ຈັດງານວາງສະແດງສິລະປະຮ່ວມສະໄໝ ລາວ-ໄທ ສົ່ງເສີມການສຳພັນໄມຕີ 2 ປະເທດ

ເພື່ອເປັນການສົ່ງເສີມການສຳພັນທະໄມຕີ ລະຫວ່າງ 2 ປະເທດ ລາວ-ໄທ ໃນວັນທີ 25 ກໍລະກົດ 2022 ທ່ານ ເຈດສະດາ ກະຕະເວທິນ, ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານຮ່ວມໃນພິທີເປີດງານວາງສະແດງສິລະປະຮ່ວມສະໄໝ ລາວ-ໄທ ເພື່ອສົ່ງເສີມສຳພັນໄມຕີລະຫວ່າງໄທ ກັບ ສປປ ລາວ ທີ່ສະຖາບັນວິຈິດສິນແຫ່ງຊາດ, ນະຄອນຫຼວງ ວຽງຈັນ.

ໂດຍມີທ່ານ ຄຳສຸກ ແກ້ວວົງຊາຍ, ຜູ້ອຳນວຍການສະຖາບັນວິຈິດສິນແຫ່ງຊາດ, ດຣ. ກະມົນ ທັດສະນານຊະລີ ສິລະປິນແຫ່ງຊາດ ສາຂາທັດສະນະສິນ, ຜູ້ແທນຈາກກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ. ແລະ ກະຊວງວັດທະນະທຳ ແຫ່ງຣາຊະອານາຈັກໄທ ລວມທັງ, ສິລະປິນແຫ່ງຊາດ, ສິລະປິນອາວຸໂສ ແລະ ສິລະປິນ ທັງຈາກໄທ ແລະ ສປປ ລາວ ເຂົ້າຮ່ວມ.

ງານວາງສະແດງດັ່ງກ່າວ, ເປັນການຮ່ວມມືລະຫວ່າງ ສະຖານເອກອັກຄະຣາຊະທູດໄທ ກັບ ສະຖາບັນວິຈິດສິນແຫ່ງຊາດ ສປປ ລາວ, ກະຊວງວັດທະນະທຳ ແຫ່ງຣາຊະອານາຈັກໄທ, ສະພາສິລະປະກຳໄທໃນສະຫະລັດອາເມລິກາ ແລະ ມູນິທິ ຈິດ ບົວບຸດ ຈັດສະແດງຜົນງານຂອງສິລະປິນໄທ ແລະ ສປປ ລາວ ຮ່ວມຈຳນວນ 39 ຜົນງານ ທີ່ສື່ເຖິງຄວາມສຳພັນອັນໃກ້ຊິດລະຫວ່າງປະຊາຊົນທັງສອງປະເທດ.

ນອກຈາກນີ້, ໃນຊ່ວງໄລຍະການຢ້ຽມຢາມ ສປປ ລາວ ເມື່ອວັນທີ 24 ກໍລະກົດ 2022 ຄະນະສິລະປິນໄທ ຍັງໄດ້ຈັດກິດຈະກຳສາທິດການຂຽນສີນ້ຳ, ການຂຽນລາຍໄທປະຍຸກດ້ວຍເຄຍອງ, ການເຮັດເຄື່ອງປັ້ນດິນເຜົາແບບບູຮານ, ການອ່ານບົດກະວີໂດຍອາຈານ ເນົາວະຣັດ ພົງໄພບູນ ສະມາຊິກວຸດທິສະພາ ແລະ ສິລະປິນແຫ່ງຊາດ ສາຂາວັນນະສິນ ແລະ ການບັນຍາຍສິລະປະກ່ຽວກັບສິລະປະຮ່ວມສະໄໝອີກດ້ວຍ.

ສຳລັບຜູ້ທີ່ສົນໃຈ ສາມາດເຂົ້າຮັບຊົມຜົນງານວາງສະແດງສິລະປະຮ່ວມສະໄໝ ລາວ-ໄທ ທີ່ ສະຖາບັນວິຈິດສິນແຫ່ງຊາດ ໄດ້ຕັ້ງແຕ່ມື້ນີ້ຈົນເຖິງ ວັນທີ 30 ສິງຫາ 2022 (ສະເພາະ ວັນຈັນ-ສຸກ) ເວລາ 08:00 – 16:00 ໂມງ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...