ຊຳຊຸງເຊີນຮ່ວມສຳຜັດປະສົບການຈໍພັບ Join the Flip Side ທີ່ Samsung Pop Up Store

ຊຳຊຸງລາວເປີດປະສົບການໃໝ່ດ້ວຍ Samsung Pop Up Store ເຊິ່ງເປັນແຄມເປນຈັດຂຶ້ນທົ່ວໂລກພາຍໃຕ້ຊື່ : Join the flip side ເຊີນຊວນທຸກຄົນຮ່ວມສຳຜັດເຕັກໂນໂລຊີໂທລະສັບມືຖືຈໍພັບແຫ່ງປີ ພ້ອມດ້ວຍຜະລິດຕະພັນໃໝ່ຫຼ້າສຸດຈາກງານ Samsung Unpacked 2023 ແລະ ກິດຈະກຳແບບ Chic & Share ທີ່ມ່ວນຊື່ນແບບບໍ່ຄືໃຜ ສະເພາະວັນທີ 28 ກໍລະກົດ ເຖິງ 6 ສິງຫາ 2023 ນີ້ເທົ່ານັ້ນ ລະຫວ່າງເວລາ 11.00 – 18.00 ທີ່ ສູນການຄ້າພາກຊັນ, ຊັ້ນ1.

ຜູ້ເຂົ້າຮ່ວມງານໃນ Samsung Pop Up Store ຈະໄດ້ຮັບປະສົບການໃຊ້ງານແບບ Flip & Flex ຈາກ Samsung Galaxy Z Flip5 ທີ່ອອກແບບມາເພື່ອຕອບສະຫນອງ Life Style ແບບ Chic & Share ຂອງຄົນລຸ້ນໃໝ່ໄດ້ຢ່າງລົງຕົວ ພ້ອມສຳຜັດພະລັງແຫ່ງການອອກແບບມືຖືຈໍພັບທີ່ໃຊ້ງານໄດ້ຢ່າງເຕັມຮູບແບບ ໃຫ້ຜູ້ນຳເທຣນໄດ້ເລືອກໃຊ້ໃນແບບຂອງຕົວເອງດ້ວຍ Samsung Galaxy Z Flip5 ຫຼື ຮ່ວມແລກປ່ຽນປະສົບການການໃຊ້ງານຟີເຈີ້ໃຫມ່ໆ ທີ່ໜ້າປະທັບໃຈຂອງໂທລະສັບຈໍພັບໄດ້ອີກຫຼາກຫຼາຍ ລວມເຖິງ ພາຍໃນງານຜູ້ເຂົ້າຊົມຈະໄດ້ສຳຜັດກັບສິນຄ້າໃໝ່ຂອງຊຳຊຸງ ບໍ່ວ່າຈະເປັນ Galaxy Z Fold5, Galaxy Tab S9 ແລະ Galaxy Watch6 ໄປພ້ອມກັນ

ບໍ່ພຽງເທົ່ານັ້ນ ພາຍໃນ Samsung Pop Up Store ຍັງມີກິດຈະກຳມ່ວນໆ ທ້າທາຍຄວາມຄິດສ້າງສັນພ້ອມຂອງລາງວັນພິເສດຈາກຊຳຊຸງລວມເຖິງມຸມຖ່າຍຮູບງາມໆ ເພື່ອໃຫ້ Content Creator ສາຍ Selfie ໄດ້ແບ່ງບັນປະສົບການສຸດພິເສດຄັ້ງນີ້ ໄປໃຫ້ໝູ່ເພື່ອນເຫັນ ຫຼື ຮ່ວມເປັນຜູ້ນຳເທຣນກັບຜະລິດຕະພັນໃໝ່ຂອງຊຳຊຸງດ້ວຍການຈອງເຄື່ອງລ່ວງໜ້າພ້ອມຮັບໂປຼໂມຊັ່ນ ແລະ ສິດທິປະໂຫຍດສຸດຄຸ້ມໄດ້ທັນທີ

Samsung Pop Up Store ເປັນໜຶ່ງໃນຄວາມມຸ່ງໝັ້ນຂອງຊຳຊຸງ ທີ່ຈະນຳສະເໜີປະສົບການທີ່ບໍ່ຄືໃຜ ແລະ ຕອບສະໜອງ Life Style ຂອງຄົນລຸ້ນໃໝ່ເຊິ່ງມີແນວຄິດປ່ຽນໄປຕາມຍຸກສະໄໝໄດ້ຢ່າງວ່ອງໄວ ອີກທັງຍັງສ້າງຄວາມໝັ້ນໃຈໃນການໃຊ້ຜະລິດຕະພັນຕ່າງໆຂອງຊຳຊຸງຮ່ວມກັນເພື່ອການໃຊ້ງານຢ່າງເຕັມຮູບແບບອີກດ້ວຍ.


ຂໍ້ມູນເພີ່ມເຕີມ : Facebook Samsung Laos
Samsung Call Center: 021 417 333

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.