Saturday, January 25, 2025

ຄົນຕ່າງປະເທດ ຢາກຮູ້ຫຍັງແດ່ກ່ຽວກັບບ້ານເຮົາ

ຫຼັງຈາກການຜ່ອນຄາຍຂໍ້ຈຳກັດດ້ານການເດີນທາງ ສປປ ລາວ ກໍກັບມາເປັນຈຸດໝາຍປາຍທາງການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມອີກຄັ້ງ ຂໍ້ມູນການຄົ້ນຫາທາງອອນລາຍໂດຍເຄື່ອງມືຂອງ Google ເຜີຍໃຫ້ເຫັນເຖິງຄວາມສົນໃຈທີ່ເພີ່ມຫຼາຍຂຶ້ນຈາກທົ່ວໂລກກວ່າ 10 ຫົວຂໍ້ການຄົ້ນຫາຍອດນິຍົມກ່ຽວກັບ ສປປ ລາວ ໃນປີ 2023 ເຊິ່ງມີຫຍັງແດ່ນັ້ນ ໄປເບິ່ງນຳກັນເລີຍ.

  1. ການທ່ອງທ່ຽວ: ສະຖານທີ່ທ່ອງທ່ຽວຍອດນິຍົມໃນ ສປປ ລາວ ໄດ້ແກ່ ເມືອງມໍລະດົກໂລກ ຫຼວງພຣະບາງ ທີ່ມີວັດວາອາຮາມທີ່ເກົ່າແກ່ ແລະ ພະລາດຊະວັງເກົ່າເຈົ້າຊີວິດລາວ ນອກຈາກນີ້ ຍັງມີການຄົ້ນຫາກ່ຽວກັບເມືອງວັງວຽງ ເຊິ່ງຢູ່ທ່າມກາງທຳມະຊາດທີ່ງົດງາມ ເໝາະສົມສຳລັບຜູ້ນິຍົມກິດຈະກຳພະຈົນໄພ ໄປຈົນຮອດເຂດພູພຽງບໍລະເວນ ແຫຼ່ງປູກກາເຟຊັ້ນດີຂອງລາວ.
  2. ຂໍ້ມູນວີຊາ: ຂໍ້ມູນກ່ຽວກັບວີຊາ VISA ເປັນສິ່ງຈຳເປັນສຳລັບນັກທ່ອງທ່ຽວ ທີ່ວາງແຜນເດີນທາງໄປ ສປປ ລາວ ໂດຍມີການຄົ້ນຫາຂໍ້ມູນນີ້ຈາກເວັບໄຊຂອງສະຖານທູດລາວ ຫຼື ຈາກບໍລິສັດທົວ.
  3. ວັດທະນະທຳ ແລະ ປະຫວັດສາດ: ສປປ ລາວ ມີວັດທະນະທຳ ແລະ ປະຫວັດສາດອັນຍາວນານ ທີ່ສາມາດດຶງດູດຜູ້ຄົນຈາກທົ່ວໂລກ ໂດຍນັກທ່ອງທ່ຽວສົນໃຈຮຽນຮູ້ກ່ຽວກັບວັດທະນະທຳສາສະໜາພຸດ, ຊົນເຜົ່າຕ່າງໆ ແລະ ບຸນປະເພນີທີ່ບໍ່ຄືໃຜ.
  4. ອາຫານ: ນັກທ່ອງທ່ຽວທີ່ມາ ສປປ ລາວ ຕ່າງກໍຢາກລອງຊິມອາຫານພື້ນເມືອງເຊັ່ນ ເຂົ້າໜຽວ, ຕຳໝາກຫຸ່ງ, ລາບ ເປັນຕົ້ນ.
  5. ພາສາ: ການຮຽນຮູ້ພາສາລາວໃນເບື້ອງຕົ້ນ ແມ່ນຈະໄດ້ສື່ສານກັບຄົນທ້ອງຖິ່ນໄດ້ງ່າຍ.
  6. ເສດຖະກິດ: ສປປ ລາວ ຍັງມີການເຕີບໃຫຍ່ຂອງເສດຖະກິດ ເຮັດໃຫ້ນັກລົງທຶນຕິດຕາມຂ່າວສານ ແລະ ຂໍ້ມູນກ່ຽວກັບເສດຖະກິດຂອງລາວ.
  7. ການພັດທະນາ: ໂຄງການພັດທະນາຕ່າງໆ ໃນ ສປປ ລາວ ທີ່ມີການຄົ້ນຫາຫຼາຍກວ່າໝູ່ ແມ່ນ ລົດໄຟ ລາວ-ຈີນ ແລະ ໂຄງການໄຟຟ້າພະລັງງານນ້ຳ.
  8. ສິ່ງແວດລ້ອມ: ສິ່ງແວດລ້ອມທີ່ສວຍງາມຂອງ ສປປ ລາວ ນັ້ນ ສາມາດດຶງດູດນັກທ່ອງທ່ຽວໄດ້ດີ, ແຕ່ໃນເວລາດຽວກັນ ກໍມີກຸ່ມຄົນຕ່າງຊາດ ທີ່ຄົ້ນຫາກ່ຽວກັບການປ່ຽນແປງສະພາບພູມອາກາດ ແລະ ບັນຫາການບຸກລຸກປ່າ ໃນ ສປປ ລາວ ອີກດ້ວຍ.
  9. ການສຶກສາ: ເປັນການຄົ້ນຫາກ່ຽວກັບຂໍ້ມູນຂອງໂຮງຮຽນ, ມະຫາວິທະຍາໄລ ແລະ ທຸນການສຶກສາ ຂອງ ສປປ ລາວ.
  10. ຄວາມປອດໄພ: ເຖິງວ່າ ໃນສາຍຕາຂອງນັກທ່ອງທ່ຽວຈຳນວນຫຼາຍຈະເບິ່ງວ່າ ສປປ ລາວ ເປັນປະເທດທີ່ປອດໄພ, ແຕ່ນັກທ່ອງທ່ຽວກໍຍັງຄົງຈຳເປັນຕ້ອງໄດ້ສຶກສາຂໍ້ມູນກ່ຽວກັບຄວາມປອດໄພ ກ່ອນການເດີນທາງ.

