Tuesday, March 18, 2025

ຊື້ໄດ້ແລ້ວມື້ນີ້ Samsung Galaxy S24 Series ຮັບເຄື່ອງທັນທີພ້ອມສຳຜັດປະສົບການ Galaxy AI!

ພາຍຫລັງທີ່ໄດ້ເປີດຕົວໃນວັນທີ 18 ມັງກອນ 2024, ຊຳຊຸງເຜີຍວ່າໄດ້ຮັບກະແສຕອບຮັບດີຈາກທົ່ວໂລກ ເຊິ່ງມີຍອດຈຳນວນການສັ່ງຈອງລ່ວງໜ້າຢ່າງມະຫາສານ.

ສຸດທ້າຍນີ້ ຂໍຂອບໃຈລູກຄ້າທົ່ວປະເທດລາວເປັນຢ່າງສູງສຳລັບລູກຄ້າທີ່ສົນໃຈແລະສັ່ງຈອງເຄື່ອງໄວ້ລ່ວງໜ້າເປັນຈໍານວນຫຼວງຫຼາຍທີ່ຢູ່ Galaxy Experience Space ທີ່ ນະຄອນຫຼວງວຽງຈັນ ແລະ ຮ້ານຄ້າທົ່ວປະເທດ

“ການເປີດຕົວ Galaxy S24 Series ສະແດງໃຫ້ເຫັນເຖິງການເລີ່ມຕົ້ນຂອງພວກເຮົາໄປສູ່ຍຸກໃໝ່ຂອງສະມາດສໂຟນ AI ທີ່ເກີນກວ່າສະມາດສໂຟນໃນປະຈຸບັນ,” TM Roh, ປະທານແລະຫົວຫນ້າຝ່າຍທຸລະກິດ Mobile experience ຂອງ Samsung Electronics ກ່າວ. “Galaxy S24 Series ຖືກອອກແບບໃຫ້ເປັນສ່ວນໜຶ່ງທີ່ສໍາຄັນໃນຊີວິດປະຈໍາວັນຂອງພວກເຮົາ, Galaxy AI ຈະປ່ຽນແປງວິທີທີ່ຄົນເຮົາສື່ສານກັບໂລກຢ່າງຖາວອນ. ພວກເຮົາເຊື່ອວ່າ Galaxy AI ຈະສ້າງຄວາມເຂັ້ມແຂງໃນຊິວິດປະຈຳວັນ ແລະ ສ້າງໂອກາດທີ່ບໍສີ້ນສຸດໃຫ້ຜູ້ໃຊ້ງານ.”

ສຳລັບລູກຄ້າທີ່ສົນໃຈເປັນເຈົ້າຂອງ

  • Samsung Galaxy S24 Ultra ຄວາມຈໍາ 12+512GB ໃນລາຄາ 34,999,000ກີບ ພ້ອມເຄສ ແລະ ຄວາມຈຳ 12+256GB ໃນລາຄາ 30,999,000ກີບ ປະກອບດ້ວຍ 4 ສີ ໄດ້ແກ່ ໄທເທນຽມດຳ, ໄທເທນຽມເກສ, ໄທເທນຽມໄວໂອເລດ, ໄທເທນຽມເຢໂລ
  • Samsung Galaxy S24+, 12+256GB ໃນລາຄາ 23,999,000ກີບ ພ້ອມເຄສ ປະກອບດ້ວຍ 2 ສີ ໄດ້ແກ່ ດຳ ແລະ ໄວໂອເລດ
  • Samsung Galaxy S24, 8+256GB ໃນລາຄາ 19,999,000ກີບ ພ້ອມເຄສ ປະກອບດ້ວຍ 2 ສີ ໄດ້ແກ່ ດຳ ແລະ ສີເຫລືອງ

ຂໍ້ມູນເພີ່ມເຕີມສອບຖາມໄດ້ທີ່ Samsung Call Center: 021 417 333

#SamsungLaos #SamsungS24Series #GalaxyAI

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.