Thursday, March 20, 2025

4 ບໍລິສັດຊື້-ຂາຍຮຸ້ນ ທີ່ຖືກຕ້ອງຕາມລະບຽບກົດໝາຍໃນລາວ.

ເຮົາຈະເຫັນຫຼາຍໆຄັ້ງທີ່ມີໂຄສະນາຊ່ວຍເຊື່ອໃຫ້ລົງທຶນໃນຫຼັກຊັບຈາກບໍລິສັດ ຫຼືແອັບຕ່າງໆ ແຕ່ຮູ້ບໍ່ວ່າ ປະເທດລາວຍັງມີພຽງແຕ່ 4 ບໍລິສັດເທົ່ານັ້ນ ທີ່ໄດ້ຮັບອະນຸຍາດຕາມລະບຽບກົດໝາຍຢ່າງຖືກຕ້ອງກ່ຽວກັບວຽກງານຫຼັດຊັບຂອງ ສປປ ລາວ.

ເຊິ່ງບັນດາບໍລິສັດເຫຼົ່ານີ້ມີໜ້າທີ່ເປັນທີ່ປຶກສາດ້ານການເງິນ ເພື່ອກະກຽມອອກຈໍາໜ່າຍຫຼັກຊັບຕໍ່ມວນຊົນ, ເປັນຜູ້ຄໍ້າປະກັນການອອກຈຳໜ່າຍຫຼັກຊັບ ແລະ ນາຍໜ້າຊື້-ຂາຍຫຼັກຊັບ ເຊັ່ນ: ຊື້-ຂາຍ ຮຸ້ນ, ຮຸ້ນກູ້ ແລະ ດັດສະນີຮຸ້ນ ເຊິ່ງ 4 ບໍລິສັດມີລາຍຊື່ດັ່ງນີ້.

  1. ບໍລິສັດຫຼັກຊັບ ທຄຕລ-ກທ ຈຳກັດ (BCEL-KT Securities Company Limited)
  2. ບໍລິສັດຫຼັກຊັບ ລ້ານຊ້າງ ມະຫາຊົນ (LANEXANG Securities Public Company)
  3. ບໍລິສັດຫຼັກຊັບ ລາວ-ຈີນ ຈຳກັດ (Lao-China Scerities Company Limited)
  4. ບໍລິສັດຫຼັກຊັບ ເອພີເອັມ-ລາວ ຈຳກັດ (APM (LAO) Securities Company Limited

More from author

Related posts

Latest posts

VietJet ປະກາດເສັ້ນທາງສາຍໃໝ່ ພູກວກ-ສິງກະໂປ ແລະ ຮັບປະກັນຂໍ້ຕົກລົງດ້ານການເງິນ 300 ລ້ານໂດລາສະຫະລັດ

(ນະຄອນຫຼວງ ວຽງຈັນ, 12 ມີນາ 2025) - ໃນລະຫວ່າງການຢ້ຽມຢາມ ປະເທດສິງກະໂປ ຢ່າງເປັນທາງການ ຂອງທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ທ່ານ ໂຕ້ ລຳ. VietJet ໄດ້ປະກາດເປີດເສັ້ນທາງໂດຍກົງໃໝ່ເຊື່ອມຕໍ່ ລະຫວ່າງ ຜູ້ກວກ ກັບ ສິງກະໂປ, ພ້ອມກັບການລົງນາມໃນສັນຍາ ສະໜອງທຶນ 300 ລ້ານໂດລາສະຫະລັດ ຮ່ວມມືກັບການບິນ Carlyle. ເຫດການນີ້ແມ່ນການເພີ່ມທະວີການເຊື່ອມຕໍ່ ແລະ ຊຸກຍູ້ການແລກປ່ຽນການຄ້າ ແລະ ການທ່ອງທ່ຽວໃນທົ່ວປະເທດອາຊີຕາເວັນອອກສ່ຽງໃຕ້.

7-Eleven ສາຂາທຳອິດໃນແຂວງຫຼວງພະບາງ ເປີດເປັນທາງການແລ້ວ.

ໜູນຊ່ວຍຂະແໜງການບໍລິການສົ່ງເສີມການທ່ອງທ່ຽວ ຮ່ວມສ້າງເສດຖະກິດສັງຄົມ ຂະຫຍາຍຕົວແບບຍືນຍົງ. ວັນທີ 06 ມີນາ 2025 ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນຫຼວງພະບາງ ໄດ້ໃຫ້ກຽດເປັນປະທານໃນພິທີເປີດຮ້ານ 7-Eleven ສາຂາ ແອວພີບີ ໂພສີ (LPB PHOSY) ຢ່າງເປັນທາງການ ໂດຍຮ້ານນີ້ ຕັ້ງຢູ່ບ້ານສາຍລົມ, ເມືອງຫຼວງພະບາງ ຖືວ່າເປັນຮ້ານ 7-Eleven ສາຂາທຳອິດຂອງແຂວງຫຼວງພະບາງ ພາຍໃນງານຍັງຮ່ວມໄປດ້ວຍແຂກຜູ້ມີກຽດຈາກຫຼາຍໆພາກສ່ວນໃນພື້ນທີ່

“ການສຶກສາ” ໃນຍຸກປັດຈຸບັນ ຄວນຫັນໄປທາງໃດດີ

ປະຕິເສດບໍ່ໄດ້ເລີຍວ່າ ເຮົາກຳລັງຢູ່ໃນຍຸກທີ່ເຕັກໂນໂລຊີກ້າວໄປຢ່າງໄວວາ ແລະ ໂລກປ່ຽນແປງຢ່າງບໍ່ຢຸດຢັ້ງ, ການສຶກສາແບບດັ້ງເດີມອາດຈະບໍ່ພຽງພໍຕໍ່ການຕອບສະໜອງຄວາມຕ້ອງການຂອງສັງຄມໃນປັດຈຸບັນ ເພາະຊ່ອງທາງການຮຽນຮູ້ມີຫຼາຍ ແລະ ຄົນສາມາດຮຽນຮູ້ໄດ້ດ້ວຍຕົນເອງຜ່ານ ປັນຍາປະດິດ (AI), ຮຽນຮູ້ຜ່ານອອນລາຍ, ແລະ ທັກສະດິຈິຕອລກາຍເປັນສ່ວນໜຶ່ງຂອງຊີວິດປະຈໍາວັນ.