Saturday, November 1, 2025
Kbank Laos โอน รับ จ่าย

ສືບຕໍ່ຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ຢູ່ເມືອງຂວາ, ແຂວງ ຜົ້ງສາລີ.

ໃນວັນທີ 29 ສິງຫາ 2022 ທີ່ຜ່ານມາ, ທ່ານ ພອນທະວີ ໄຊມົນຕີ, ກຳມະການ ພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງ ເມືອງຂວາ ໄດ້ລົງມອບເຄື່ອງບັນເທົາທຸກສຸກເສີນ ໃຫ້ແກ່ຄອບຄົວທີ່ຖືກຜົນກະທົບ ໄພນໍ້າຖ້ວມຢູ່ບ້ານ ສີນໄຊ ທີ່ເກີດເຫດໄພນໍ້າຖ້ວ້ມ ໃນວັນທີ 26 ສິງຫາ 2022 ເຊິ່ງຍັງຂາດແຄນອາຫານການກິນ, ເຄື່ອງນຸ່ງຫົ່ມຈຳນວນ 16 ຄອບຄົວ ເພື່ອໃຫ້ຄອບຄົວໄດ້ໃຊ້ສຸກເສີນໃນເບື້ອງຕົ້ນ ເຄື່ອງທີ່ນຳມາມອບປະກອບມີ ເຂົ້າສານ, ໝໍ້ແກງ, ສາດປູ, ຖ້ວຍ, ຄຸ, ໝໍ້ໜຶ້ງເຂົ້າ, ບ່ວງ, ຜ້າຫົ່ມ ແລະ ອື່ນໆ ລວມມູນຄ່າ 9.700.000 ກີບ ໃຫ້ກຽດມອບໂດຍ ທ່ານ ພອນທະວີ ໄຊມົນຕີ ເຈົ້າເມືອງ.

ໂອກາດນິ້ ທ່ານເຈົ້າເມືອງ ໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານຈົ່ງຊ່ວຍ ເຫຼືອເຊີ່ງກັນ ແລະ ກັນ ໂດຍສະເພາະແມ່ນໃຫ້ການຊ່ວຍຄອບຄົວທີ່ປະສົບ ຜົນກະທົບ ແລະ ຈະສືບຕໍ່ປຸກລະດົມໃຫ້ການຊ່ວຍເຫລືອຕໍ່ໄປ ພ້ອມທັງ ແນະນຳໃຫ້ປະຊາຊົນຕິດຕາມຕໍ່ກັບສະພາບການທີ່ເກີດຂຶ້ນຢ່າງໃກ້ຊິດ ແລະ ມີສະຕິ. ຈາກນັ້ນ ທ່ານ ເຈົ້າເມືອງ ໄດ້ລົງຕິດຕາມກວດກາຜົນກະທົບ ຢູ່ເຂດຕ່າງໆພາຍໃນບ້ານສິນໄຊ.

ປັດຈຸນິ້ ພະນັກງານ-ລັດຖະກອນ ອ້ອມຂ້າງເມືອງຂວາ ພ້ອມດ້ວຍປະຊາຊົນບ້ານໃກ້ເຮືອນຄຽງ ຍັງສືບຕໍ່ ຊ່ວຍເຫລືອຜູ້ຖືກຜົນກະທົບໄພນໍ້າຖ້ວມບ້ານສິນໄຊ ,ບ້ານຫາດນາງ ໂດຍສະເພາະ ແມ່ນເລັ່ງໃສ່ການອະນາໄມ້ມ້ຽນມັດສີ່ງເສດເຫລືອ ແລະ ເລັ່ງໃສ່ແກ້ໄຂເສັນທາງຂອບເຂດບ້ານສິນໄຊ, ບ້ານຫາດນາງ ແລະ ບ້ານລາດຊາງ ທີ່ມີຄວາມຫຍຸ້ງຍາກໃນການສັນຈອນ ປັດຈຸບັນ ມີແຮງງານ ຊ່ວຍເຫລືອຜູ້ຖືກຜົນກະທົບ 3 ວັນທີຜ່ານມາ ລວມທັງໝົດ 1.423 ຄົນ, ຍິງ 469 ຄົນ. ນອກນິ້ຍັງມີບຸກຄົນ, ນິຕິບຸກຄົນ, ບໍລິສັດຫາງຮ້ານທີ່ມີນໍ້າໃຈ ນຳເອົາອາຫານ, ນໍ້າດຶ່ມແຈກຢ້າຍໃຫ້ຜູ້ຖືກຜົນກະທົບຕື່ມອີກ.

ໂອກາດດຽວກັນ ທ່ານເຈົ້າເມືອງ ຍັງໄດ້ລົງອົບອຸ່ນຈິດໃຈຄອບຄົວທີ່ ສູນຫາຍຈາກໄພນໍ້າຖ້ວມ ໜຶ່ງຄູ່ຜົວເມຍ ມີ 2 ຄົນ, ຍິງ 1 ຄົນ ປະຊາຊົນບ້ານກົກພ້າວ (ຫລັກ 11) ກຸ່ມບວມພັນ ພົບຊາກສົບແລ້ວ 1 ສົບ ຢູ່ກິໂລເເມັດທີ 9 ເສັ້ນທາງ 1B ແຕ່ບ້ານສິນໄຊ ຫາບ້ານບວມພັນ, ເປັນເພດ ຍິງ (ຜູ້ເປັນເມຍ), ຍັງສູນຫາຍ ຊອກບໍ່ທັນເຫັນເທື່ອ 1 ຄົນ ເປັນເພດຊາຍ (ຜູ້ເປັນຜົວ) ແລະ ໄດ້ນໍາເອົາເງິນສົດຈຳນວນ 1 ລ້ານກີບ ແລະ ເຄື່ອງຈຳນວນໜຶ່ງມອບໃຫ້ລູກຫຼານຂອງຄອບຄົວທີ່ເສຍຊິວິດຕື່ມອີກ.

