ເປີດໂຕລາຍຊື່! ນັກເຕະທີມຊາດ U17 ທີ່ເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers

ສະຫະພັນບານເຕະແຫ່ງຊາດລາວ ໄດ້ປະກາດລາຍຊື່ນັກກິລາທີມຊາດລາວ U17 ຈຳນວນ 23 ຄົນ ພາຍໃຕ້ການຄຸມທີມຂອງທ່ານ ກັນລະຍາ ສີສົມຫວັງ ທີ່ຈະເຂົ້າຮ່ວມການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ທີ່ຈະຈັດຂື້ນໃນລະຫວ່າງ ວັນທີ 5 ຫາ 9 ຕຸລາ 2022 ນີ້ ທີ່ປະເທດ ກຽກກີສະຖານ Kyrgyz Republic.

ຜ່ານການການຝຶກຊ້ອມຢ່າງຂຸນຂ້ຽວ ແລະ ສະຫະພັນບານເຕະແຫ່ງຊາດລາວ ໄດ້ຕົກລົງເຫັນດີປະກາດລາຍຊື່ນັກກິລາ 23 ຄົນເຂົ້າຮ່ວມດັ່ງນີ້:

ຜູ້ຮັກສາປະຕູ

  1. ສຸກສະຫມອນ ເວທິຕະ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
  2. ສຸລິສັກ ໝັ້ນປະເສີດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ
  3. ຈັນທະວີສຸກ ໜູວໍລະວົງ ຈາກ ແຂວງສະຫວັນນະເຂດ

ກອງຫລັງ

  1. ໄຊຍະສຸກ ແກ້ວວິສອນ ຈາກ ສະໂມສອນບານເຕະ ເອສຣາ
  2. ຂຸນວັງ ສູນດາລາ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
  3. ຄໍາໝັ້ນ ທາປະເສີດ ຈາກ ແຂວງສະຫວັນນະເຂດ
  4. ດູລະໄນ ແກ້ວມະນີວົງ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
  5. ອະລິຍະກອນ ຟອງສະຫວັນ ຈາກ ສະໂມສອນ ເອສະຣາ
  6. ຈັນທະວີສຸກ ພົງສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈໍາປາສັກ

ກອງກາງ

  1. ສາຍຝົນ ແກ້ວຫານາມ ຈາກ ສະໂມສອນ ກິລາບານເຕະ ນົນທະບູລີ
  2. ຄູນທະວີ ທອງມະນີ ຈາກ ສະໂມສອນ ກິລາບານເຕະ ຊ້າງນ້ອຍ
  3. ສີສະຫວາດ ແກ້ວມຸງຄຸນ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
  4. ບິ່ນລີ້ ໂດນສະໜູພິດ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
  5. ໄຊມັງກອນ ປ່ຽມມະໄລ ຈາກ ສໂມສອນ ກິລາບານເຕະ ສາລະວັນ
  6. ສົງການ ລິຍະສັກ ຈາກ ແຂວງອຸດົມໄຊ
  7. ນາຄົມ ສຸລິຍະວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ຢູໄນເຕັດ
  8. ໄຊຍະຫວັດ ວັນສະຫວັດ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ
  9. ເກດສະດາ ເດດກຸມມານ ຈາກ ສະໂມສອນ ກິລາບານເຕະ ກອງທັບ
  10. ພູສົມບູນ ປັນຍາວົງ ຈາກ ສະໂມສອນ ກິລາບານເຕະ ວຽງຈັນ ເອັຟທີ

ກອງຫນ້າ

  1. ປີເຕີ້ ພັນທະວົງ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
  2. ທະນູສັກ ນັນທະວົງດວງສີ ຈາກ ສະໂມສອນ ກິລາບານເຕະ ເອສະຣາ
  3. ເພັດສະໝອນ ສີຫາເທບ ຈາກ ສະໂມສອນ ກິລາບານເຕະ ຫຼວງພະບາງ
  4. ຊີການດາ ໄຊສົງຄາມ ຈາກ ສະໂມສອນ ກິລາບານເຕະ ຈຳປາສັກ

ສຳລັບຕາຕະລາງ ການແຂ່ງຂັນຂອງທີມຊາດລາວ ການແຂ່ງຂັນ AFC U17 Asian Cup 2023 Qualifiers ( group I ) ແມ່ນວັນທີ 5 ຕຸລາ 2022 ເວລາ 15:00 ອີຣ່ານ ພົບ ລາວ, ວັນທີ 7 ຕຸລາ 2022 ເວລາ 15:00 ລາວ ພົບ ຮົງກົງ, ວັນທີ 9 ຕຸລາ 2022 ເວລາ 17:30 ກຽກກີສະຖານ ພົບ ລາວ ໂດຍທຸກໆນັດແຂ່ງຂັນທີ່ Dolon Omurzakov Stadium, Bishkek.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...