Friday, April 18, 2025

“ເຂົ້າໃຈ” ເພງໃໝ່ຈາກ Tom Newgen ແລະ ໂມເມ Gen6

ຄ້າຍເພງ Newgen Entertainment ເປັນອີກໜຶ່ງຄ້າຍນ້ອງໃໝ່ ທີ່ສ້າງນັກຮ້ອງ,​ ນັກເຕັ້ນ ຮຸ່ນໃໝ່ທີ່ມີຄຸນນະພາບ ອອກມາ ແລະ ຫຼ້າສຸດ ທາງຄ້າຍກໍໄດ້ເປີດໂຕຜົນງານເພງໃໝ່ອອກມາ ໃນວັນທີ 22 ສິງຫາ 2022 ທາງ YouTube ທີ່ມີຊື່ວ່າເພງ “ເຂົ້າໃຈ” ເຊິ່ງຮ້ອງໂດຍ ຕ້ອມ Newgen ເຈົ້າຂອງຄ້າຍ ແລະ ນ້ອງ ໂມເມ gen6 ນັກຮ້ອງ Girl group ວົງໃໝ່ທີກຳລັງຈະເປີດໂຕ ໄວໆນີ້.

ແນວເພງ “ເຂົ້າໃຈ” ຈະອອກເປັນສະຕາຍ pop ຊຶ້ງໆ ທີ່ຖ່າຍທອດອາລົມຂອງສຽງໄດ້ເປັນຢ່າງດີ ແລະ ແນວດົນຕີປະສົມປະສານ ເປຍໂນ ກັບ ໄວໂອລີນ, ສ່ວນເນື້ອຫາຂອງເພງນີ້ ກໍຈະປຽບດັ່ງການຄິດບວກພ້ອມເຂົ້າໃຈກັບຄວາມເປັນຈິງ ແລະ ຍອມຮັບໃນສິ່ງທີ່ເກີດຂຶ້ນ ເຊິ່ງເປັນມຸມມອງຄວາມຮັກແບບຜູ້ໃຫຍ່ ສຳລັບ MV ຈະມາໃນຮູບແບບຮູບເງົາສັ້ນທີ່ຈະປ່ອຍອອກມາໃນໄວໆນີ້ ຖ້າຕິດຕາມກັນແດ່ເດີ້!.

ສຳລັບ ຕ້ອມ Newgen ທີ່ຈິງກໍ່ບໍຫ່າງຫາຍໄປໃສ ພຽງແຕ່ຫັນໂຕເອງມາຢູ່ເບື້ອງຫຼັງ ຊ່ວຍຊຸກດັນນ້ອງໆ ເຊິ່ງຕອນນີ້ກໍສ້າງຄ້າຍເປັນຂອງໂຕເອງ ຊື່ Newgen Entertainment ມີທັງສິນລະປິນນັກຮ້ອງ, ນັກສະແດງ, ໂມເດວ, ນັກເຕັ້ນ ແຕ່ຕອນນີ້ຖ້າເວົ້າເລື້ອງເພງ ແມ່ນຫຼາຍປີແລ້ວທີ່ບໍ່ໄດ້ຮ້ອງ ໂດຍເພງ “ເຂົ້າໃຈ” ນີ້ ຖືວ່າເປັນເພງເປີດໂຕການກັບມາກໍວ່າໄດ້ ແລະ ຈະຄ່ອຍໆກັບມາສ້າງຜົນງານໃຫ້ຫຼາຍຂຶ້ນອີກຮ່ວມກັບນ້ອງໆ ໃນຄ້າຍ.

ສ່ວນນ້ອງຊື່ ໂມເມ ທີ່ໜຸ່ມຕ້ອມຮ່ວມຮ້ອງເພງນຳ ກໍເປັນໜຶ່ງໃນນັກຮ້ອງໃໝ່ໃນສັງກັດຂອງຄ້າຍ Newgen ທີ່ກຽມປ່ອຍເພງໃໝ່ເປັນວົງ  Girl group ຊື່ວ່າ Gen6 ທີ່ຈະເປີດໂຕໄວໆນີ້. ສຳລັບການຮ່ວມຮ້ອງເພງກັບນ້ອງນັ້ນ ຕ້ອມບອກວ່າ ເນື້ອສຽງຂອງນ້ອງເໝາະກັບເພງນີ້ ສະນັ້ນ ທາງຄ້າຍເລີຍເລືອກມາເປັນຄົນຮ່ວມຮ້ອງໃນບົດເພງນີ້.

