ຂໍຂອບໃຈນຳຜູ້ສະໜັບສະໜູນ

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ເຂດພາກເໜືອ ແລະ ພາກກາງ ຂອງປະເທດລາວ ສົມທົບກັບລົມມໍລະສຸມກະແສລົມຕາເວັນຕົກ ສ່ຽງໃຕ້ພັດປົກຄຸມ.

ຊຶ່ງຈະເຮັດໃຫ້ມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ຢູ່ທົ່ວໄປໃນແຕ່ລະພາກ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ພ້ອມມີລົມພັດແຮງເປັນບາງໂອກາດ.

ພາກເໜືອດ້ານຕາເວັນອອກ

(ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ. ອຸນຫະພູມໃນລະຫວ່າງ 18-31 ອົງສາ.

ບ່ອນສະແດງໂຄສະນາ


ກົດທີ່ພາບນີ້ ເພື່ອເບິ່ງຂໍ້ມູນເພິ່ມເຕິມ

ພາກເໜືອດ້ານຕາເວັນຕົກ

(ແຂວງ ຫຼວງນ້ຳທາ, ບໍ່ແກ້ວ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ): ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງຫາໜັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60 % ຂອງພາກ. ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ນະຄອນຫຼວງວຽງຈັນ

ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຫາປານກາງ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 50 %. ອຸນຫະພູມໃນລະຫວ່າງ 25-32 ອົງສາ.

ພາກກາງ

(ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ): ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ຫາ ໜັກຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 70% ຂອງພາກ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ພາກໃຕ້

(ແຂວງສາລະວັນ, ເຊກອງ, ຈຳປາສັກ ແລະ ອັດຕະປື): ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງຢູ່ບາງ ທ້ອງຖິ່ນ ຫຼື ເນື້ອທີ່ປົກຫຸ້ມຂອງຝົນເທົ່າກັບ 60% ຂອງພາກ. ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ສຳລັບ ເຂດພູພຽງບໍລະເວນ: ມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ. ອຸນຫະພູມໃນລະຫວ່າງ 1729 ອົງສາ.

Hits: 12

LEAVE A REPLY

ກະລຸນາໃສ່ຄໍາເຫັນຂອງທ່ານ!
ກະລຸນາໃສ່ຊື່ຂອງທ່ານທີ່ນີ້