ຂໍຂອບໃຈນຳຜູ້ສະໜັບສະໜູນ

Hacker ກຳລັງໂຈມຕີບໍລິການອອນລາຍເປັນວົງກວ້າງ ເພາະໃນປະຈຸບັນ ໂທລະສັບໄດ້ເປັນສື່ກາງໃນການໃຊ້ບໍລິການອອນລາຍຕ່າງໆ.

ບໍລິສັດດ້ານຄວາມປອດໄພທາງອິນເຕີເນັດຂອງຕ່າງປະເທດ Trend Macro ໄດ້ກວດພົບ 17 ແອັບພິເຄຊັນໃນ Google Play Store ທີ່ມີໄວຣັສໃນລັກສະນະ Dropping Banking Malware ຫຼື ໄວຣັສລັກເອົາເງິນ ໂດຍການຕິດຕັ້ງໂຕເອງໃນລະບົບຂອງໂທລະສັບເຮົາ.

ເຊິ່ງແອັບທີ່ກວດພົບສ່ວນໃຫຍ່ຈະເປັນແບບແອັບທີ່ເປັນເຄື່ອງໃຊ້ທົ່ວໄປພາຍໃນເຄື່ອງເຊັ່ນ ແອັບ VPN, ແອັບສະແກນເອກະສານ, ແອັບສະແກນ QR CODE ແລະ ແອັບບັນທຶກການສົນທະນາແອັບ ເຊິ່ງກຸ່ມນີ້ມີຊື່ເອີ້ນວ່າ “DawDropper” ມີລາຍຊື່ດັ່ງນີ້:

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

  • Call Recorder APK (com.caduta.aisevsk)
  • Rooster VPN (com.vpntool.androidweb)
  • Super Cleaner- hyper & smart (com.j2ca.callrecorder)
  • Document Scanner – PDF Creator (com.codeword.docscann)
  • Universal Saver Pro (com.virtualapps.universalsaver)
  • Eagle photo editor (com.techmediapro.photoediting)
  • Call recorder pro+ (com.chestudio.callrecorder)
  • Extra Cleaner (com.casualplay.leadbro)
  • Crypto Utils (com.utilsmycrypto.mainer)
  • FixCleaner (com.cleaner.fixgate)
  • Just In: Video Motion (com.olivia.openpuremind)
  • com.myunique.sequencestore
  • com.flowmysequto.yamer
  • com.qaz.universalsaver
  • Lucky Cleaner (com.luckyg.cleaner)
  • Simpli Cleaner (com.scando.qukscanner)
  • Unicc QR Scanner (com.qrdscannerratedx)

ໃນລາວເຮົາເອງ ບັນດາທະນາຄານໃຫຍ່ໆກໍພາກັນມີແອັບພິເຄຊັນໃຫ້ໃຊ້ງານໝົດແລ້ວ ສະນັ້ນເຮົາຄວນຈະຕ້ອງໄດ້ກວດເບິ່ງວ່າ ໃນເຄື່ອງເຮົາມີບັນດາແອັບທີ່ກ່າວມາຂ້າງເທິງນີ້ຫຼືບໍ່ ຖ້າມີເຮົາຄວນລຶບຖິ້ມ ເພາະຖ້າຍັງເກັບໄວ້ມັນອາດຈະໄປດູດເອົາຂໍ້ມຸນຈາກແອັບຂອງທະນາຄານເຮົາໄດ້ ລວມເຖິງອາດຈະລັກເອົາເງິນຂອງເຮົາ.

Hits: 24

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້