Monday, May 19, 2025
Kbank Laos โอน รับ จ่าย

ຮູ້ຈັກກັບ “ໜັງສືຄຳພີທຳມະສາດຫຼວງ” ກົດໝາຍພື້ນຖານຂອງປະເທດທີ່ນັບຖືສາສະໜາພຸດ

ຄໍາພິທຳມະສາດນີ້ ເປັນກົດຫມາຍພື້ນການ ຂອງປະເທດທີ່ບັບທີ່ພຸດທະສາດສະຫນາ ນິກາຍຫິນະຍານ ໃນສະໄໝບູຮານ ທຸກປະເທດ ເພາະກໍເອົາສີນ 5 ເປັນຫຼັກການໃຫຍ່ ໂດຍແບ່ງອອກເປັນ 5 ບັນຄື: ບັ້ນປານາຕິບາດ, ບັ້ນອະທິນນາທານ, ບັ້ນເມສຸມິດສາຈານ, ບັ້ນມຸສາວາດ ແລະ ບັ້ນສຸຣາເມໄລ.

ໃນຄຳພີ ທໍາມະສາດລາວ ສະບັບຫໍສະຫມຸດແຫ່ງຊາດວຽງຈັນ ທີ່ກວດເຫັນແຕ່ຜູກຕົ້ນ ນອກນັ້ນບໍ່ຮູ້ວ່າເສຍຫາຍໄປທາງໃດ ມີເລື່ອງເປັນທີ່ໜ້າສົນໃຈ ຄືຕົວຢ່າງພະຣາຊະສານ ທີ່ສົ່ງໄປຜູກສໍາພັນທະໄມຕີ ກັບປະເທດເພື່ອນບ້ານໃນສະໄໝນັ້ນ ໂດຍບອກແຈ້ງວ່າ ຣາຊະສານໄປກຸງສີອະຍຸດທະຍາ ວ່າແນວນີ້ ໄປກຸງກໍາພູຊາ ວ່າແນວນີ້ ໄປກຸງຫົງສາວະດີ ວ່າແນວນີ້ ສານພະ ຣາຊິນີ ວ່າແນວນີ້ ສານມະຫາອຸປະຮາດ ວ່າແນວນີ້ ແລະ ສານສົມເດັດພະສັງຄະຮາດ ວ່າແນວນີ້ ໃນຄໍາຂຶ້ນຕົ້ນ ແລະ ລົງທ້າຍ ສ່ວນໃຈຄວາມນັ້ນສຸດແລ້ວແຕ່ວັດຖຸປະສົງ ອັນນີ້ສະແດງໃຫ້ເຫັນວ່າ ໃນສະໄໝນັ້ນ ມີລະບຽບທໍານຽມ ແລະ ວັດທິນະທຳທີ່ເປັນລາຍລັກອັກສອນສູງທີ່ສຸດ ແຕ່ເປັນທີ່ໜ້າເສຍດາຍ ເພາະເສັຍຫາຍໄປຫຼາຍຜູກ ທີ່ຍັງເຫຼືອກໍຊໍາຣຸດຂາດຫ້ຽນເປັນສ່ວນຫຼາຍ ແລະ ຍັງບໍ່ພົບສະບັບທີ່ສົມບູນ.

ການຈັດແບ່ງກົດໝາຍອອກເປັນ 5 ບັ້ນ ຕາມສິນ 5 ຫ້າຂໍ້ນັ້ນ ເພິ່ນອະທິບາຍໄວ້ວ່າ:

