ລາວ ໄດ້ຮັບທຶນຈາກ ໄທ 6 ຫຼັກສູດ ພັດທະນາຊັບພະຍາກອນມະນຸດ.

ກົມການຮ່ວມມືລະຫວ່າງປະເທດ (TICA) ກະຊວງການຕ່າງປະເທດໄທ ຮ່ວມກັບ ມະຫະວິທະຍາໄລບູຣະພາ, ສະຖາບັນລະຫວ່າງປະເທດ ເພື່ອການຄ້າ ແລະ ການພັດທະນາ, ສະຖາບັນການຕ່າງປະເທດ ເທວະວົງວະໂຣປະການ ແລະ ມະຫາວິທະຍາໄລແມ່ໂຈ້ ຈັດຫຼັກສູດຝຶກອົບຮົມໄລຍະສັ້ນດ້ານຊັບພະຍາກອນມະນຸດ ປະຈຳປີ 2022 ພາຍໃຕ້ແຜນງານຮ່ວມມືເພື່ອພັດທະນາລະຫວ່າງ ລາວ-ໄທ ໄລຍະ 3 ປີ ສະບັບທີ 1(ປີ 2020-2022) ຈຳນວນ 6 ຫຼັກສູດ ໂດຍມີຜູ້ໄດ້ຮັບທຶນທັງໝົດ 76 ຄົນ.

ສຳລັບໃນການຈັດຫຼັກສູດເບື້ອງຕົ້ນ ແມ່ນປະສົບຜົນສຳເລັດໄປດ້ວຍດີ ນອກຈາກຜູ້ເຂົ້າຮ່ວມຝຶກອົບຮົມຈາກໜ່ວຍງານທີ່ກ່ຽວຂ້ອງຈະໄດ້ຮັບອົງຄວາມຮູ້ ແລະ ແນວທາງປະຕິບັດ ຈາກໄທ ເປັນຕົ້ນແມ່ນ ການພັດທະນາການທ່ອງທ່ຽວຊຸມຊົນແບບນິເວດ ແລະ ອະນຸລັກ ພາຍໃຕ້ຮູບແບບ 4 Ps model (Public – Private – People – Partnership) ໂມເດວເສດຖະກິດຊີວະພາບ, ເສດຖະກິດໝຸນວຽນ ແລະ ເສດຖະກິດສີຂຽວ (BCG Economy Model) ການກະເສດໃນບ່ອນສູງ, ການກະເສດສີຂຽວ (ການກະເສດປອດໄພ) ແລະ ການກະເສດສະອາດ (ກະເສດອິນຊີ) ເພື່ອສົ່ງເສີມຄວາມໝັ້ນຄົງທາງອາຫານ ແລະ ກະສິກຳທີ່ຍືຍຍົງ ໂດຍການນຳແນວທາງປະຕິບັດຫຼັດປັດຊະຍາເສດຖະກິດພໍພຽງ ແລະ ການສົ່ງເສີມຮູບແບບເສດຖະກິດຊີວະພາບ, ເສດຖະກິດໝຸນວຽນ ແລະ ເສດຖະກິດສີຂຽວ (BCG Economy Model) ໄປປະຍຸກໃຊ້ ເພື່ອພັດທະນາ ສະໜັບສະໜຸນນະໂຍບາຍການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວຢ່າງຍືນຍົງ.

ນອກຈາກນີ້, ເພື່ອເປັນການສະຫຼອງຄວາມສຳພັນຄົບຮອບ 70 ປີ ທາງການທູດ ລາວ-ໄທ ກົມຄວາມຮ່ວມມືລະຫວ່າງປະເທດ ຍັງເປີດໂອກາດໃຫ້ເຈົ້າໜ້າທີ່ກະຊວງການຕ່າງປະເທດ ສປປ ລາວ ໄດ້ຮ່ວມແລກປ່ຽນປະສົບການດ້ານການທູດ ແລະ ການຕ່າງປະເທດ ສ້າງເຄື່ອຂ່າຍລະດັບເຈົ້າໜ້າທີ່ລະຫວ່າງກະຊວງການຕ່າງບປະເທດທັງສອງຝ່າຍ ເພື່ອສາມາດນຳໄປຂະຫຍາຍຜົນ ແລະ ຕໍ່ຍອດຄວາມຮ່ວມມືພາບໃຕ້ແຜນງານຮ່ວມມືເພື່ອການພັດທະນາ ລາວ-ໄທ ສະບັບທີ 2 (ປີ 2023-2025) ໃຫ້ເກີດຜົນເປັນຮູບປະທຳຕໍ່ໄປ.

More from author

Related posts

Latest posts

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ເປັນ​ຫຍັງ​ເຮົາ​ຈຶ່ງ​ຕ້ອງ​ໄປລອຍ​ກະ​ໂທງ, ໄຫຼ​ເຮືອ​ໄຟ ໃນ​ມື້​​ບຸນ​ອອກ​ພັນ​ສາ​ປະ​ວໍ​ລະ​ນາ

ການລອຍ​ກະ​ໂທງ ຫຼື ໄຫຼເຮືອໄຟນີ້ ເປັນການບູຊາແມ່ນໍ້າກໍຄືທາດທັງ 4 ຄື: ດິນ, ນໍ້າ, ລົມ, ໄຟ ແມ່ນໍ້າ ເປັນສິ່ງທີ່ໃຫ້ຄຸນຄ່າຕໍ່ທຸກສິ່ງທີ່ມີຊີວິດເປັນຕົ້ນ ມະນຸດ ແລະ ຊີວະນາໆພັນ ພ້ອມເປັນການບູຊາພະຍານາກຕື່ມອີກ.

ຊຳຊຸງເປີດຕົວ Galaxy Tab S12 Series ແທັບເລັດສຸດພຣີມ້ຽມ ເພື່ອການຮຽນ ແລະ ເຮັດວຽກແບບມືອາຊີບ

ຊຳຊຸງເປີດຕົວ Galaxy Tab S12 Ultra ແລະ Galaxy Tab S12+ ມອບປະສົບການໃຊ້ງານແທັບເລັດລະດັບພຣີມ້ຽມ ແລະ ດີທີ່ສຸດຂອງຊຳຊຸງ ດ້ວຍການອອກແບບທີ່ບາງເປັນພິເສດ ອັນເປັນເອກະລັກຂອງ Galaxy Tab ພ້ອມແບັດເຕີຣີທີ່ໃຊ້ງານໄດ້ຍາວນານ ເພື່ອການພັດທະນາທັກສະຜູ້ໃຊ້ງານ, ຕໍ່ຍອດເປົ້າໝາຍໃນສາຍອາຊີບ, ແລະ ເປີດກວ້າງຄວາມຄິດສ້າງສັນໃໝ່ໆ. Galaxy Tab S12 Ultra...