Monday, June 23, 2025
Kbank Laos โอน รับ จ่าย

ປີ 2022 ຈະໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ.

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ໄດ້ຈັດກອງປະຊຸມພັດທະນາກິລາບານເຕະທົ່ວປະເທດປະຈໍາປີ 2022 ຂຶ້ນຢ່າງເປັນທາງການໃນຕອນເຊົ້າຂອງວັນທີ 4 ກັນຍາ 2022 ທີ່ຫ້ອງປະຊຸມ ສຕລ ພາຍໃຕ້ການເປັນປະທານຂອງ ທ່ານ ວີເພັດ ສີຫາຈັກຣ໌ ປະທານສະຫະພັນບານເຕະແຫ່ງຊາດລາວ ໂດຍມີຜູ້ຕາງໜ້າຈາກສະຫະພັນບານເຕະແຕ່ລະແຂວງ ພ້ອມດ້ວຍສື່ມວນຊົນ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ຖືກຈັດຂຶ້ນ ເພື່ອທີ່ຈະໃຫ້ແຕ່ລະແຂວງໄດ້ຮ່ວມກັນປຶກສາຫາລືເພື່ອພັດທະນາບານເຕະລາວ, ໂດຍສະເພາະແມ່ນວຽກງານທີ່ໄດ້ກຳນົດໄວ້ໃນແຜນປີ 2022 ລວມເຖິງແຜນໃຫຍ່ທີ່ພວກເຮົາມອບໝາຍໃຫ້ແຕ່ລະແຂວງໃນການຈັດການແຂ່ງຂັນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ, ເຊິ່ງມາຮອດປັດຈຸບັນກໍມີບາງແຂວງໄດ້ສຳເລັດການແຂ່ງຂັນໄປແລ້ວ.

ສະເພາະປີ 2022 ສະຫະພັນບານເຕະແຫ່ງຊາດລາວ ແມ່ນໃຫ້ສິດພຽງແຕ່ທີມຈາກລາວລີກ 1 ຈໍານວນ 7 ທີມເຂົ້າຮ່ວມການແຂ່ງຂັນບານເຕະ LFF LAO FORD CUP 2022 ເນື່ອງຈາກທີມຈາກລີກ 2 ຂອງແຕ່ລະແຂວງຍັງບໍ່ມີຄວາມພ້ອມເທື່ອ ແຕ່ຫຼ້າສຸດໄດ້ຂ່າວດີປີໜ້າ ທີມຈາກລາວລີກ 2 ສາມາດມາແຂ່ງຂັນໄດ້ແລ້ວ ແລະ ຈະເຮັດໃຫ້ລາຍການນີ້ມີທີມເຂົ້າຮ່ວມແຂ່ງຂັນຫຼາຍກວ່າ 20 ທີມ.

ເຊິ່ງພິເສດແມ່ນໃນປີ 2022 ຈະໄດ້ມີການຈັດການແຂ່ງຂັນບານເຕະລາວລີກ 2 ໃນແຕ່ລະແຂວງເປັນຄັ້ງທໍາອິດ ເຊິ່ງແຕ່ລະແຂວງກໍໄດ້ມີການແຂ່ງຂັນສໍາເລັດໄປແລ້ວ ແລະ ບາງແຂວງກໍຍັງກໍາລັງດໍາເນີນການຢູ່ ລວມເຖິງລາຍງານແຜນການວຽກງານຕ່າງໆໃນປີຕໍ່ໜ້າ.

ຂໍ້ມູນຈາກ: ສຕລ

More from author

Related posts

Latest posts

ຢ່າມົວເຮັດວຽກຈົນລືມໄປທ່ຽວ ກັບ 5 ສະຖານທີ່ທ່ຽວໃນລະດູຝົນ

ເມື່ອເວົ້າເຖິງລະດູຝົນແລ້ວ ຫຼາຍຄົນອາດຄິດວ່າ ບໍ່ເໝາະສຳລັບການທ່ອງທ່ຽວ ຫຼື ແຄ້ມປິ້ງ ເພາະຝົນເຮັດໃຫ້ການເດີນທາງລຳບາກ, ປຽກ ແລະ ເປື້ອນ ແຕ່ຮູ້ບໍ່ວ່າຊ່ວງຝົນນີ້ລະ ເປັນອີກລະດູການທີ່ໜ້າທ່ຽວທີ່ສຸດໂດຍສະເພາະທ່ຽວທຳມະຊາດ ເພາະເຮົາຈະໄດ້ສຳຜັດກັບອາກາດທີ່ເຢັນສະບາຍ, ໃບໄມ້ທີ່ຂຽວງາມ, ໝອກທີ່ຈາງໆ ໃນຍາມເຊົ້າ, ຝົນຝອຍທີ່ຍ້ອຍລົງມາ ເຮັດໃຫ້ຮູ້ສຶກດີ ຜ່ອນຄາຍໄດ້ຫຼາຍທີ່ສຸດ.

“ວັດໂຕະໂມະ” ເມືອງປະທຸມພອນ ແຂວງຈຳປາສັກ

ວັດໂຕະໂມະ ທີ່ຕັ້ງຢູ່ບ້ານໂຕະໂໝະທ່າ, ເມືອງປະທຸມພອນ, ແຂວງຈຳປາສັກ ແມ່ນກຸ່ມສະຖານບູຮານ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງແມ່ນໍ້າຂອງ ແລະ ຢູ່ຫ່າງຈາກວັດພູໄປທາງທິດຕາເວັນ ອອກສ່ຽງໃຕ້ 11ກມ ຮ່ອງຮອຍຂອງສະຖານບູຮານແຫ່ງນີ້ໄດ້ກະແຈກກະຈາຍຢູ່ຕາມພັກທັງສອງທີ່ໄດ້ຮັບການກໍ່ສ້າງຂື້ນຢູ່ໃນ ກາງປ່າທີ່ເຕັມໄປດ້ວຍຕົ້ນໄມ້ໃຫຍ່, ເທິງແຄມຝັ່ງຫ້ວຍນ້ຳໂຕະໂມະ ທີ່ເປັນອີກສາຂາໜຶ່ຂອງແມ່ນໍ້າຂອງ. ວັດໂຕະໂມະເປັນວັດ ແຫ່ງດຽວຂອງຊາວຂະແມທີ່ຕັ້ງຢູ່ທາງຝັ່ງຊ້າຍຂອງແມ່ນ້ຳຂອງ.

4 ພະຍາດຮ້າຍ ທີ່ມັກມາກັບລະດູຝົນ.

ລະດູຝົນເປັນຊ່ວງເວລາທີ່ທຸກຄົນລໍຖ້າ ເພາະຝົນຈະມາຊ່ວຍບັນເທົາຄວາມຮ້ອນ, ເຮັດໃຫ້ອາກາດເຢັນສະບາຍ ພ້ອມທັງເປັນສັນຍານເຕືອນໃຫ້ເຂົ້າສູ່ລະດູການເຮັດນາ, ທຳການຜະລິດຕ່າງໆ... ແຕ່ໃນຂະນະດຽວກັນ, ລະດູຝົນກໍເປັນໄລຍະທີ່ເຊື້ອພະຍາດຕ່າງໆ ແຜ່ລະບາດໄດ້ງ່າຍທີ່ສຸດ ແລະ ເປັນອັນຕະລາຍຕໍ່ສຸຂະພາບຂອງພວກເຮົາ.