຈາຍລາຍຮັບໄດ້ຈາກການທ່ອງທ່ຽວ ໝົດປີນີ້ໃຫ້ໄດ້ 33 ຕື້ກີບ.

ພາບປະກອບຈາກ: ອັດຕະປື-Studio

ສຳລັບ ແຂວງ ອັດຕະປື ມີແຫຼ່ງທ່ອງທ່ຽວທີ່ໄດ້ຂື້ນບັນຊີແລ້ວຈໍານວນ 68 ແຫ່ງ, ໃນນັ້ນ ແຫຼ່ງທ່ອງທ່ຽວດ້ານທໍາມະຊາດ 38 ແຫ່ງ, ດ້ານວັດທະນະທໍາ 18 ແຫ່ງ ແລະ ແຫຼ່ງທ່ອງທ່ຽວດ້ານປະຫວັດສາດ 12 ແຫ່ງ, ມີຫົວໜ່ວຍທຸລະກິດບໍລິການທັງໝົດ 161 ແຫ່ງ, ມີບໍລິສັດທ່ອງທ່ຽວ 2 ຫົວໜ່ວຍ, ມີໂຮງແຮມ 22 ແຫ່ງ, ເຮືອນພັກ 31 ຫຼັງ, ຮ້ານອາຫານ 62 ຮ້ານ, ຮ້ານກິນດື່ມ 42 ຮ້ານ, ຮ້ານບັນເທິງ 1 ຫົວໜ່ວຍ ແລະ ຮ້ານຄາຣາໂອເກະ 1 ຫົວໜ່ວຍ.


ໂດຍ: ພອນປະເສິດ ສິດຕິພັນ ຂ.ອັດຕະປື

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...