ຢ່າງໃດກໍຕາມ ການຄົ້ນຫາກ່ຽວກັບ ສປປ ລາວ ທີ່ Google ຮວບຮວມມານີ້ ອາດມີຄວາມບໍ່ແນ່ນອນຢູ່ຫຼາຍຢ່າງ ເນື່ອງຈາກ Google ຍັງມີຖານຂໍ້ມູນກ່ຽວກັບລາວ ບໍ່ຫຼາຍພໍ ທີ່ຈະວິເຄາະຂໍ້ມູນອອກມາເປັນແນວທາງການຄົ້ນຫາທີ່ຊັດເຈນຫຼາຍພໍ ແຕ່ຢ່າງໜ້ອຍເຮົາກໍໝັ້ນໃຈໄດ້ວ່າ ທຳມະຊາດ ແລະ ວັດທະນະທຳ ທີ່ມີເອກະລັກຂອງລາວ ຈະເຮັດໃຫ້ຜູ້ຄົ້ນຫາຂໍ້ມູນຕັດສິນໃຈມາຢ້ຽມຢາມບ້ານເຮົາໄດ້ຢ່າງໜ້ອຍຈັກຄັ້ງໜຶ່ງ.

More from author

Related posts

Latest posts

ເປັນຫຍັງ? ເດືອນທຳອິດຂອງປີ ຄືນານໝົດແທ້!!

