Tuesday, March 18, 2025

ຕົວແທນສື່ມວນຊົນລາວ ເຂົ້າຮ່ວມກອງປະຊຸມອາຊຽນ ທີ່ ບາຫຼີ.

ທ່ານ ສະຫວັນຄອນ ຣາຊະມຸນຕຣີ, ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ແລະ ຄະນະຈາກ ກົມສື່ມວນຊົນ, ໃນຖານະເປັນຕົວແທນສື່ມວນຊົນລາວ ພ້ອມດ້ວຍ ທ່ານ ເທບພະໄຊ ຫຍ່ອງ, ປະທານສະມາຄົມ ນັກໜັງສືພິມ ແຫ່ງອາຊຽນ, ທ່ານ ມົງຄົນ ບາງປຣະພາ, ປະທານສະຫະພັນນັກໜັງສືພິມ ແຫ່ງປະເທດໄທ, ແລະ ທ່ານ ອານັນ ນິລະມານົນ, ຮອງປະທານສະຫະພັນ ນັກໜັງສືພິມແຫ່ງປະເທດໄທ ແລະ ປະທານສະມາຄົມໜັງສືພິມ ພາກພື້ນ ແຫ່ງປະເທດໄທ ຮ່ວມເດີນທາງເພື່ອໄປປະຊຸມ “ສະຫະພັນ ໜັງສືພິມແຫ່ງອາຊຽນ” ທີ່ ບາຫຼີ, ປະເທດ ອິນໂດເນເຊຍ.

ໃນການຈັດກອງປະຊຸມ ສະຫະພັນ ໜັງສືພິມ ແຫ່ງອາຊຽນ ຄັ້ງນີ້ ເປັນການຈັດປະຊຸມໃຫຍ່ ເຊິ່ງເລື່ອນມາຈາກປີ 2021 ເນື່ອງຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ໂດຍ ສະມາຄົມສື່ມວນຊົນ ອິນໂດເນເຊຍ ເປັນເຈົ້າພາບຈັດການປະຊຸມ ທີ່ ບາຫຼີ ໃນລະຫວ່າງວັນທີ 11-19 ຕຸລາ 2022, ນອກຈາກນີ້ ຍັງເປັນວາລະທີ່ ສະມາຄົມສື່ມວນຊົນ ອິນໂດເນເຊຍ ຈະໄດ້ຮັບໜ້າທີ່ຕໍ່ໃນການເປັນປະທານ ສະຫະພັນ ນັກໜັງສືພິມ ແຫ່ງ ອາຊຽນ ລຳດັບຕໍ່ໄປ.

ສຳລັບການເດີນທາງໄປຮ່ວມປະຊຸມໃນຄັ້ງນີ້, ໄດ້ຮັບການສะໜັບສະໜຸນການເດີນທາງໂດຍ ສາຍການບິນ ໄທແອຣ໌ເອເຊຍ ໂດຍມີ ທ່ານ ນັດທະວຸດ ຈິດອາດຫານ, ຜດູ້ຈັດການຝ່າຍປະຊາສຳພັນ ຮ່ວມຕ້ອນຮັບ ແລະ ສົ່ງ, ໂດຍໄດ້ກ່າວວ່າ ສາຍການບິນ ໄທແອຣ໌ເອເຊຍ ເຫັນຄວາມສຳຄັນຂອງການປະຊຸມສື່ມວນຊົນໃນອາຊຽນ ທີ່ສ້າງຄວາມເຂົ້າໃຈທີ່ດີຕໍ່ກັນລະຫວ່າງ ສື່ມວນຊົນ ແລະ ພົນລະເມືອງໃນອາຊຽນ ລວມເຖິງ ການສົ່ງເສີມການທ່ອງທ່ຽວ ທີ່ຈະຊ່ວຍກະຕຸ້ນເສດຖະກິດ ໃນພາກພື້ນອາຊຽນອີກດ້ວຍ.

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.