Monday, February 10, 2025

ສີວັນ ສີບຸນເຮືອງ ນັກແຕ້ມຮູບ ຜູ້ສ້າງຜົນງານສູ່ສາຍຕາຊາວໂລກ.

ສີວັນ ສີບຸນເຮືອງ ເປັນນັກແຕ້ມຮູບຜູ້ທີ່ບໍ່ຍອມແພ້ໃຫ້ກັບໂຊກສະຕາ ຊີວິດພິກຜັນຈາກອຸບັດເຫດເສຍແຂນທັງສອງຂ້າງ ເຝິກຝົນຕົນເອງຈົນກາຍເປັນສິລະປິນນັກແຕ້ມຮູບ ຜູ້ທີ່ສາມາດສ້າງຜົນງານໄປສະແດງສູ່ສາຍຕາຊາວໂລກ.

ກ່ອນທີ່ຈະມາເປັນນັກແຕ້ມຮູບບໍ່ແມ່ນງ່າຍ ປັດຈຸບັນ,​ ທ້າວ ສີວັນ ສີບຸນເຮືອງ (ວັນ), ອາຍຸ 27 ປີ, ຢູ່ບ້ານ ຕານມີໄຊ, ເມືອງ ໄຊທານີ, ນະຄອນຫຼວງ ວຽງຈັນ ໂດຍ ວັນ ໄດ້ເລົ່າໃຫ້ຟັງວ່າ ກ່ອນຈະມາແຕ້ມຮູບ ຕົນເອງຖືກອຸບັດເຫດໄຟຟ້າຊ໋ອດ ໃນຊ່ວງອາຍຸ 16 ປີ ເຮັດໃຫ້ເສຍແຂນທັງສອງຂ້າງ ເຮັດໃຫ້ບໍ່ສາມາດເຮັດຫຍັງໄດ້ເລີຍ ເຖິງຈະຢາກຮຽນໜັງສືແຕ່ກໍບໍ່ສາມາດຮຽນໄດ້ ເພາະບໍ່ສາມາດຂຽນໄດ້ຄືກັບຄົນອື່ນ ເລີຍເລືອກເດີນໃນເສັ້ນທາງສາຍແຕ້ມຮູບ ໃນຊ່ວງທຳອິດກໍໃຊ້ຕີນເຝິກແຕ້ມຮູບ ເຖິງຈະບໍ່ງາມ ແຕ່ກໍເຝິກມາເລື້ອຍໆເພາະຄວາມມຸ່ງໝັ້ນຈົນມາເຖິງປັດຈຸບັນ.

ນອກນັ້ນ, ຜົນງານທີ່ໂດດເດັ່ນຂອງ ວັນ ທີ່ແອັດເຊື່ອວ່າຫຼາຍໆຄົນໜ້າຈະເຄີຍເຫັນມາແລ້ວແມ່ນຮູບຂອງ ປາເຢັ້ງຊາ ລໍ Miss Universe Laos 2022 ໂດຍເພິ່ນໄດ້ໃຊ້ພຽງຕີນແຕ້ມພາບອອກມາໄດ້ງົດງາມຫຼາຍ.

ສຳລັບຜົນງານຫຼ້າສຸດ ເພິ່ນຍັງໄດ້ໄປຮ່ວມງານວາງສະແດງຜົນງານທີ່ ທະນາຄານເມແບ້ງ ກຸງກວ່າລາລຳເປີ ປະເທດມະເລເຊຍ ເຊິ່ງ ວັນ ໄດ້ໃຫ້ສຳພາດກັບອິນໄຊລາວວ່າ: ໃນຈຸດໆໜຶ່ງ ທາງຜູ້ໃຫຍ່ໃຈດີ ສັງຄົມຄົນອ້ອມຂ້າງ ໄດ້ຊ່ວຍກັນສົ່ງເສີມຜົນງານມາຕະຫຼອດ ແລະ ໄດ້ມອບໂອກາດໃຫ້ໄປວາງສະແດງຜົນງານ ຢູ່ປະເທດມາເລເຊຍ ເຊິ່ງຕົນກໍໄດ້ຮູ້ສຶກດີໃຈ ຕື່ນເຕັ້ນຫຼາຍ ທີ່ຜົນງານຂອງຕົນເອງໄດ້ອອກໄປສູ່ສາຍຕາປະເທດເພື່ອນບ້ານ. ນອກນັ້ນ, ຕົນຍັງໄດ້ແຮງບັນດານໃຈຈາກຜົນງານຂອງນັກແຕ້ມຮູບຄົນອື່ນຈາກເພື່ອນບ້ານເຊັ່ນກັນ ເຮັດໃຫ້ຕົນເອງຢາກພັດທະນາຝີມືຂຶ້ນໄປອີກ.

