Wednesday, March 19, 2025

ສະຫຼຸບງານ Apple Event 2022 ງານເປີດໂຕຜະລິດຕະພັນໃຫມ່ iPhone 14.

ງານ Apple Event 2022 ເປັນງານທີ່ທົ່ວໂລກໃຫ້ຄວາມສົນໃຈເປັນຈໍານວນຫຼາຍ ເພາະເປັນການເປີດໂຕຜະລິດຕະພັນໃໝ່ຂອງ Apple ເຊິ່ງຜະລິດຕະພັນໃໝ່ທີ່ເປີດໂຕໃນງານຄັ້ງນີ້ປະກອບມີ iPhone 14, iPhone 14 Plus, iPhone 14 Pro, iPhone 14 Pro Max, Apple Watch Series 8, Apple Watch SE, Apple Watch Ultra ແລະ AirPods Pro 2 ເຊິ່ງມື້ນີ້ເຮົາຈະສະຫຼູບເອົາຈຸດເດັ່ນຂອງແຕ່ລະຜະລິດຕະພັນມາໃຫ້ເບິ່ງນໍາກັນ.

iPhone 14 ແລະ iPhone 14 Plus

iPhone 14 ມາພ້ອມກັບໜ້າຈໍຂະໜາດ 6.1 ນິ້ວ ສ່ວນ iPhone 14 Plus ມີຂະໜາດໜ້າຈໍ 6.7 ນິ້ວ ມີຈຸດເດັ່ນທີ່ແບັດເຕີຣີ້ສາມາດໃຊ້ໄດ້ດົນນານ ກ້ອງຫຼັງຮອງຮັບການຖ່າຍຮູບພາບໃນບ່ອນແສງໜ້ອຍໄດ້ດີຂຶ້ນສູງສຸດ 2.5 ເທົ່າ ກ້ອງ Ultra Wide ສາມາດຖ່າຍຮູບພາບບ່ອນແສງໜ້ອຍໄດ້ດີຂຶ້ນສູງສຸດ 2 ເທົ່າ ຮອງຮັບການຖ່າຍຮູບພາບມນເວລາກາງຄືນ Night Mode,ກ້ອງໜ້າມີ Auto Focus, ວີດີໂອສາມາດຖ່າຍໄດ້ເຖິງລະດັບ 4K ທີ່ 24 FPS ມາພ້ອມກັບ Action Mode ທີ່ຖ່າຍວີດີໂອໃຫ້ບໍ່ສັ່ນຫຼາຍ ແລະ ພິເສດແມ່ນ Emergency SOS via satellite ກໍລະນີສຸກເສີນທີ່ບໍ່ມີສັນຍານກໍສາມາດຂໍຄວາມຊ່ວຍເຫຼືອຜ່ານດາວທຽມໄດ້.

ສຳລັບການອອກແບບຂອງ iPhone 14 ມີສີສັນໃຫ້ເລືອກເຖິງ 5 ສີຄື: Midnight, Starlight, ສີຟ້າ, ສີມ້ວງ ແລະ ສີແດງ, ມີໜ້າຈໍຈໍພາບ Super Retina XDR, ຟີເຈີ Always on Display ມີການສະແດງຜົນຂອງຂໍ້ມຸນພຽງແຕ່ບາງສ່ວນເທິງໜ້າຈໍເວລາເຮົາລ໋ອກໜ້າຈໍ ເຊັ່ນ ໂມງ ຫຼື ສະພາບອາກາດ ແລະ ມີເທັກໂນໂລຊີ OLED.

iPhone 14 ລາຄາເລີ່ມຕົ້ນຢູ່ທີ່ 799 ໂດລາສະຫະລັດ ແລະ iPhone 14 Plus ມີລາຄາ 899 ໂດລາສະຫະລັດ.

iPhone 14 Pro ແລະ iPhone 14 Pro Max

iPhone 14 Pro ມີໜ້າຈໍຂະໜາດ 6.1 ນິ້ວ ແລະ iPhone 14 Pro Max ມີໜ້າຈໍຂະໜາດ 6.7 ນິ້ວ ມີໜ້າຈໍ Ceramic Shield ທິ່ມີຄວາມທົນທານສູງ ແລະ ຟີເຈີ Always on Display ເປັນແບບດຽວກັບ iPhone 14 ແລະ iPhone 14 Plus

ການອອກແບບສວຍງາມ ມີສີສັນໃຫ້ເງືອກເຖິງ 4 ສີ ຄື: Deep Purple, Silver, Space Black ແລະ Gold ນໍາໃຊ້ໜ່ວຍປະມວນຜົນ A16 Bionic ແບບ 6 Core ທີ່ໄວທີ່ສຸດໃນໂລກນະຕອນນີ້.

iPhone 14 Pro ມີລາຄາເລີ່ມຕົ້ນຢຸ່ທີ່ 999 ໂດລາສະຫະລັດ ແລະ iPhone 14 Pro Max ມີລາຄາ 1099 ໂດລາສະຫະລັດ.

