ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.

ການຊ່ວງເຮືອ ເປັນກິດຈະກຳໜຶ່ງ ທີ່ສອດຄ່ອງກັບວິຖີຊີວິດ ຄວາມເປັນຢູ່ຂອງຄົນລາວທັງຊາດ ຜູ້ທີ່ອາໃສຢູ່ໃກ້ກັບແມ່ນໍ້າ ຊຶ່ງມັກຈັດຂຶ້ນໃນໄລຍະເດືອນ 10 ຫາ ເດືອນ 12 ລາວ ຂອງທຸກໆປີ, ຊຶ່ງເປັນໄລຍະການສະຫຼອງບຸນດັ່ງກ່າວ, ແຕ່ລະທ້ອງຖິ່ນເຂດແຂວງ ທີ່ມີເງື່ອນໄຂໂດຍສະເພາະແມ່ນມີແມ່ນໍ້າໃຫຍ່ ກໍໄດ້ຈັດໃຫ້ມີການຊ່ວງເຮືອ ເພື່ອສ້າງຄວາມມ່ວນຊື່ນຕິດພັນກັບການສະແດງສິລະປະວັນນະຄະດີພື້ນເມືອງ, ໃນໄລຍະໃໝ່ ແລະ ຍັງຕິດກັບການວາງສະແດງຂາຍສິນຄ້າ ເພື່ອສົ່ງເສີມພູມປັນຍາ ແລະ ການສ້າງລາຍຮັບຂອງປະຊາຊົນຢູ່ເຂດນັ້ນ ໃນແຕ່ລະທ້ອງຖິ່ນ.

ປະເພດນີການຊ່ວງເຮືອ ໄດ້ມີນິທານພື້ນເມືອງເລື່ອງກ່ຳພ້າຜີນ້ອຍໃນບາງຕອນ ໄດ້ພັນລະນາ ກ່ຽວກັບການຊ່ວງເຮືອ ເຊິ່ງໄດ້ສະແດງອອກໃນຕອນເຈົ້າພະຍາຢາກໄດ້ນາງງາ ເມຍຂອງທ້າວກໍ່າພ້າ ມາເປັນເມຍ, ພະຍາໄດ້ເອີ້ນເອົາເສນາອາມາດມາປຶກສາຫາລືກັນວ່າເຮັດແນວໃດຈຶ່ງຈະເອົານາງງາ ເມຍກໍ່າພ້າມາເປັນເມຍໄດ້, ຈາກນັ້ນ ໄດ້ອອກອຸບາຍທ້າກັບທ້າວກໍ່າພ້າຜີນ້ອຍວ່າ: “ຖ້າທ້າວ ກໍ່າພ້າ ບໍ່ຊະນະຕ້ອງຍົກນາງງາໃຫ້ເປັນເມຍຂອງພະຍາ” ໂດຍເລີ່ມຈາກການເອົາໄກ່ມາຕີກັນ, ຄວາຍຊົນກັນ ຊຶ່ງທັງໄກ່ ແລະ ຄວາຍ ຂອງພະຍາ ບໍ່ສາມາດເອົາຊະນະຝ່າຍກ່ຳພ້າຜີນ້ອຍໄດ້ຈັກອັນ, ໃນທີ່ສຸດພະຍາກໍທ້າຊ່ວງເຮືອ, ໃນເທື່ອນີ້ກໍຄືທຸກເທື່ອທີ່ຜ່ານມາ ນາງງາ ໄດ້ໃຊ້ແຫວນວິເສດເສກພະຍານາກສ່ຽວກໍ່າພ້າໃຫ້ເປັນເຮືອຊ່ວງ ແລະ ເມື່ອຈະເຖິງຫຼັກໄຊເຮືອພະຍານາກກໍ່າພ້າກໍເອົາຫາງຟາດນໍ້າເປັນຟອງໃຫຍ່ຈົນເຮືອພະຍາຫຼົ້ມເຮັດໃຫ້ພະຍາກັບເສນາອາມາດໄດ້ຈົມນໍ້າຕາຍໝົດ ແລະ ເຊື່ອກັນວ່ານິທານດັ່ງກ່າວມີປະຫວັດຄວາມເປັນມາຂອງບຸນຊ່ວງເຮືອປະເພນີຈົນເຖິງເທົ່າທຸກມື້ນິ້.

