Thursday, November 13, 2025
Kbank Laos โอน รับ จ่าย

ຫວຽດເຈັດ ເປີດ​​ຖ້ຽວ​ບິນ​ກົງພຽງໜຶ່ງດຽວທີ່ບິນລະຫວ່າງ ວຽງຈັນ-​ໂຮ​ຈິ​ມິນ ຕັ້ງ​ແຕ່​ວັນ​ທີ 25 ກຸມພາ​ນີ້,ກັບໂປຣໂມຊັນສຸດພິເສດຖ້ຽວບິນລາຄາຖືກ 0 ໂດລາ

ນະຄອນຫຼວງ ວຽງຈັນ, ວັນທີ 18 ທັນວາ 2023) ຫວຽດເຈັດ (VietJet), ສາຍການບິນເອກະຊົນທີ່ໃຫຍ່ທີ່ສຸດຂອງຫວຽດນາມ, ຈະເລີ່ມໃຫ້ບໍລິການໃນເສັ້ນທາງໃໝ່ ເຊື່ອມຕໍ່ວຽງຈັນກັບນະຄອນໂຮຈີມິນເມືອງທີ່ໃຫຍ່ທີ່ສຸດຂອງຫວຽດນາມ ເລີ່ມແຕ່ວັນທີ 25 ກຸມພາ 2024. ນີ້​ແມ່ນ​ສາຍການບິນໂດຍກົງ​ຖ້ຽວທຳ​ອິດ​​ພຽງໜຶ່ງດຽວໃນທ້ອງຖິ່ນທີ່ເຊື່ອມ​ຕໍ່​ລະຫວ່າງສອງ​ເມືອງດ້ວຍກັນ. ສາຍການບິນໄດ້ມອບໂປຣໂມຊັນຖ້ຽວບິນລາຄາຖືກ ຫຼື Real deal ບິນໄປຫວຽດນາມ ແລະ ຕ່າງປະເທດ. ເພື່ອແນໃສ່ເຮັດໃຫ້ການເດີນທາງສະດວກຂຶ້ນ ແລະ ເໝາະສົມກັບທຸກຄົນ.

ການໃຫ້ບໍລິການສາຍການບິນສີ່ຄັ້ງຕໍ່ອາທິດ ຈະດໍາເນີນການໃນວັນຈັນ, ວັນພຸດ, ວັນສຸກ, ແລະວັນອາທິດ. ໂດຍໃຊ້ເວລາບິນພຽງແຕ່ 2 ຊົ່ວໂມງເທົ່ານັ້ນ. ຖ້ຽວ​ບິນ​ຈະອອກ​ຈາກ​ສະ​ໜາມ​ບິນ​ສາ​ກົນ​ວັດ​ໄຕ​ໃນ​ເວ​ລາ 18:45 ໂມງ ແລະ​ໄປ​ຮອດ​ສະ​ໜາມ​ບິນ​ສາ​ກົນ Tan Son Nhat ນະ​ຄອນ​ໂຮ່​ຈິ​ມິນ​ໃນ​ເວ​ລາ 20:45 ໂມງ. ອີກດ້ານໜຶ່ງ, ຖ້ຽວບິນຈາກນະຄອນໂຮ່ຈີມິນ ຫາ ນະຄອນຫຼວງວຽງຈັນ ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 17:45 ໂມງ (ຕາມເວລາທ້ອງຖິ່ນ).

ເພື່ອສະເຫຼີມສະຫຼອງເສັ້ນທາງການບິນໃໝ່, ແຕ່ວັນທີ 20 ຫາວັນທີ 22 ທັນວາ, ຫວຽດເຈັດVietJet ໄດ້ມອບໂປຣໂມຊັນຫຼາຍພັນລາຍການ ຖ້ຽວບິນລາຄາ ຖືກ 0 ໂດລາ ສໍາລັບເສັ້ນທາງ ວຽງຈັນ-ນະຄອນໂຮ່ຈີມິນ ແລະ ໄປເຖິງຈຸດໝາຍປາຍທາງໃນອົດສະຕາລີ, ສ.ເກົາຫຼີ, ຍີ່ປຸ່ນ, ຮົງກົງ, ໄຕ້ຫວັນ, ອິນເດຍ, ສິງກະໂປແລະອື່ນໆ. ທ່ານທີ່ສົນໃຈໂປຣໂມຊັນ ສາມາດເຂົ້າໄປທີ່ www.vietjetair.com ຫຼື ແອັບ VietJet Air ແລະ ວາງແຜນຖ້ຽວບິນຂອງທ່ານໄດ້ຕັ້ງແຕ່ວັນທີ 25 ກຸມພາ 2024 ຫາ 29 ມີນາ 2024.

