ເຜີຍປະຫວັດພຣະທາດເກົ່າແກ່ ທີ່ຕັ້ງຢູ່ດ້ານຫຼັງກະຊວງພະລັງງານ ແລະ ບໍ່ແຮ່.

ຫຼາຍທ່ານອາດຈະສົງໄສວ່າ ພຣະທາດທີ່ຕັ້ງຢູ່ດ້ານຫຼັງຂອງກະຊວງ ພະລັງງານ ແລະ ບໍ່ແຮ່ ເປັນພຣະທາດຫຍັງ ແລະ ສ້າງຂຶ້ນມາຕອນໃດ? ອີງຕາມຂໍ້ມູນຈາກ ພຣະອາຈານ ມະຫາ ດຣ ບຸນທະວີ ວິໄລຈັກ ໃຫ້ຮູ້ວ່າ ພຣະທາດອົງດັ່ງກ່າວ ເປັນພຣະທາດທີ່ບັນຈຸອັດຖິ ຂອງພຣະອໍຣະຫັນ 2 ພຣະອົງ ຄື: ພຣະມະຫາສັດສະດີ ເຊິ່ງເປັນຜູ້ສ້າງວັດທາດຝຸ່ນ ແລະ ພຣະມະຫາພຸດທະວົງສາ ເຊິ່ງເປັນຜູ້ສ້າງວັດໂສກປ່າຫຼວງ, ໃນເມື່ອກ່ອນພຣະທາດອົງນີ້ ແມ່ນຢູ່ໃນເຂດພື້ນທີ່ຂອງວັດທາດຝຸ່ນ.

ຕາມປະຫວັດໄດ້ກ່າວໄວ້ວ່າ: ພຣະອໍລະຫັນສອງອົງນີ້ ເປັນໝູ່ສະຫາຍດຽວກັນ ເຊິ່ງເພິ່ນໄດ້ບວດຮຽນ ແລະ ເຜີຍແຜ່ພຸດທະສາສະໜາພ້ອມກັນ ແລະ ມໍຣະນະພາບລຽນມື້ກັນ, ດັ່ງນັ້ນ ທາງຄະນະສິດສານຸສິດຂອງເພິ່ນຈິ່ງໄດ້ຈັດພິທີ ຊາປະນະກິດສົບໃນມື້ດຽວກັນ ຫຼັງຈາກນັ້ນ, ຈິ່ງໄດ້ມາກໍ່ທາດໄວ້ບ່ອນນີ້.

ຕອນນັ້ນ ແມ່ນຍຸກສະໄຫມຂອງ ພຣະຍາບູລີຈັນອ່ວຍລ່ວຍ ເມື່ອປະມານ 2200-2300 ປີ ຜ່ານມາແລ້ວ ເຊິ່ງພຣະທາດອົງນີ້ ກໍໄດ້ມີການບູຣະນະຈາກບັນດາເຈົ້າຟ້າ-ເຈົ້າແຜ່ນດິນເລື້ອຍໆມາ. ພໍຕົກມາຍຸກສະໄໝເສິກ ລ້ານຊ້າງ-ສະຫຍາມ ກໍຖືກປະປ່ອຍ ແລະ ຂາດການເບິ່ງແຍງຮັກສາ ຈົນມາຮອດ ປັດຈຸບັນ.

ຂໍ້ມູນຈາກ: ພຣະອາຈານ ມະຫາ ດຣ ບຸນທະວີ ວິໄລຈັກ

ທີ່ມາ: ລາວ Temple

More from author

Related posts

Latest posts

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...

ກິນແລ້ວນອນທັນທີ! ບໍ່ດີຕໍ່ສຸຂະພາບ

ປັດໄຈທີ່ເຮັດໃຫ້ຕຸ້ຍ ຫຼື ບໍ່ຕຸ້ຍ ມີຢູ່ຫຼາຍຢ່າງ ເຊັ່ນ ພຶດຕິກຳການກິນ, ອາຫານທີ່ມັກກິນ ຫຼື ການນອນເດິກ ກໍສົ່ງຜົນໃຫ້ຕຸ້ຍຂຶ້ນໄດ້ຄືກັນ. ຖ້າວ່າ ການກິນແລ້ວນອນ ເຮັດໃຫ້ຕຸ້ຍຂຶ້ນບໍ່ນັ້ນ, ຍັງບໍ່ມີຜົນສະຫຼຸບທີ່ແນ່ນອນ ເພາະຄວາມຕຸ້ຍຈາກການກິນແລ້ວນອນ ມີຫຼາຍແບບ ຄື ບາງຄົນກິນຫຼາຍໃນຕອນຄ່ຳເຊັ່ນ ອາຫານທອດ,​ ຂອງມັນ, ພິດຊ່າ ຫຼື ອາຫານມະຍິກມະຍ່ອຍແລ້ວເຂົ້ານອນ,

ຫຼວງພະບາງ ພາວເວີ ມອບອຸປະກອນການແພດ ເສີມສັກກະຍະພາບໂຮງໝໍແຂວງຫຼວງພະບາງ

ຫຼວງພະບາງ, ສປປ ລາວ - ເມື່ອບໍ່ດົນມານີ້ ບໍລິສັດ ຫຼວງພະບາງ ພາວເວີ ຈໍາກັດ (LPCL) ເຊິ່ງເປັນ ບໍລິສັດຮ່ວມຂອງ ບໍລິສັດ ຊີເຄ ພາວເວີ ຈຳກັດ (ມະຫາຊົນ) ຜູ້ດຳເນີນ ໂຄງການໄຟຟ້າພະລັງນ້ຳ ຫຼວງພະບາງ ໄດ້ມອບເຄື່ອງມື ແລະ ອຸປະກອນການແພດ ລວມມູນຄ່າກວ່າ...