ແນວໃດກໍຕາມ ວັນ ກໍຍັງໄດ້ຝາກຂອບໃຈສັງຄົມ, ພໍ່ແມ່, ອ້າຍເອື້ອຍນ້ອງໝູ່ຄູ່ທີ່ຄອຍຊ່ວຍເຫຼືອ ແລະ ຜູ້ໃຫຍ່ໃຈດີທີ່ຄອຍສົ່ງເສີມຊຸກຍູ້ເຂົາຜົນງານມາຕະຫຼອດຈົນມາເຖິງປັດຈຸບັນ.

ຖ້າທ່ານໃດຢາກໃຫ້ ວັນ ສ້າງຜົນງານການແຕ້ມຮູບຕ່າງໆໃຫ້ ກໍສາມາດຕິດຕໍ່ໄປໄດ້ທີ່ ເບີໂທ ຫຼື WhatsApp: 020 5418 4349 ຫຼື ເຂົ້າໄປເບິ່ງຜົນງານຂອງເຂົາໄດ້ທີ່ Facebook: Vanh LikeDrawing.

More from author

Related posts

Latest posts

VietJet ລາຍງານຜົນປະກອບການທຸລະກິດສູງສຸດນັບແຕ່ Covid-19 ໃນປີ 2024

(ນະຄອນຫຼວງວຽງຈັນ, ວັນທີ 07 ກຸມພາ 2025) – VietJet ສໍາເລັດການເຕີບໂຕທາງທຸລະກິດທີ່ໜ້າປະທັບໃຈໃນປີ 2024, ຂະຫຍາຍເຄື່ອຂ່າຍການບິນສາກົນ ແລະ ຝູງເຮືອບິນທີ່ທັນສະໄໝ ຂະນະດຽວກັນກໍ່ຍັງສ້າງລາຍໄດ້ ແລະ ກໍາໄລໃນລະດັບສູງສຸດເປັນປະຫວັດສາດ. ຄວາມສໍາເລັດຢ່າງຕໍ່ເນື່ອງຂອງສາຍການບິນແມ່ນ ບາດກ້າວອັນສໍາຄັນໃນການຟື້ນຕົວ ແລະ ຂະຫຍາຍໂຕຫຼັງຈາກໂລກລະບາດ Covid-19.

ເລີ່ມຕົ້ນປີດ້ວຍການປ່ຽນແປງຕົນເອງ ເພື່ອເປັນຄົນໃໝ່ທີ່ດີກວ່າ

ໃນຊ່ວງປີໃໝ່ແບບນີ້ຫຼາຍຄົນກໍມັກຈະຖືໂອກາດຕັ້ງເປົ້າໝາຍໃຫ້ຕົນເອງ ເພື່ອການປ່ຽນແປງທີ່ດີກວ່າປີທີ່ຜ່ານມາບໍ່ວ່າຈະເປັນດ້ານຄວາມຄິດ, ຄວາມສຳພັນ ແລະ ສັກກາຍະພາບ ຄວາມຮູ້ ຄວາມສາມດຂອງຕົນເອງ ຖ້າໃຜຍັງບໍ່ຮູ້ຈະຕັ້ງເປົ້າໝາຍໃຫ້ກັບຕົນເອງແນວໃດລອງມາເບິ່ງ 10 ວິທີງ່າຍໆໃນການພັດທະນາຕົນເອງທີ່ໃຜໆກໍເຮັດໄດ້:

ເປັນຫຍັງ? ຜົມຈຶ່ງຫງອກກ່ອນໄວ

ມັນເປັນເລື່ອງປົກກະຕິທີ່ເຮົາອາຍຸຫຼາຍຂຶ້ນຜົມຈະຫງອກຂາວໄປຕາມທຳມະຊາດຂອງການເຕີບໂຕ ແຕ່ຖ້າອາຍຸຍັງນ້ອຍແຕ່ຊ້ຳພັດມີຜົມຂາວແລ້ວ ມັນເປັນຍ້ອນຫຍັງແທ້? ປັດຈຸບັນ ໄວໜຸ່ມບາງຄົນອາຍຸຍັງບໍ່ຮອດເລກສາມເທື່ອ ແຕ່ມີຜົມຂາວເປັນຈຳນວນຫຼາຍ ລອງມາເບິ່ງສາເຫດທີ່ພົບເຫັນໄດ້ຫຼາຍນຳກັນ: