ຈຸດຖ່າຍຮູບເທດສະການກຸດຈີນ ໃນນະຄອນຫຼວງວຽງຈັນ.

ສະບາຍດີປີໃໝ່ ຊາວລາວເຊື້ອສາຍຈີນທຸກໆຄົນກຽມຊວນໝູ່ພາກັນໃສ່ຊຸດແດງໄປເລາະຖ່າຍຮູບງາມໆ ກັບສະຖານທີ່ຖ່າຍຮູບເທດສະການກຸດຈີນທີ່ຕົບແຕ່ງພ້ອມສາກຫຼັງງາມໆ ເຊິ່ງຈະມີສະຖານທີ່ໃດແນ່ ໄປເບິ່ງນໍາກັນ.

1. ໄອເຕັກ Itecc

ມາໃນຕີມແບບສີແດງແຫ່ງຄວາມຮັກ ສະຖານທີ່ຈັດສັນຕົບແຕ່ງແບບມີແຕ່ສີແດງ ແລະ ສີບົວປົນກັນ ເຊິ່ງເຂົ້າກັບຕີມຊຸດແດງກຸດຈີນຖ້າໃສ່ຊຸດແດງໄປເປັນກຸ່ມແລ້ວຍິ່ງຖ່າຍຮູບງາມ.

2. ສານເຈົ້າປູ່ຍ່າ (ຫໍກາງ)

ຈຸດນີ້ ຕັ້ງຢູ່ໃຈກາງນະຄອນຫຼວງ ອີໜຶ່ງຈຸດຖ່າຍຮູບທີ່ໃຫ້ອາລົມແບບສິລະປະແບບຈີນລ້ວນໆ ບໍ່ວ່າຈະເປັນຮູບອາຄານ, ລວດລາຍມັງກອນ, ດອກໄມ້ ທີ່ຢູ່ຕາມຝາຜະໜັງ.

3. Banana leaf cafe

ຮ້ານຄາເຟທີ່ໃກ້ກັບໂຮງໝໍ 150 ຕຽງ ສະຖານທີ່ເພິ່ນຕົບແຕ່ງອອກເປັນສະໄຕລ໌ທັນສະໄໝ ມີຄວາມຫຼູຫຼາໃນຕົວ ເໝາະເປັນອີກໜຶ່ງຈຸຖ່າຍຮູບສຳລັບຜູ້ທີ່ມັກໄປຄາເຟ.

4. Two-Tone Cafe

ສະຖານທີ່ຮ້ານ ຢູ່ບ້ານທົ່ງສາງນາງ ຫນ້າໂຮງຮຽນເລກ 9 ຮ້ານນີ້ເພິ່ນຈັດເປັນຈຸດຖ່າຍຮູບໃຫ້ເລີຍ ບໍ່ວ່າຈະຖ່າຍດ້ານນອກເຂົ້າມາ ຫຼື ຖ່າຍທາງດ້ານໃນ ກໍຈະມີແຕ່ມຸມຖ່າຍຮູບງາມໆ.

More from author

Related posts

Latest posts

ເອັສຊີຈີ ສານຕໍ່ ໂຄງການ “SCG Sharing the Dream 2026”

ມອບທຶນການສຶກສາແກ່ເຍົາວະຊົນ ໃນ ສປປ ລາວ ຕໍ່ເນື່ອງເປັນປີທີ 15 ສ້າງຄົນລຸ້ນໃໝ່ "Green Active Generation" ພັດທະນາປະເທດໃຫ້ຍືນຍົງ 5 ພະຈິກ 2026 - ນະຄອນຫຼວງວຽງຈັນ ສປປ ລາວ: ກະຊວງສຶກສາທິການ ແລະ ກິລາ ສປປ ລາວ ຮ່ວມກັບ ເອັສຊີຈີ...

ຊຳຊຸງ ເປີດໂຕ 3 ຮຸ່ນໃໝ່ ຕ້ອນຮັບທ້າຍປີ ເນັ້ນປະສິດທິພາບດີ ໃນລາຄາທີ່ເຂົ້າເຖິງໄດ້

ຊຳຊຸງວາງຈຳໜ່າຍ Galaxy A18, Galaxy A08 ແລະ Galaxy A07s ແລ້ວໃນ ສປປ ລາວ ຍົກຈຸດເດັ່ນດ້ານປະສິດທິພາບ ດ້ວຍຊິບເຊັດລຸ້ນໃໝ່ MediaTek Helio G99+ ແລະ RAM Plus ທີ່ຊ່ວຍເພີ່ມຄວາມໄວໃນການ ຮັບ-ສົ່ງ ຂໍ້ມູນ ຫຼຸດອາການໜ່ວງ ເປີດແອັບພລິເຄຊັນໄດ້ໄວ,...

ປະຫວັດຄວາມເປັນມາຂອງ “ບຸນຊ່ວງເຮືອ” ປະເພນີລາວ.

ບຸນຊ່ວງເຮືອ ແມ່ນບຸນປະເພນີ ທີ່ໄດ້ປະຕິບັດສືບທອດກັນມາ ແຕ່ບູຮານນະການຈົນເຖິງທຸກວັນນີ້ ແລະ ເປັນກິດຈະກຳແຂ່ງຂັນກັນທາງນໍ້າທີ່ສອດຄ່ອງກັບວິຖີຊີວິດ, ຄວາມເປັນຢູ່ຂອງຄົນລາວ ແລະ ມັກມີການແຂ່ງຂັນເຮືອຄວບຄູ່ໄປກັບການເຮັດບຸນຊ່ວຍສ້າງບັນຍາກາດ ເຮັດໃຫ້ພາຍໃນງານບຸນມີຄວາມຄຶກຄື້ນມ່ວນຊື່ນຍິ່ງຂຶ້ນ.