ສຳລັບໃຜທີ່ຍັງບໍ່ທັນໄດ້ຟັງເພງນີ້ ກໍສາມາດເຂົ້າໄປຟັງ ແລະ ຕິດຕາມກັນໄດ້ທາງ YouTube ຫຼື ຕາມລິ້ງນີ້:  

More from author

Related posts

Latest posts

ໂປຣໂມຊັນຈຳກັດເວລາ: VietJet ມອບສ່ວນຫຼຸດ 50% ປີ້ຍົນທົ່ວທຸກເສັ້ນທາງ

(ນະຄອນຫຼວງວຽງຈັນ, ວັນທີ 18 ເມສາ 2025) – ເພື່ອສະເຫຼີມສະຫຼອງວັນການຕ້ອນໂຮມປະເທດຊາດຫວຽດນາມ, VietJet ມອບສ່ວນຫຼຸດ ໃຫ້ນັກທ່ອງທ່ຽວເຖິງ 50% (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນຄ່າໂດຍສານຊັ້ນ Eco-class ໃນທົ່ວເຄືອຂ່າຍຖ້ຽວບິນ ຕັ້ງແຕ່ມື້ນີ້ຈົນຮອດວັນທີ 18 ເມສາ 2025. ນັກທ່ອງທ່ຽວສາມາດເພີດເພີນກັບຂໍ້ສະເໜີນີ້ໄດ້ໂດຍການໃຊ້ລະຫັດໂປຣໂມຊັນ VJ50 ເມື່ອຈອງຜ່ານທາງ www.vietjetair.com ເຊິ່ງເລີ່ມເດີນທາງຕັ້ງແຕ່ວັນທີ 28 ເມສາ ເຖິງ 30 ພະຈິກ 2025 (ບໍ່ລວມວັນພັກລັດຖະການ).

ບົດສວດ ອັງເຊີນພຣະພຸດທະຮູບໃນເຮືອນລົງສົງນໍ້າ ໃນມື້ປີໃໝ່ລາວ

ໃນວັນບຸນປີໃໝ່ລາວນີ້ ກ່ອນທີ່ຈະໄປສົງນໍ້າພຣະຢູ່ທີ່ວັດ ແຕ່ເຮົາກໍ​ຍັງມີ​ກິດຈະກຳ​ສຳຄັນ​ນັ້ນ​ຄື​ການສົງນໍ້າພຣະຢູ່ໃນເຮືອນ ເພື່ອ​ກຽມ​ສົງ​ນ້ຳ​ພຣະ​ເສີມສິລິມຸງຄຸນ​ຕ້ອນ​ຮັບ​ວັນປີໃໝ່ລາວ, ຫາກ​ໃຜ​ຍັງ​ບໍ່​ຮູ້​ວ່າ​ຈະ​ຕ້ອງ​ເຮັດແນວໃດ ກຽມ​ສົງ​ນ້ຳ​ພະວັນປີໃໝ່ລາວ​ນັ້ນ​ມີ​ຫຍັງແດ່ ອິນໄຊລາວ ໄດ້ລວບລວມ​ມາ​ໃຫ້​ແລ້ວ.

5 ໂຣກຮ້າຍຕ້ອງລະວັງ ໃນຊ່ວງບຸນປີໃໝ່ລາວ.

ບຸນປີໃໝ່ລາວ ແມ່ນອີກບຸນໜຶ່ງທີ່ມ່ວນຊື່ນທີ່ທຸກຄົນຈະໄປສົງພຣະ ຫຼິ້ນນໍ້າ ແຕ່ມັນກໍເຕັມໄປດ້ວຍພະຍາດຮ້າຍແຮງຕ່າງໆທີ່ອາດຈະເກີດຂຶ້ນໃນຊ່ວງນັ້ນ ເພາະວ່າເປັນລະດູຝົນອາກາດຈະຮ້ອນ ແລະ ຈຳນວນເຊື້ອພະຍາດສາມາດເພີ່ມຂຶ້ນໄດ້ງ່າຍ ພ້ອມທັງຄວາມຊຸ່ມຊື່ນຈາກກິດຈະກຳຫຼິ້ນນໍ້າໃນບຸນປີໃໝ່ລາວ, ເຊິ່ງເຮົາໄດ້ລວມເອົາ 5 ໂຣກທີ່ເຈົ້າຕ້ອງລະວັງມາໃຫ້ເບິ່ງນໍາກັນ.