ສາມຫຼ່ຽມຄຳ ກຽມກໍ່ສ້າງສະໜາມກ໊ອບ ແລະ ຣີສອດ ເນື້ອທີ່ 130 ກວ່າເຮັກຕາ

ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ແຂວງບໍ່ແກ້ວ ໄດ້ຈັດພິທີວາງສີລາລຶກ ຣີສອດ ແລະ ສະໜາມກ໊ອບສາກົນພູກິ່ວລົມ ເຊິ່ງພື້ນທີ່ໃນການກໍ່ສ້າງທັງໝົດແມ່ນ 130 ກວ່າເຮັກຕາ.

ໃນຊ່ວງກໍ່ສ້າງໄລຍະທຳອິດແມ່ນໄດ້ວາງແຜນໃຫ້ມີສະໜາມກ໊ອຟລະດັບສາກົນ ມີ 18 ຂຸມ 72 ເສົາ, ສະຖານທີ່ເຝີກແອບ, ບ່ອນພັກຜ່ອນລະດັບ 5 ດາວ, ສະໜາມມ້າສາກົນ, ການວາງແຜນໃນໄລຍະຕໍ່ມາແມ່ນ: ບໍ່ນ້ຳພຸຮ້ອນ, ບ້ານພັກຕາກອາກາດ, ໂຮງແຮມ, ອາພາດເມັນ ແລະ ອື່ນໆອີກ.

ເຊິ່ງໂຄງການດັ່ງກ່າວແມ່ນ ສ້າງຂຶ້ນມາເພື່ອດູງດູດການທ່ອງທ່ຽວ ແລະ ຍຸດທະສາດການພັດທະນາພື້ນຖານໂຄງລ່າງ ຂອງເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເຊິ່ງທາງບໍລິສັດໄດ້ຄາດວ່າຈະສຳເລັດພາຍໃນເດືອນ ພຶດສະພາ 2023 ນີ້.

ຂ່າວ: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

More from author

Related posts

Latest posts

ສັນຍານເຕືອນ! ທີ່ບອກໃຫ້ຮູ້ວ່າເຈົ້າກໍາລັງເຮັດວຽກຫຼາຍເກີນໄປ.

ເຈົ້າເຄີຍສຳຫຼວດຕົນເອງບໍ່ວ່າ ເຈົ້າເປັນຄົນທີ່ເຮັດວຽກຫຼາຍເກີນໄປຫຼືບໍ່ ເພາະການເຮັດວຽກຫຼາຍບໍ່ແມ່ນວ່າເປັນນເລື່ອງບໍ່ດີ ແຕ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບ ແລະ ສະພາບຈິດໃຈຂອງເຈົ້າເອງໂດຍບໍ່ຮູ້ໂຕ. ສະນັ້ນເຮົາຈະຮູ້ໄດ້ແນວໃດວ່າເຮົາເປັນຄົນເຮັດວຽກຫຼາຍເກີນໄປ? ມື້ນີ້ຈະມາບອກເຖິງສັນຍານທີ່ບົ່ງບອກວ່າເຮົາເປັນຄົນທີ່ເຮັດວຽກຫຼາຍເກີນໄປ.

ຊຳຊຸງເປີດຕົວ Galaxy S26 FE ຍົກລະດັບກ້ອງ AI ໃໝ່ລ່າສຸດ ພ້ອມການອອກແບບສຸດພຣີມຽມ

ຊຳຊຸງເປີດຕົວ Galaxy S26 FE ສົ່ງມອບປະສົບການລະດັບເຮືອທຸງລ່າສຸດດ້ວຍ One UI 9 ແລະ ຟີເຈີກ້ອງພ້ອມ Galaxy AI ສຸດລ້ຳ ຊ່ວຍຍົກລະດັບການຖ່າຍພາບ, ການສ້າງສັນ ແລະ ການເຮັດກິດຈະກຳອອນລາຍໃນທຸກໆ ມື້. ກັບການອອກແບບທີ່ບາງເບົາ, Galaxy S26 FE ຫຼູຫຼາ ແຕ່ທົນທານດ້ວຍ...

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.