ຈາກນັ້ນ ທ່ານໄດ້ລົງຕິດຕາມກວດກາຜົນກະທົບຢູ່ບ້ານ ບວມພັນ ແລະ ຕິດຕາມ ການກໍ່ສ້າງຂົວຄືນໃໝ່ ຂອງປະຊາຊົບບ້ານດັ່ງກ່າວ ເພື່ອກະກຽມຄວາມພ້ອມໃນການໄຂສົກຮຽນໃໝ່ 2022-2023 ໃນເດືອນ ກັນຍາ ທີ່ຈະມາເຖິງນິ້ ແລະ ລົງຕິດຕາມກວດກາຄອບຄົບ ທີ່ຖືກຜົນກະທົບໄພນໍ້າຖ້ວມ ຢູ່ບ້ານ ມອນສະຫວັນ ຕື່ມອີກ.

​ຂ່າວ-ພາບ: ສອນໄຊ ນັກຂ່າວເມືອງຂວາ

More from author

Related posts

Latest posts

ສາຍການບິນ Vietjet ແລະ ມະຫາວິທະຍາໄລ Oxford ປະກາດຜົນການຄົ້ນຄວ້າເບື້ອງຕົ້ນ ກ່ຽວກັບການບິນທົ່ວໂລກສູ່ເປົ້າໝາຍ Net Zero

ນະຄອນຫຼວງວຽງຈັນ, ວັນທີ 30 ຕຸລາ 2025 – ໃນຖານະເປັນສ່ວນໜຶ່ງຂອງຄໍາໝັ້ນສັນຍາຕໍ່ການພັດທະນາແບບຍືນຍົງ ແລະ ນະວັດຕະກໍາ, Vietjet ໄດ້ປະກາດຜົນການຄົ້ນຄວ້າເບື້ອງຕົ້ນຂອງໂຄງການຄົ້ນຄວ້າອັນສຳຄັນກ່ຽວກັບການແກ້ໄຂບັນຫາ Net Zero ສໍາລັບການບິນທົ່ວໂລກ, ໂດຍການຮ່ວມມືກັບມະຫາວິທະຍາໄລ Oxford. ມະຫາວິທະຍາໄລທີ່ມີຊື່ສຽງລະດັບໂລກຍັງໄດ້ເປີດຕົວ ໂຄງການທຶນການສຶກສາ Oxford Pioneer Scholarship Scheme ເຊິ່ງເປັນໂຄງການດ້ານການສຶກສາທີ່ສໍາຄັນ, ຮ່ວມກໍ່ຕັ້ງໂດຍ ດຣ. ຫງວຽນ ຖິ ເຟືອງ ທ້າວ (Dr Nguyen Thi Phuong Thao), ປະທານສະພາບໍລິຫານຂອງ Sovico Group ແລະ Vietjet, ເພື່ອສະໜັບສະໜູນການພັດທະນາພອນສະຫວັນ.

ລະວັງ! 5 ພະຍາດ ທີ່ມາກັບລະດູໜາວ

ເຖິງວ່າເດືອນພະຈິກ (ເດືອນ 11) ຈະເຂົ້າສູ່ລະດູໜາວຢ່າງເຕັມໂຕ ແຕ່ບາງເຂດໃນປະເທດລາວກໍຍັງບໍ່ທັນມີອາກາດໜາວເຢັນຕາມຊື່ລະດູໜາວເລີຍ, ແຕ່ສິ່ງທີ່ມັກຈະມາພ້ອມກັບລະດູໜາວນັ້ນແມ່ນພະຍາດ, ເຊື້ອໄວຣັສ ແລະ ແບັກທິເຣຍ; ເຊິ່ງມື້ນີ້ ອິນໄຊລາວຈະພາມາຮູ້ຈັກກັບ 5 ພະຍາດທີ່ມັກມາພ້ອມກັບລະດູໜາວ ເພື່ອໃຫ້ເຮົາໄດ້ກຽມຄວາມພ້ອມຮັບມື ເຊິ່ງມີພະຍາດຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

Vietjet ສະເໜີປີ້ລາຄາສູນເປັນເວລາ 3 ມື້ ເທົ່ານັ້ນ ຈົນຮອດວັນທີ 31 ຕຸລາ 2025

ນະຄອນຫຼວງວຽງຈັນ, ວັນທີ 29 ຕຸລາ 2025 – ເພື່ອສະເຫຼີມສະຫຼອງການເປີດເສັ້ນທາງບິນໃໝ່ໃນທົ່ວພາກພື້ນອາຊີ-ປາຊີຟິກ ແລະ ໄດ້ຮັບການຮັບຮູ້ຈາກສາກົນຄັ້ງຫຼ້າສຸດ, ບໍລິສັດ Vietjet ໄດ້ສະເໜີໂປຣໂມຊັ່ນພິເສດ ປີ້ Eco-tickets ທີ່ເລີ່ມຕົ້ນພຽງແຕ່ $0 ໂດລາສະຫະລັດ (ບໍ່ລວມພາສີ ແລະ ຄ່າທໍານຽມ) ເປັນເວລາສາມມື້ ເລີ່ມແຕ່ວັນທີ 29 ຫາ 31 ຕຸລາ 2025.