ນອກຈາກນັ້ນ, ໃນງານນີ້ Apple Event 2022 ຍັງເປີດໂຕຜະລິດຕະພັນໂມງ ທີ່ເປີດໂຕມາພ້ອມກັນ 3 ຮຸ້ນຄື: Apple Watch Series 8, Apple Watch SE และ Apple Watch Ultra

Apple Watch Series 8

ຮອງຮັບການກັນນໍ້າ ກັນຝຸ່ນ ກັນໜ້າຈໍແຕກ ເນັ້ນການໃຊ້ງານໃນການອອກກຳລັງກາຍຊ່ວຍໃຫ້ປອດໄພດ້ວຍລະບົບການຕິດຕໍ່ສຸກເສິນ ສາມາດວັດຄື່ນຫົວໃຈ ແລະ ອອກຊີເຈນໃນເລືອດໄດ້, ມີລະບົບວັດອຸນຫະພູມໃນຮ່າງກາຍທຸກໆ ວິນາທີ ເພື່ອໃຫ້ໄດ້ຄວາມຖືກຕ້ອງ, ມີໂມຊັນເຊັນເຊີ້ກວດສອບການເຄື່ອນໄຫວ ແລະ ສາມາດກວດສອບອຸບັດເຫດທີ່ເກີດຂຶ້ນຂຶ້ນກັບຜູ້ໃຊ້ງານໄດ້ ໂດຍສາມາດແຍກຄວາມແຕກຕ່າງຈາກການລົ້ມປົກກະຕິ ຫຼື ອຸບັດເຫດທາງລົດໃຫຍ່ ແຕ່ລະບົບຈະເຮັດວຽກໃນຂະນະທີ່ເຮົາຂັບລົດເທົ່ານັ້ນ.

ແບັດເຕີຣີ້ ສາມາດໃຊ້ງານດົນເຖິງ 36 ຊົ່ວໂມງ ຮອງຮັບການໃຊ້ງານ Roaming ໃນຕ່າງປະເທດ ລາຄາເລີ່ມຕົ້ນຢູ່ທີ່ 399 ໂດລາສະຫະລັດ.

Apple Watch SE

ເປີດໂຕອອກມາສາມສີໃຫ້ເລືອກ ຄື: Midnight, Starlight ແລະ Silver ພ້ອມກັບ SiP ຮຸ້ນ S8 ໃໝ່ທີ່ຊ່ວຍໃຫ້ເຮັດວຽກໄວຂຶ້ນສູງສຸດເຖິງ 20%, ໂຄງສ້າງເຄື່ອງສາມາດກັນນໍ້າໄດ້ 50 ແມັດ ກວດເບິ່ງອັດຕາການເຕັ້ນຂອງຫົວໃຈ ສຳລັບຜູ້ທີ່ເປັນໂລກຫົວໃຈໄດ້ວ່າ ໄວຫຼືຊ້າ ລາຄາເປີດໂຕຢູ່ທີ່ 249 ໂດລາສະຫະລັດ.

Apple Watch Ultra

ອອກແບບມາໃຫ້ເປັນແບບຈໍກວ້າງ 49 mm ເໝາະສຳລັບສາຍອອກກຳລັງກາຍ ແລະ ເຮັດກິດຈະກຳກາງແຈ້ງ, ຮອງຮັບການເຊື່ອມຕໍ່ລະບຸຕໍາແໜ່ງຜ່ານດາວທຽມ GPS, ແບັດເຕີຣີ້ສາມາດຢູ່ໄດ້ເຖິງ 60 ຊົ່ວໂມງ ຫາກໃຊ້ໂໝດປະຢັດພະລັງງານ ລາຄາເປີດໂຕຢູ່ທີ່ 799 ໂດລາສະຫະລັດ.

ຫູຟັງໄຮ້ສາຍ AirPods Pro 2

ຫູຟັງໄຮ້ສາຍ ມີລະບົບຫຼຸດຜ່ອນສຽງລົບກວນ Noise Cancellation ມາພ້ອມກັບລະບົບ Spatial Audio ໄດ້ຍິນສຽງຮອບທິດທາງ, ແບດເຕີຣີ້ ໃຊ້ງານຕໍ່ເນື່ອງຢູ່ໄດ້ 6 ຊົ່ວໂມງ ຖ້າໃຊ້ປະຢັດຢູ່ໄດ້ສູງສຸດ 30 ຊົ່ວໂມງ ລາຄາເແດໂຕເລີ່ມຕົ້ນຢູ່ທີ່ 249 ໂດລາສະຫະລັດ.

ຂໍ້ມູນຈາກ: Apple

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.