ນອກຈາກນັ້ນ, ໃນການສະເຫຼີມສະຫຼອງວັນຄົບຮອບກໍ່ຕັ້ງຂອງ VietJet, ແຕ່ວັນທີ 18 ຫາວັນທີ 24 ທັນວາ, ສາຍການບິນໄດ້ມອບໂປຣໂມຊັນໃຫ້ລູກຄ້າ ດ້ວຍ e-voucher ມູນຄ່າເຖິງ 41 ໂດລາ, ເຊິ່ງສາມາດໃຊ້ເພື່ອຮັບສ່ວນຫຼຸດສຳລັບການຈອງຄັ້ງຕໍ່ໄປທີ່ evoucher.vietjetair.com. ຜູ້ໂດຍສານສາມາດເລືອກການຈອງລ່ວງໜ້າເພື່ອເພີດເພີນກັບສ່ວນຫຼຸດ 30% ສໍາລັບອາຫານໃນຖ້ຽວບິນ ແລະເຄື່ອງດື່ມທັນທີຫຼັງຈາກຈອງປີ້ຂອງທ່ານ. ຜູ້ໂດຍສານທັງໝົດທີ່ບິນກັບ VietJet ຈະໄດ້ຮັບປະກັນໄພ Sky Care ຟຣີ ແລະ ສາມາດເຂົ້າຮ່ວມໂຄງການ Sky Joy loyalty ເພື່ອສະສົມຄະແນນ ແລະ ແລກຂອງລາງວັນ.

ຮອງປະທານຝ່າຍການຄ້າສາຍການບິນ Vietjet ທ່ານ Jay L Lingeswaraກ່າວວ່າ: “ພວກເຮົາໄດ້ປະກາດເສັ້ນທາງການບິນໃໝ່ເມື່ອອາທິດແລ້ວນີ້ ແລະ ຮູ້ສຶກດີໃຈທີ່ໄດ້ມອບໂປຣໂມຊັນຄັ້ງໃຫຍ່ໃຫ້ນັກທ່ອງທ່ຽວຈາກລາວເພື່ອບິນໄປຫວຽດນາມ ແລະເຊື່ອມຕໍ່ໄດ້ໄກກວ່າໃນທົ່ວອາຊີ ແລະ ອົດສະຕາລີ. ຄຽງ​ຄູ່​ກັບ​ບັນດາ​ເສັ້ນທາງ​ການບິນ​ໃໝ່​ຂອງ Vietjet ທີ່​ໄດ້​ເປີດ​ນຳ​ໃຊ້​ເມື່ອ​ບໍ່​ດົນ​ມາ​ນີ້, ພວກ​ຂ້າພະ​ເຈົ້າ​ຫວັງ​ວ່າ​ຈະ​ຊຸກຍູ້​ການ​ທ່ອງ​ທ່ຽວ, ການ​ຄ້າ ​ແລະ ​ເສດຖະກິດ​ບໍ່​ພຽງ​ແຕ່​ໃນ​ແຕ່ລະ​ປະ​ເທດ​ເທົ່າ​ນັ້ນ ຫາກ​ຍັງ​ຢູ່​ໃນ​ພາກ​ພື້ນ​ອີກ​ດ້ວຍ. ພວກ​ເຮົາ​ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ເຄືອ​ຂ່າຍ​ຂອງ​ພວກ​ເຮົາ​ຢ່າງ​ແຂງ​ແຮງ ດ້ວຍ​ການ​ເຊື່ອມ​ຕໍ່​ໃໝ່ ແລະ ມອບ​ປະສົບການທີ່ດີໃນລາຄາທີ່​ເໝາະ​ສົມ​ກວ່າ ​ດ້ວຍ​ເຮືອ​ບິນ​ໃໝ່, ທັນ​ສະ​ໄໝ ແລະ ການ​ບໍ​ລິ​ການ​ທີ່​ດີ​ເລີດ.”

ສາຍການບິນມີຄວາມພາກພູມໃຈໃນການໃຫ້ບໍລິການຜູ້ໂດຍສານທີ່ທັນສະໄໝ ແລະເປັນມິດກັບສິ່ງແວດລ້ອມ ດ້ວຍລູກເຮືອທີ່ເປັນມືອາຊີບ ຄອຍໃຫ້ບໍລິການອາຫານແຊບໆ ທ່ານສາມາດເພີດເພີນກັບອາຫານພື້ນເມືອງຂອງຫວຽດນາມ ເຊັ່ນ: ແຊນວິດຫວຽດນາມ, ກາເຟ, ເຝີ, ແລະ ອາຫານນາໆຊາດ.

Vietjet ຍິນດີຕ້ອນຮັບທຸກທ່ານ ເລີ່ມຕົ້ນການເດີນທາງເພື່ອຄົ້ນພົບຈຸດໝາຍປາຍທາງໃໝ່ທີ່ເຕັມໄປດ້ວຍຮອຍຍິ້ມ!

