Saturday, April 26, 2025
Kbank Laos โอน รับ จ่าย

ແຟນຄລັບລາວ ຮ່ວມຕ້ອນຮັບ ໜຸ່ມ ໂຕ່ໂນ້ ຫຼັງເດີນທາງມາຢຽມໂຮງໝໍ ແຂວງ ຄຳມ່ວນ.

ໂຕ່ໂນ້ ພາຄິນ ນັກຮ້ອງ-ນັກສະແດງ ຈາກປະເທດໄທ ໄດ້ຖືກຕ້ອນຮັບຈາກແຟນຄລັບຊາວແຂວງ ຄຳມ່ວນ ຢ່າງອົບອຸ່ນ ພາຍຫຼັງທີ່ເດີນທາງມາຢ້ຽມຢາມ ໂຮງໝໍ ແຂວງຄຳມ່ວນ ກ່ອນທີ່ຈະເຮັດກິດຈະກຳເພື່ອການກຸສົນ “ລອຍນ້ຳຂ້າມຂອງ” ເພື່ອລະດົມທຶນຊ່ວຍໂຮງໝໍ 2 ຝັ່ງ ລາວ-ໄທ ໃນວັນທີ 22 ຕຸລາ 2022 ນີ້.

ດ້ານໜຸ່ມ ໂຕ່ໂນ້ ພາຄິນ ໄດ້ບອກວ່າ “ຕົນເອງຈະເຮັດໃຫ້ເຕັມທີ່ ຖ້າຫາກເຮັດໃຫ້ຄົນຫັນມາໃສ່ໃຈໃນສິ່ງແວດລ້ອມ” ເຊິ່ງກໍຖືວ່າ ເປັນອີກດາລາໜຸ່ມຄົນໜຶ່ງ ທີ່ທຸ່ມເທກາຍ-ໃຈ ເພື່ອຊ່ວຍເຫຼືອສັງຄົມຢູ່ຕະຫຼອດ, ໂດຍຫຼ້າສຸດ ໂຕ່ໂນ້ ກໍໄດ້ຈັດໂຄງການດີໆ ກຽມຟິດຮ່າງກາຍ ລອຍຂ້າມນ້ຳຂອງ ກັບໂຄງການ One Man & The River ໜຶ່ງຄົນລອຍ ຫຼາຍຄົນໃຫ້ “ ເພື່ອລະດົມທຶນຊື້ອຸປະກອນ ທາງການແພດ ໃຫ້ກັບໂຮງໝໍ ສອງຝັ່ງຂອງ ລາວ-ໄທ.

ສຳລັບ ການລອຍນ້ຳຂ້າມແມ່ນ້ຳຂອງ ໃນຄັ້ງນີ້ ລວມໄລຍະທາງ ໄປ-ກັບ ແມ່ນ 15 ກິໂລແມັດ ໃນ 1 ມື້ ເຊິ່ງເປັນໄລຍະທາງທີ່ໄກທີ່ສຸດ ເທົ່າທີ່ ໂຕໂນ້ເຄີຍລອຍມາ.

More from author

Related posts

Latest posts

ພຣະເຈົ້າແສນແຊ່!ພຣະພຸດທະຮູບອົງສັກສິດຂອງແຂວງບໍ່ແກ້ວ

ພຣະເຈົ້າແສນແຊ່ ທີ່ປະດິດສະຖານໄວ້ທີ່ ວັດສີບຸນເຮືອງ, ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ເ້ປັນອີກໜຶ່ງພຣະພຸດທຸຮູບອົງສັກສິດ ທີ່ປະຊາຊົນຊາວແຂວງບໍ່ແແກ້ວໃຫ້ຄວາມເຄົາລົບນັບຖື.

ວັດວິຊຸນນະຣາດ (ພຣະທາດໝາກໂມ) ນະຄອນຫຼວງພຣະບາງ

#ວັດວິຊຸນ ເປັນວັດທີ່ເກົ່າແກ່ໃນຫຼວງພະບາງ ສ້າງຕັ້ງຂຶ້ນໃນປີ 1512 ໃນສະໄໝຂອງ ເຈົ້າຊີວິດວິຊຸນນະລາດ (1501-1520) ໂຄງຫຼັງຄາມີສອງຊັ້ນ, ເປັນຊົງສິລະປະແບບຊາວພວນ, ມີ 12 ເສົາ, ລວງສູງ 30 ແມັດ. ໃນຂອບເຂດວັດວິຊຸນມີສະຖາປັດຕິຍະກໍາທີ່ລະອຽດອ່ອນທີ່ຊົງຄຸນຄ່າ ແລະ ງົດງາມ.

Vietjet ເປີດ​ຖ້ຽວ​ບິນ​ໄປ​ເກາະ​ໂກນ​ດ່າວ, ສະ​ເໜີ​ທາງ​ເລືອກ​ທີ່ຫຼາກຫຼາຍ​ ​ໃນການ​ທ່ອງ​ທ່ຽວ​ຫວຽດນາມ​ໃນ​ລະດູ​ຮ້ອນ​ນີ້

(ນະຄອນຫຼວງວຽງຈັນ, ວັນທີ 23 ເມສາ 2025) – Vietjet ເປີດຕົວ 2 ເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບເກາະໂກນດ່າວ ເກາະທີ່ມີທຳມະຊາດສວຍງາມຂອງປະເທດຫວຽດນາມ, ການເປີດຕົວເສັ້ນທາງໃໝ່ນີ້ຈະຊ່ວຍປັບປຸງການເຊື່ອມຕໍ່ພາຍໃນຂອງສາຍການບິນ ​ແລະ ສະໜອງ​ຄວາມ​ສະດວກ​ໃຫ້​ນັກ​ທ່ອງ​ທ່ຽວ​ເຂົ້າ​ເຖິງ​ສະຖານທີ່ສຳຄັນດ້ານ​ປະຫວັດສາດ ​ແລະ ຈຸດໝາຍປາຍທາງອັນສັກສິດ​ຂອງ​ຫວຽດນາມ.