  • ບັ້ນປານາຕິບາດ: ເວົ້າເຖິງໂທດອາຍາ, ການປຸ້ນສະດົມ, ການຂ້າ, ການຕີ ແລະ ການທຳຮ້າຍຮ່າງກ່ຍເປັນຕົ້ນ.
  • ບັ້ນອະທິນນາທານ: ເວົ້າເຖິງການ ລັກການຂະໂມຍ ສ່ວນຫຼາຍທຽບໃສ່ອະວຍະວະຫານ 25 ຂອງວິໄນພະພິກຂຸ.
  • ບັ້ນເມສຸມິດສາຈານ: ເວົ້າເຖິງລັດສະນະກົດໝາຍຄອບຄົວ, ການແຕ່ງດອງ, ການປະຮ້າງ, ການຫຼີ້ນຊູ້ສູ່ສາວ ແລະ ການຂົ່ມຂືນຊໍາເຣົາເປັນຕົ້ນ.
  • ບັ້ນມຸສາວາດ: ເວົ້າເຖິງການສໍ້ໂກງຫຼອກລວງ, ຍົວະເຍົ້າເອົາຊັບສິນ ແລະ ລ່ວງເກີນສິດອະທິປະໄຕຂອງບຸນຄົນເປັນຕົ້ນ.
  • ບັ້ນສຸຣາເມໄລ: ເວົ້າເຖິງຄວາມມົວເມົາ, ປະມາດ, ກະທຳຄວາມຜິດ ຫຼື ລ່ວງເກີນຜູ້ອື່ນ.

More from author

Related posts

Latest posts

ພຣະທາດແມວສີ ເມືອງລອງ ແຂວງຫຼວງນ້ຳທາ

"ພະທາດແມວສີ" ທີ່ຕັ້ງຢູ່ບ້ານສະ, ເມືອງ ລອງ, ແຂວງຫຼວງນໍ້າທາ ຢູ່ຈອມພູສູງ ຫ່າງຈາກລະດັບນໍ້າທະເລ 1,000 ກວ່າແມັດ, ທິດເໜືອ ຕິດກັບປ່າໄມ້ ທິດໃຕ້ຕິດກັບ ທາງໄປບ້ານສະ, ທິດຕາເວັນອອກຕິດກັບປ່າໄມ້ ທິດຕາເວັນຕົກຕິດກັບ ແມ່ນໍ້າຂອງເຊິ່ງເປັນຊາຍແດນຂັ້ນລະຫວ່າງ ລາວ-ມຽນມາ

ວັດສຸວັນນະຄີລີ ນະຄອນຫຼວງພະບາງ

"ວັດສຸວັນນະຄີລີ" ທີ່ຕັ້ງຢູ່ ບ້ານຊຽງທອງ-ຄີລີ ຖະໜົນສັກກະລິນ, ຕິດກັບວັດປາກຄານ ຄໍາມຸງຄຸນ, ເປັນອີກວັດທີ່ຊາວໄທພວນ ຈາກຊຽງຂວາງ ເປັນຜູ້ສ້າງຂຶ້ນ ເພື່ອເປັນອະນຸສອນແກ່ກອງທັບຊາວພວນ ທີ່ສູ້ຮົບ ກັບກອງທັບຂອງພະມ້າ.

ວິທີລົງທະບຽນແຈ້ງເຂົ້າປະເທດໄທຜ່ານ DTAC ເຮັດໄດ້ງ່າຍໆ ດ້ວຍຕົວເອງຜ່ານມືຖື

ພາຍຫຼັງທີ່ໄດ້ມີການແຈ້ງການໃຫ້ຮູ້ກ່ຽວກັບການເດີນທາງເຂົ້າປະເທດໄທ ຕ້ອງໄດ້ລົງທະບຽນຜ່ານ TDAC ລ່ວງໜ້າກ່ອນ ບໍ່ເກີນ 3 ມື້, ຕັ້ງແຕ່ວັນທີ 1 ພຶດສະພາ 2025 ເປັນຕົ້ນມາ, ຫຼາຍຄົນອາດຈະຍັງບໍ່ທັນຮູ້ວິທີລົງທະບຽນເທື່ອ ມື້ນີ້ ອິນໄຊລາວ ຈະມາບອກວິທີລົງທະບຽນໃຫ້ຮູ້ຢ່າງລະອຽດ ພ້ອມລິ້ງລົງທະບຽນ ດັ່ງນີ້