Saturday, February 8, 2025

Galaxy Z Series ນໍາເທຣນມືຖືຈໍພັບລະດັບໂລກອີກຄັ້ງ ຊໍາຊຸງຍັງຢືນໜຶ່ງທັງດ້ານເຕັກໂນໂລຊີ ແລະ ໂປຣໂມຊັ່ນ

Samsung Galaxy Z Flip4 ແລະ Samsung Galaxy Z Fold4 ປຸກຕະຫຼາດໂທລະສັບມືຖືຈໍພັບໃຫ້ເປັນທີ່ຈັບຕາທົ່ວໂລກອີກຄັ້ງ ໂດຍທັນທີທີ່ເປີດໂຕໃນງານ Unpacked ໄປເມື່ອຕົ້ນເດືອນທີ່ຜ່ານມາ ກໍໄດ້ຮັບການກ່າວເຖິງທົ່ວໂລກ ອີກທັງຍັງປຸກກະແສໂທລະສັບຈໍພັບໃຫ້ເປັນທີ່ສົນໃຈຂອງຕະຫຼາດ ທີ່ກໍາລັງຈະກາຍເປັນຕົ້ນແບບຂອງໂທລະສັບມືຖືທີ່ໃຊ້ກັນຢ່າງແຜ່ຫຼາຍ ເຊິ່ງຄາດວ່າຍອດຈໍາໜ່າຍລວມກັນຈະຫຼາຍກວ່າ Samsung Galaxy Z Flip3 ແລະ Galaxy Z Fold3 ເຄີຍເຮັດໄດ້ 7.1 ລ້ານເຄື່ອງໃນປີທີ່ຜ່ານມາ.

ນອກຈາກນີ້, ໃນຊ່ວງເວລາຂອງການສັ່ງຈອງລ່ວງໜ້າ ຊໍາຊຸງຍັງມີໂປຣໂມຊັ່ນພິເສດທີ່ຄຸ້ມຄ່າ ເປັນການຂອບໃຈລູກຄ້າໂດຍສະເພາະ ເຊິ່ງຜູ້ທີ່ຈອງເຄື່ອງ Galaxy Z Flip4 ລ່ວງໜ້າ ຈະໄດ້ຮຸ່ນທີ່ມີໜ່ວຍຄວາມຈໍາ 256 GB ພ້ອມ Galaxy Tab A7 Lite Wi-Fi, ເຄສໃສ ແລະ ຫົວສາກ 25W ແລະ ສໍາລັບຜູ້ຈອງ Galaxy Z Fold4 ລ່ວງໜ້າ ຈະໄດ້ຮຸ່ນທີ່ມີໜ່ວຍຄວາມຈໍາ 512 GB ພ້ອມGalaxy Watch4 ແລະ Note Package (ເຄສ ພ້ອມ S Pen ແລະ  ຫົວສາກ 25W).

ທັງນີ້, ຈຸດເດັ່ນຂອງ Galaxy Z Flip4 ແລະ Z Fold4 ແມ່ນຢູ່ທີ່ການປະສົມປະສານທັງດ້ານນະວັດຕະກໍາເຕັກໂນໂລຊີທີ່ລໍ້າໜ້າລະດັບໂລກ ໂດຍເພີ່ມປະສິດທິພາບໃຫ້ສູງຂຶ້ນທຸກດ້ານໃນແບບທີ່ບໍ່ເຄີຍມີມາກ່ອນ, ແລະ ການອອກແບບທີ່ສວຍງາມ ທີ່ບໍ່ພຽງແຕ່ພັບໄດ້ ແຕ່ຍັງແຂງແຮງທົນທານ ອີກທັງຍັງສົ່ງເສີມພາບລັກຂອງຜູ້ໃຊ້ ໂດຍບົ່ງບອກເຖິງຕົວຕົນທີ່ມີຄວາມທັນສະໄໝ ແລະ ສອດຄ່ອງກັບຊີວິດປະຈໍາວັນຂອງແຕ່ລະຄົນໄດ້ເປັນຢ່າງດີ.

ເຫຼືອພຽງແຕ່ບໍເທົ່າໃດມື້ແລ້ວສຳລັບການສັ່ງຈອງ, ຈົນຮອດວັນທີ 1 ກັນຍາ 2022 ນີ້ເທົ່ານັ້ນ. ຜູ້ສັ່ງຈອງຈະໄດ້ຮັບໂປຣໂມຊັ່ນສຸດພິເສດ ຈໍາກັດສະເພາະຊ່ວງສັ່ງຈອງລ່ວງໜ້າທີ່ຕົວແທນຈໍາໜ່າຍຊໍາຊຸງທົ່ວປະເທດ ໂດຍລາຄາໃນຊ່ວງສັ່ງຈອງຂອງ SAMSUNG Galaxy Z Flip4 ແມ່ນ 18.999.000 ກີບ ແລະ Samsung Galaxy Z Fold4 ລາຄາ 32.599.000 ກີບ. ສໍາລັບຜູ້ສັ່ງຈອງເຄື່ອງໄວ້ ຈະໄດ້ສໍາຜັດກັບໂທລະສັບມືຖືຈໍພັບທີ່ຈະປ່ຽນປະສົບການການໃຊ້ງານຂອງຄົນທົ່ວໂລກໄດ້ໃນໄວໆນີ້.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: