ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແລະ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຝ່າຍມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ລົງນາມຮ່ວມມືໃນການແບ່ງບັນຂໍ້ມູນຂ່າວສານເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ແລະ ມອບສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດຈຳນວນ 11 ສະຖານີໃຫ້ລາວເຮົາ.

ສປປ ລາວ ຮ່ວມລົງນາມ MOU ກັບ ໄທ ວ່າດ້ວຍການຮ່ວມມື ດ້ານການແລກປ່ຽນຂໍ້ມູນ ຂ່າວສານ ເຝົ້າລະວັງ ເຕືອນໄພ ແລະ ການບັນເທົາທຸກຈາກບັນຫາອຸທົກກະໄພ ລະຫວ່າງ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ສປປ ລາວ ແລະ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກສະພາກາຊາດໄທ ແຫ່ງຣາຊະອານາຈັກໄທ ເຊິ່ງຕາງໜ້າ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ລົງນາມໃນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຝ່າຍມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ລົງນາມໂດຍ ທ່ານ ສາດສະດາຈານພິເສດ ສຸຣະກຽດ ສະຖຽນໄທ ຮອງປະທານກຳມະການທີ່ປຶກສາ ແລະ ປະທານກຳມະການບໍລິຫານ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ຊຶ່ງຈຸດປະສົງຫຼັກຂອງບົດບັນທຶກຄວາມເຂົ້າໃຈສະບັບນີ້ ແມ່ນປະກອບດ້ວຍ: ຮ່ວມກັນພັດທະນາລະບົບການເຝົ້າລະວັງ ແລະ ການເຕືອນໄພ ຈາກບັນດາອຸທົກກະໄພ ໃນ ສປປ ລາວ ໃຫ້ຄວມຄຸມພື້ນທີ່ທົ່ວ ສປປ ລາວ, ແບ່ງປັນ, ແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນ-ຂ່າວສານດ້ານອຸຕຸນິຍົມ ແລະ ອຸທົກກະສາດ ໃຫ້ສອດຄ່ອງກັບກົດໝາຍ ຂອງ ສປປ ລາວ, ຮ່ວມກັນຖ່າຍທອດຄວາມຮູ້ໃຫ້ປະຊາຊົນ ລະຫວ່າງ ເກີດໄພພິບັດທາງທໍາມະຊາດ ແລະ ຮ່ວມກັນໃຫ້ການຊ່ວຍເຫຼືອ ແລະ ບັນເທົາທຸກປະຊາຊົນຜູ້ປະສົບອຸທົກກະໄພ.
ໃນໂອກາດດັ່ງກ່າວນີ້ ມູນນິທິອາສາເພື່ອນເພິ່ງ (ພາ) ຍາມຍາກ ສະພາກາຊາດໄທ ແຫ່ງ ຣາຊະອານາຈັກໄທ ກໍຍັງໄດ້ມອບ-ຮັບ ສະຖານີວັດແທກລະດັບນໍ້າ ແລະ ສະພາບອາກາດ (ສະຖານີໂທລະມາດ) ຈຳນວນ 11 ສະຖານີຢ່າງເປັນທາງການ ໃຫ້ແກ່ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອນຳໃຊ້ເຂົ້າໃນການຕິດຕາມສະພາບອາກາດ.