ບຸນຊ່ວງເຮືອ, ນອກຈາກເປັນບຸນປະເພນີອັນດີງາມທີ່ມີຄວາມຄຶກຄື້ນມ່ວນຊື່ນແລ້ວ; ຕາມຄວາມເຊື່ອຂອງຄົນແຕ່ລະລຸ້ນສືບຕໍ່ກັນມານັ້ນ, ຍັງເປັນການສະແດງຄວາມຮູ້ບຸນຄຸນຕໍ່ດິນຟ້າອາກາດ, ແມ່ນໍ້າທີ່ໄດ້ດົນບັນດານໃຫ້ແກ່ຊາວກະສິກອນຕາມລະດູການປູກຝັງ ແລະ ເກັບກູ້ຜົນຜະລິດໃຫ້ໄດ້ຮັບຜົນດີ; ການສະແດງຄວວາມຮູ້ບຸນຄຸນຕໍ່ພະຍານາກ ຊຶ່ງຖືໄດ້ວ່າເປັນປູ່ຍ່າຕາຍາຍຂອງມວນມະນຸດ ທີ່ດົນບັນດານໃຫ້ຟ້າຝົນເອື້ອອຳນວຍແກ່ການຜະລິດກະສິກຳ.

ບຸນຊ່ວງເຮືອ ບໍ່ພຽງແຕ່ມີຄວາມໝາຍ ທາງຮີດຄອງປະເພນີເທົ້ານັ້ນ, ແຕ່ຍັງມີຄວາມໝາຍດ້ານກິລາ, ວັດທະນະທຳ ເພື່ອແນໃສ່ຮັກສາ,ເຜີຍແຜ່ ແລະ ສົ່ງເສີມໃຫ້ແກ່ຄົນລຸ້ນໃໝ່ໄດ້ຮັບຮູ້, ເຂົ້າໃຈຮີດຄອງປະເພນີຂອງລາວ, ທັງເປັນການເອກອ້າງຕໍ່ຊາດອື່ນໆ ໃນໂລກໄດ້ຮັບຮູ້ວັດທະນະທຳອັນດີງາມຂອງຊາດລາວເຮົານໍາອີກ.

ເນື່ອງໃນໂອກາດ ບຸນອອກພັນສາ ປະວໍລະນາ ປະຈໍາປີ ພສ 2566 ຄສ 2023 ທີ່ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ ທີ່ເຄີຍຈັດຕັ້ງປະຕິບັດກັນມາ ຕາມຮີດຄອງປະເພນີ, ວັດທະນະທໍາອັນດີງາມຂອງຊາດ, ເພື່ອເຕົ້າໂຮມຄວາມສາມັກຄີພາຍໃນ, ທັງເປັນການສົ່ງເສີມການທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ

ສຳລັບປີນີ້, ຢູ່ທີ່ ນະຄອນຫຼວງ ວຽງຈັນ ວັນທີ 29 ຕຸລາ 2023 ຂຶ້ນ 15 ຄ່ຳເດືອນ 11 ລາວ ເປັນມື້ອອກພັນສາ ແລະ ຈະມີການ ແຂ່ງຂັນຊ່ວງເຮືອ ໃນວັນທີ 30 ຕຸລາ 2023 ກົງກັບແຮມ 1 ຄ່ຳ ເດືອນ 11 ລາວ ເຊິ່ງຈະມີເຮືອຊ່ວງໃຫຍ່ ແລະ ນ້ອຍເຂົ້າຮ່ວມແຂ່ງຂັນ ຢູ່ທີ່ທ່າວັດຈັນ, ເມືອງ ຈັນທະບູລີ, ນະຄອນຫຼວງ ວຽງຈັນ.

More from author

Related posts

Latest posts

ຄວນເຮັດແນວໃດ ເມື່ອຕ້ອງອອກກຳລັງກາຍຍາມຝົນ!

