Sunday, July 19, 2026
Kbank Laos โอน รับ จ่าย
-->

ບູຍະ ລາວນີ ນ້ອງໃໝ່ຈາກ MARDER MUSIC

Buya laony (ບູຍະ ລາວນີ) ສິນລະປິນ ນ້ອງໃໝ່ໄຟແຮງ ຈາກ MARDER MUSIC ທີ່ມາພ້ອມກັບແນວເພງ Acoustic Pop, R&B ເຊິ່ງທ້າຍເດືອນ “ກຸມພາ” ນີ້ ນ້ອງຈະປ່ອຍຜົນງານເພງໃໝ່ອອກມາໃຫ້ໄດ້ຟັງກັນ ເຊິ່ງມີຜົນງານເພງທີ່ວ່ານັ້ນແມ່ນເພງ “ຄວາມຫ່າງໄກ”.

ຫຼ້າສຸດທາງຄ້າຍກໍໄດ້ປ່ອຍ TEASER ເພງ “ຄວາມຫ່າງໄກ” ຂອງນ້ອງ ບູຍະ ລາວນີ ອອກມາແລ້ວ ແລະ ຈະປ່ອຍເພງເຕັມອອກມາໃນໄວໆນີ້ ໃນທຸກຊ່ອງທາງຂອງ MARDER MUSIC ຝາກທຸກຄົນຕິດຕາມຜົນງານຂອງນ້ອງແນ່ເດີ້!!!

#MARDERMUSIC #Buyalaony #ຄວາມຫ່າງໄກ

#ອິນໄຊລາວ #InsideLaos ສາລະດີໆ ມີຢູ່ບ່ອນນີ້.

More from author

Related posts

Latest posts

ສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ

ນີ້ເເມ່ນຮູບພາບສິມເກົ່າ ວັດຊຽງມ່ວນ ວະຊິຣະມັງຄະລາຣາມ ເເຂວງ ຫຼວງພະບາງ ໂດຍ ພຣະຍາສີສົນໄຊ ສ້າງເມື່ອປີກ່າເປົ້າ ຈ.ສ. 1215 (ຄ.ສ.1853 ພ.ສ.2497) ໃນແຜ່ນດິນສົມເດັດພຣະເຈົ້າຈັນທະເທບປະພາຄຸນ.

“ອູບໝ່ານ” ວັດຊຽງທອງ ໃນໄລຍະປີ ຄສ.1940

ນີ້ແມ່ນອູບທີ່ມີລັກສະນະໂຄງສ້າງຮູບຮ່າງແບບນິຍົມສ້າງໃນພະມ້າ ແຕ່ມີຍອດແບບລາວ ຄົນທັງຫຼາຍທີ່ເປັນຄົນພື້ນເມືອງຈຶ່ງເອີ້ນວ່າ "ອູບໝ່ານ" ( ຄົນທ້ອງຖິ່ນເອີ້ນຄົນພະມ້າໃນເມື່ອກ່ອນວ່າໝ່ານ ) ເມື່ອມີການຄົ້ນພົບພຣະເຈົ້າແບບຫ້າມຍາດ ທີ່ຢູ່ໃນອູບໝ່ານນີ້ ຈຶ່ງໃສ່ຊື່ວ່າ "ພຣະໝ່ານ" ຈົນມາຮອດທຸກມື້ນີ້.

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພະບາງ

ວັດພັນຫຼວງ ຣາຊະສຸດາຣາມ ນະຄອນຫຼວງພຣະບາງ ຕັ້ງຢູ່ໃນບ້ານຂອງຊ່າງປັ້ນໝໍ້, ແຄມນ້ຳຄານ ແລະ ເປັນວັດທີ່ ເພິ່ນບໍ່ຮູ້ຈັກມື້ສ້າງຄັກແນ່, ແຕ່ມີລັກສະນະ ໃກ້ຄຽງກັບວັດ ໃນສະຕະວັດທີ XVIII ແລະ XIX.