ເດືອນທຳອິດຂອງປີ ຄືດົນແທ້? ບໍ່ໝົດເດືອນຈັກເທື່ອ ຫຼາຍຄົນມັກຈົ່ມ ແລະ ຮູ້ສຶກແບບນີ້ແມ່ນບໍ? ທັງທີ່ເດືອນມັງກອນນີ້ກໍມີ 31 ວັນຄືກັນກັບເດືອນອື່ນໆ ຖ້າໃຜທີ່ຮູ້ສຶກແບບນີ້ຢູ່ ບອກເລີຍວ່າເຈົ້າບໍ່ໄດ້ຮູ້ສຶກໄປຄົນດຽວ ເພາະ William Skylark ນັກວິໄຈຂອງມະຫາວິທະຍາໄລ Cambridge  ໄດ້ອະທິບາຍວ່າ ເວລາທາງຄວາມຮູ້ສຶກຈະດົນນານກວ່າເວລາທີ່ເກີດຂຶ້ນໃນຕົວຈິງ ແລະ ມີຫຼາຍປັດໄຈທີ່ສົ່ງຜົນຕໍ່ເວລາທາງຈິດໄດ້.

ວົງຈອນເສັ້ນທາງທ່ອງທ່ຽວພະຈົນໄພຊຸມຊົນບ້ານນາລັນເໜືອ ແຂວງຫຼວງນ້ຳທາ ໄດ້ຮັບລາງວັນມາດຕະຖານອາຊຽນ.

ແຂວງຫຼວງນໍ້າທາ ເປັນອີກແຂວງໜຶ່ງທີ່ມີແຫຼ່ງທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ ທີ່ຕິດພັນກັບຊີວິດການເປັນຢູ່ ແລະ ຮີດຄອງປະເພນີທີ່ປະຊາຊົນມີສ່ວນຮ່ວມ, ດ້ວຍເຫດນີ້ ຈຶ່ງເຮັດໃຫ້ແຂວງຫຼວງນຳທາໄດ້ຮັບ 2 ລາງວັນມາດຕະຖານອາຊຽນຄື: "ຫ້ອງນໍ້າສາທາລະນະສະອາດອາຊຽນ" ແລະ ອີກລາງວັນໜຶ່ງແມ່ນ “ວົງຈອນເສັ້ນທາງທ່ອງທ່ຽວປະຈົນໄພຊຸມຊົນບ້ານນາລັນເໜືອ (Nalan Trail)”, ເມືອງຫຼວງນໍ້າທາ ທີ່ໄດ້ຮັບລາງວັນການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມມາດຕະຖານອາຊຽນ ຮອບທີ II ທີ່ ກອງປະຊຸມລັດຖະມົນຕີທ່ອງທ່ຽວອາຊຽນ ຄັ້ງທີ 28 ລະຫວ່າງວັນທີ 19-20 ມັງກອນ 2025, ປະເທດມາເລເຊຍ.

ເດີນທາງໄປຫວຽດນາມໃນລາຄາເຄິ່ງໜຶ່ງ: Vietjet ເປີດໂປຣໂມຊັນພິເສດວັນສຸກສຳລັບນັກທ່ອງທ່ຽວຕ່າງປະເທດ

(ນະຄອນຫຼວງວຽງຈັນ, 20 ມັງກອນ) ການເລີ່ມຕົ້ນປີ 2025, Vietjet ສະເໜີໃຫ້ນັກທ່ອງທ່ຽວຕ່າງປະເທດມີໂອກາດທີ່ໜ້າຕື່ນຕາຕື່ນໃຈເພື່ອຄົ້ນຫາຄວາມສວຍງາມຂອງຫວຽດນາມສຳລັບການທ່ອງທ່ຽວ ໃນລະດູໃບໄມ້ປົ່ງດ້ວຍໂປຣໂມຊັນໃໝ່ໃນວັນສຸກ. ຂໍ້ສະເໜີພິເສດນີ້ມອບສ່ວນຫຼຸດ 50% ສຳລັບຄ່າໂດຍສານລະຫວ່າງປະເທດໄປຫວຽດນາມ ລວມທັງເສັ້ນທາງວຽງຈັນ ຫາ ນະຄອນໂຮ່ຈີມິນ/ຮ່າໂນ້ຍ