ຊ່ວງໜ້າຝົນແບບນີ້ ຄົນທີ່ມັກອອກກຳລັງກາຍກາງແຈ້ງເປັນປະຈຳ ອາດຈະປ່ຽນເປັນການອອກກຳລັງກາຍໃນຮົ່ມແທນ ແຕ່ບາງຄົນຍັງມັກອອກກຳລັງກາຍກາງແຈ້ງຫຼາຍກວ່າ ເຊິ່ງອາດຈະໃຊ້ວິທີເລື່ອນເວລາໄປໃນຕອນທີ່ຝົນເຊົາຕົກ ຫຼື ຕອນທີ່ຝົນຕົກຄ່ອຍໆ ແຕ່ຊ່ວງເວລາດັ່ງກ່າວ ກໍຍັງມີສິ່ງທີ່ຄວນລະວັງໃນການອອກກຳລັງກາຍ ທີ່ຕ່າງໄປຈາກສະພາບປົກກະຕິ.

ຫົວຜັກບົ່ວໃຫຍ່ ປົວໄດ້ຫຼາຍໂຣກ

ການກິນຫົວຜັກບົ່ວໃຫຍ່ ສາມາດປ້ອງກັນການຈະເລີນເຕີບໃຫຍ່ຂອງຈຸລັງມະເຮັງໄດ້ ເພາະມັນມີສານຕ້ານອະນຸມູນອິດສະຫຼະ, ສາມາດຊ່ວຍແກ້ການນອນບໍ່ຫຼັບໄດ້, ຊ່ວຍເຮັດໃຫ້ຈະເລີນອາຫານ, ຊ່ວຍບຳລຸງທາດໃນຮ່າງກາຍ,​ຊ່ວຍກຳຈັດສານກົ່ວ ທີ່ປົນເປື້ອນມາກັບອາຫານ, ຊ່ວຍປ້ອງກັນການເກີດໂຣກຫົວໃຈ,​ ຫຼຸດຄວາມສ່ຽງຂອງອຳມະພາດ, ຊ່ວຍປົວໂຣກໄຂມັນຕີບຕັນໃນເສັ້ນເລືອດ, ຊ່ວຍໃນການຂະຫຍາຍຫຼອດເລືອດ, ຊ່ວຍເຮັດໃຫ້ເລືອດບໍ່ໄປຕີບຕັນໃນຫຼອດເລືອດ, ຊ່ວຍໃນການສະຫຼາຍເລືອດຊຳ້.

ຈົບມໍປາຍ ຈະຮຽນຕໍ່ສາຍໃດດີ?

ເມື່ອກ່ອນ ການສຶກສາຖືໄດ້ວ່າມີບັນຍາກາດຄຶກຄື້ນ ແລະ ເປັນຂະບວນການ ຫຼາຍຄົນແຂ່ງກັນຮຽນ ແຂ່ງກັນເສັງເພື່ອຈະໄດ້ເຂົ້າຮຽນສາຍທີ່ຕົນເອງມັກ ແຕ່ຕົກມາຍຸກປັດຈຸບັນນີ້ ດ້ວຍສະພາບເສດຖະກິດ ສະພາບແວດລ້ອມ ແລະ ຫຼາຍຢ່າງໃນສັງຄົມທີ່ຜັນແປໄປ ເດັກນ້ອຍສ່ວນໃຫຍ່ບໍ່ຢາກທີ່ຈະຮຽນຕໍ່, ບາງຄົນກໍຈຳເປັນຕ້ອງອອກໄປເຮັດວຽກເພື່ອຫາເງິນຊ່ວຍຄອບຄົວ, ຫຼາຍຄົນກໍອອກມາປະກອບກິດຈະການເຮັດທຸລະກິດ ເປັນນາຍຂອງຕົນເອງ ແຕ່ບໍ່ວ່າຈະຢ່າງໃດກໍຕາມ ຖ້າຄົນທີ່ມີເງືອນໄຂກໍຍັງສະໜັບສະໜູນໃຫ້ຮຽນຕໍ່ສາຍວິຊາຊີບໃຫ້ຈົບຈະເປັນການດີທີ່ສຸດ.