ຂໍ້ມູນເພີ່່ມຕື່່ມ www.vietjetair.com

ສຳລັບຜູ້ປະສານງານດ້ານສື່ຕິດຕໍ່:

Bigblue Agency Laos ໂທ: +85620 7891 1848 (ລັດ)

Ms. Kieu Duong (Amy)Email: kieuduong@vietjetair.com

ໂທ: +84 932 775 066

More from author

Related posts

Latest posts

ເອັດສຊີຈີ ມອບທຶນ “SCG Sharing the Dream 2025” ສປປ ລາວ ຕໍ່ເນື່ອງປີທີ 14 ສົ່ງເສີມໂອກາດທາງດ້ານການສຶກສາ ສ້າງແຮງບັນດານໃຈເຍົາວະຊົນຮັກສາສິ່ງແວດລ້ອມ

ວັນທີ 10 ເດືອນພະຈິກ ປີ 2025: ນະຄອນຫຼວງວຽງຈັນ - ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັດສຊີຈີ ຈັດພິທີມອບທຶນການສຶກສາໃນໂຄງການ “SCG Sharing The Dream 2025” ເພື່ອສະໜັບສະໜຸນເຍົາວະຊົນ ສປປ ລາວ ໃຫ້ມີໂອກາດທາງດ້ານການສຶກສາ ແລະ ເຕີບໃຫຍ່ເປັນພົນລະເມືອງ ລຸ້ນໃຫມ່ ທີ່ມີຄວາມຮູ້, ຄວາມມຸ່ງໝັ້ນ ແລະ ຈິດສຳນຶກດ້ານສິ່ງແວດລ້ອມ ພາຍໃຕ້ແນວຄິດ “Green Generation”

ສາຍການບິນ Vietjet ໄດ້ຮັບກຽດເປັນໜຶ່ງໃນບັນດາສາຍການບິນທີ່ມີມູນຄ່າສູງສຸດຂອງອາຊຽນ, ເປັນຜູ້ນຳໃນອຸດສາຫະກຳການບິນຂອງຫວຽດນາມ

ນະຄອນຫຼວງວຽງຈັນ, ວັນທີ 11 ພະຈິກ 2025 – ສາຍການບິນ Vietjet ໄດ້ຖືກຮັບຮອງໃຫ້ເປັນໜຶ່ງໃນບັນດາຍີ່ຫໍ້ທີ່ມີຄຸນຄ່າທີ່ສຸດຂອງເອເຊຍຕາເວັນອອກສ່ຽງໃຕ້, ເປັນຍີ່ຫໍ້ສາຍການບິນຊັ້ນນໍາຂອງໂລກ ແລະ ເປັນຍີ່ຫໍ້ທີ່ມີມູນຄ່າທີ່ສຸດຂອງຫວຽດນາມ ສໍາລັບປີ 2025, ໂດຍການໃຫ້ຄຳປຶກສາດ້ານການປະເມີນມູນຄ່າຍີ່ຫໍ້ຊັ້ນນໍາຂອງໂລກ ຄື: Brand Finance. ການຮັບຮອງຫຼ້າສຸດນີ້ເນັ້ນໃຫ້ເຫັນເຖິງຕໍາແໜ່ງຂອງ Vietjet ໃນຖານະສາຍການບິນຊັ້ນນໍາທີ່ເຊື່ອມຕໍ່ນັກທ່ອງທ່ຽວຈາກລາວໄປຫວຽດນາມ ແລະ ບັນດາປະເທດໃນເອເຊຍ-ປາຊີຟິກ.

ໂປຣໂມຊັນຫຼຸດລາຄາສຸດພິເສດ 11.11: ສາຍການບິນ Vietjet ຫຼຸດລາຄາສູງສຸດເຖິງ 100% ສໍາລັບຖ້ຽວບິນຈາກນະຄອນຫຼວງວຽງຈັນ ໄປ ຮ່າໂນ້ຍ, ນະຄອນໂຮ່ຈິມິນ

(ນະຄອນຫຼວງວຽງຈັນ, ວັນທີ 10 ພະຈິກ 2025) – ສາຍການບິນ Vietjet ພວມເລີ່ມຕົ້ນລະດູການບຸນຕ່າງໆຢ່າງຍິ່ງໃຫຍ່ ດ້ວຍຂໍ້ສະເໜີ "Double Day" 11.11 ທີ່ໂດດເດັ່ນ. ນັກເດີນທາງມີໂອກາດທີ່ຈະບິນໄດ້ໃນລາຄາຫຼຸດສູງສຸດເຖິງ 100% ໃນຖ້ຽວບິນຈໍານວນຫຼາຍພັນຖ້ຽວ ທົ່ວເຄືອຂ່າຍການບິນຂອງພວກເຂົາ, ລວມທັງຖ້ຽວບິນກົງທີ່ເຊື່ອມຕໍ່ ວຽງຈັນ ໄປ ຮ່າໂນ້ຍ ແລະ ນະຄອນໂຮ່ຈິມິນ ຊຶ່ງເປັນສອງເມືອງໃຫຍ່ທີ່ສຸດຂອງຫວຽດນາມ.